ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ຢ້ຽມຢາມ, ເຮັດວຽກກັບປະຊາຄົມ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ມຽນມາ

09:57 | 03/03/2022

ໃນລະຫວ່າງວັນທີ 25 – 27 ກຸມພາ, ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ພ້ອມກັບຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈໍາມຽນມາ ໄດ້ມີການຢ້ຽມຢາມ ແລະເຮັດວຽກກັບປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Mandalay, ມຽນມາ

ມອບ-ຮັບ 5 ກິດຈະການຂອງກະຊວງປ້ອງກັນປະເທດຫວຽດນາມທີ່ຊ່ວຍເຫຼືອໃຫ້ລາວ ມອບ-ຮັບ 5 ກິດຈະການຂອງກະຊວງປ້ອງກັນປະເທດຫວຽດນາມທີ່ຊ່ວຍເຫຼືອໃຫ້ລາວ
ເຄື່ອງເທດ, ໝາກມ່ວງ, ເຂົ້າສານ ຂອງຫວຽດນາມ ສົ່ງອອກຢ່າງເປັນປະຈຳໄປຍັງ ອາເມລິກາ ແລະ EU ເຄື່ອງເທດ, ໝາກມ່ວງ, ເຂົ້າສານ ຂອງຫວຽດນາມ ສົ່ງອອກຢ່າງເປັນປະຈຳໄປຍັງ ອາເມລິກາ ແລະ EU

ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານ ໄດ້ມີການພົບປະກັບປະຊາຄົມ, ລົງຢ້ຽມຢາມສຳນັກງານ ແລະຮາກຖານດໍາເນີນທຸລະກິດຂອງວິສາຫະກິດບາງແຫ່ງ ຄື: Mytel, VCM, Vietline... ແລະເຮັດວຽກກັບຄະນະບໍລິຫານງານປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Mandalay. ທີ່ການເຮັດວຽກ, ທ່ານ ຟານມີງເລີ້ຍ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Mandalay ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງປະຊາຄົມ ແລະວິສາຫະກິດ, ບັນດາຄວາມຫຍຸ້ງຍາກໃນການເຄື່ອນໄຫວດໍາເນີນທຸລະກິດ, ການດໍາເນີນຊີວິດຂອງປະຊາຄົມຢູ່ທີ່ນີ້, ພ້ອມກັບຄວາມມານະພະຍາຍາມ, ບືນຕົວຂຶ້ນຂອງບັນດາບຸກຄົນ, ໝູ່ຄະນະ...

ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ຢ້ຽມຢາມ, ເຮັດວຽກກັບປະຊາຄົມ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ມຽນມາ
ທ່ານ ເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ພ້ອມດ້ວຍຄະນະປະຕິບັດງານ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Mandalay, ມຽນມາ. ພາບ: baoquocte.vn.

ສ່ວນທ່ານ ຫຼີ໋ກວກຕວ໊ນ ກໍ່ຕີລາຄາສູງຄວາມມານະພະຍາຍາມ, ຈິດໃຈສາມັກຄີ, ຊ່ວຍເຫຼືອກັນຂອງສະມາຄົມ, ວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Mandalay; ພ້ອມທັງລະດົມກໍາລັງໃຈພໍ່ແມ່ປະຊາຊົນ ແລະວິສາຫະກິດ. ທ່ານກໍ່ຕັກເຕືອນພໍ່ແມ່ປະຊາຊົນ ແລະວິສາຫະກິດ ຄວນເອົາໃຈໃສ່ເຖິງວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ຄົນ ແລະຊັບສິນ ແລະການດໍາເນີນທຸລະກິດ. ທ່ານ ຫຼີ໋ກວກຕວ໊ນ ໃຫ້ຮູ້ວ່າ ສະຖານທູດພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍພໍ່ແມ່ປະຊາຊົນ ຄືໄດ້ປະຕິບັນໃນໄລຍະຜ່ານມາ.

la.qdnd.vn

ເຫດການ
302 Found

Found

The document has moved here.