ແນະນໍາວັດທະນະທໍາ, ປະເທດຊາດ ແລະຊາວຫວຽດນາມ ຢູ່ລາວ

10:35 | 30/06/2022

ວັນທີ 28 ມິຖຸນາ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ປະກາດໃຊ້ຂໍ້ຕົກລົງກ່ຽວກັບແຜນການຈັດຕັ້ງວາງສະແດງແນະນໍາວັັດທະນະທໍາ, ປະເທດຊາດ ແລະຊາວຫວຽດນາມ ຢູ່ລາວ.

ໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ ໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ
ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ
ລາຍການສະແດງຂອງບັນດານັກສິລະປິນໃນສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019. ພາບ: ແຄ໊ງຮວ່ຽນ
ລາຍການສະແດງຂອງບັນດານັກສິລະປິນໃນສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019. ພາບ: ແຄ໊ງຮວ່ຽນ

ນີ້ແມ່ນການເຄື່ອນໄຫວຖືກຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ.

ການເຄື່ອນໄຫວນີ້ ເພື່ອແນໃສ່ແນະນໍາວັດທະນະທໍາ, ປະເທດຊາດ ແລະຊາວຫວຽດນາມ, ມໍລະດົກວັດທະນະທໍາໂລກຢູ່ຫວຽດນາມ, ການພັດທະນາ, ຜົນງານກິລາ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ ເຖິງມະຫາຊົນລາວ ແລະເພື່ອນມິດສາກົນຢູ່ລາວ. ຜ່ານນັ້ນ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກວ່າອີກ.

ເນື້ອໃນວາງສະແດງລວມມີການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນ ແນະນໍາຮູບພາບ 60 ແຜ່ນ ເຊິ່ງແມ່ນບັນດາມໍລະດົກໂລກຢູ່ຫວຽດນາມ 60 ຢ່າງທີ່ໄດ້ UNESCO ຮັບຮອງ...; ເນື້ອໃນວາງສະແດງໄດ້ນໍາໃຊ້ດ້ວຍພາສາຫວຽດນາມ ແລະພາສາລາວ. ລາຍການຈະດໍາເນີນແຕ່ວັນທີ 18 - 21 ກໍລະກົດ, ທີ່ຫໍວັດທະນະທໍາແຫ່ງຊາດລາວ (ນະຄອນຫຼວງວຽງຈັນ).

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.