ALOV ພົວ​ພັນ​ແລກ​ປ່ຽນ​ກັບ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ ກັບ​ມາ​ສ້າງ​ສາບ້ານ​ເກີດ​ເມືອງນອນ

19:00 | 19/04/2022

ຍ​ສ​ໝ - ວັນ​ທີ 17 ເມ​ສາ, ສະ​ມາ​ຄົມ​ຕິດ​ຕໍ່​ພົວ​ພັນ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ALOV) ໂດຍ​ທ​່ານ​ເອກອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຝຸ​ບິ່ງ, ປະ​ທານ​ສະ​ມາ​ຄົມ​ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ພັດ​ທະ​ນາ ແລະ ລົງ​ທຶນ ດ້າຍ​ເຊີນ (ນະ​ຄອນ ຈີ​ລິງ, ຫ໋າຍ​ເຢືອງ).

​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ALOV ພົວ​ພັນ​ແລກ​ປ່ຽນ​ກັບ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ ກັບ​ມາ​ສ້າງ​ສາບ້ານ​ເກີດ​ເມືອງນອນ
ALOV ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ພັດ​ທະ​ນາ ແລະ ລົງ​ທຶນ ດ້າຍ​ເຊີນ (ພາບ: vietbao.vn)

ທີ່​ການ​ເຮັດ​ວຽກ, ທ່​ານ ຫງວຽນ​ຮ່​ວາຍ​ບັກ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ພັດ​ທະ​ນາ ແລະ ການ​ລົງ​ທຶນ ດ້າຍ​ເຊີນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ ກຸ່ມ​ບໍ​ລິ​ສ​ັດ​ໃນ​ຮອ​ບ​ເວ​ລາ 20 ປີ​ເພື່ອ​ກໍ່​ສ້າງ ແລະ ພັດ​ທະ​ນາ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ສຶກ​ສາ, ໄຟ​ຟ້າ​ແສງ​ຕາ​ເວັນ, ຕັດ​ຫຍິບ, ບຳ​ລຸງ​ສ້າງວິຊາຊີບ, ກໍ່​ສ້າງ… ເປົ້າ​ໝາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ກຸ່ມ​ບໍ​ລິ​ສັດ​ຈະຍູ້ແຮງ​ການ​ພັດ​ທະ​ນາ, ສ້າງ​ບາດ​ກ້າວບຸ​ທະ​ລຸ ໃນ​ການ​ເຄື່ອນ​ໄຫວ​ປາຍ​ແຫຼມ.

ກ່າວ​ຄຳ​ເຫັນ​ທີ່​ກາ​ນ​ເຮັດ​ວຽກ, ທ່ານ​ປະ​ທ​ານ​ສະ​ມາ​ຄົມ ALOV ຫງວຽນ​ຝຸ​ບິ່ງ ໄດ້​ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ເຊິ່ງ ທ່ານ ຫງວຽນ​ຮ່​ວາຍ​ບັກ ​ບັນ​ລຸ​ໄດ້​ໃນ​ເວ​ລາ 20 ປີ​ຜ່ານ​ມາ ກັບ​ມາ​ບ້ານ​ເກີດ​ເມືອງນອນ. ທ່ານ​ໃຫ້​ຮູ້​ວ່າ ທ່ານ ຫງວຽນ​ຮ່​ວາຍ​ບັກ ແມ່ນແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຄາດ​ຫວັງ ແລະ ມີຈິດ​ໃຈ​ບືນ​ຕົວ​ຂຶ້ນ, ສະ​ແດງ​ໃຫ້​ເພື່ອນ​ມິດ​ສາ​ກົນ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສາ​ມາດ, ຈິດ​ໃຈ, ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ກຳລັງປະ​ດິດ​ຄິດ​ສ້າງ​ຂອງ ຊາວ​ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.