ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ

15:00 | 20/06/2022

ຍສໝ - ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ສ່ວນ​​ຢືນ​ຢັນສີສັນຊາດ​ຫວຽດ​ນາມ ແລະ ຖານະຫວຽດ​ນາມ ເລີ່ມ​ຈາກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ມີຫຼາຍວັດທະນະທຳ​​ຮູບ​ປະທໍາ ​ແລະ ນາມມະທໍາປະເພດຕ່າງໆ​ຂອງ​ຫວຽດນາມ ຈະ​ໄດ້​ຮັບການໂຄສະນາ ​ແລະ​ແນະນຳ​ຢ່າງກວ້າງຂວາງໃນ​ທົ່ວ​ໂລກ.

ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ

​ໂຄງການ “​ຈົ່ງເວົ້າ​ພາສາ​ຫວຽດ ​ໃນ​ໂລກ” ​ໄດ້​ຮັບ​ການຈັດ​ຕັ້ງ ​ເພື່ອ​ສົ່ງເສີມ ​ຄວາມ​ພາກພູມ​ໃຈຕໍ່ປະເທດ​ຊາດ​ໃນ​ສະພາບ​ການ​ເຊື່ອມ​ໂຍງ, ປະກອບສ່ວນ​ໂຄສະນາ​ຮູບພາບ​​ວັດທະນະທຳ ​ແລະການ​ແພດ​ພື້ນ​ເມືອງ, ຍົກສູງ​ທັກ​ສະ​ພາສາ​ຫວຽດ ​ໃຫ້​ໄວໜຸ່ມ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ. .

ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ
ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ພາບ: vietbao.vn

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂຄງການ​ສືບ​ທອດ ​ແລະ​ເສີມ​ຂະຫຍາຍ​ກົກເຄົ້າ​ວັດທະນະທຳ ແລະການແພດພື້ນ​ເມືອງ​ຫວຽດນາມ ​ແລະການສະໜັບສະໜູນ​ຂອງ​ສະມາຄົມ​ຕິດຕໍ່ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ບໍລິສັດ​ຫຸ້ນ​ສ່ວນ​ສື່​ມວນ​ຊົນ ຫວຽດນາມ ໄດ້ຮ່ວມເດີນທາງ​ກັບ​ວິ​ສາ​ຫະກິດ, ​ໂຮງຮຽນ​ພາສາ​ຫວຽດນາມ ລາກລອງກວນ (​ໂປ​ໂລຍ), viet-bao.de (ເຢຍລະ​ມັນ) ​ ​ລົງ​ນາມ​ໃນ​ໂຄງການ “ຈົ່ງ​ເວົ້າ​ພາສາ​ຫວຽດ ​ໃນ​ໂລກ” ຢູ່​ສູນ​ການແພດ​ພື້ນ​ເມືອງ Vinmec - ຊາວເຟືອງດົງ.

ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ສ່ວນ​​ຢືນ​ຢັນສີສັນຊາດ​ຫວຽດ​ນາມ ແລະ ຖານະຫວຽດ​ນາມ ເລີ່ມ​ຈາກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ມີຫຼາຍວັດທະນະທຳ​​ຮູບ​ປະທໍາ ​ແລະ ນາມມະທໍາປະເພດຕ່າງໆ​ຂອງ​ຫວຽດນາມ ຈະ​ໄດ້​ຮັບການໂຄສະນາ ​ແລະ​ແນະນຳ​ຢ່າງກວ້າງຂວາງໃນ​ທົ່ວ​ໂລກ.

ຄາດ​ວ່າ, ລາຍການ “ຈົ່ງເວົ້າພາສາ​ຫວຽດ ​ໃນ​ໂລກ” ຈະ​ເລີ່​ມເປີດຕົວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ສິງຫາ, ​ເຊິ່ງຈະ​ດຳ​ເນີນ​ການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ VTV4.

ບູນມີ

ເຫດການ
302 Found

Found

The document has moved here.