ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ ມາຣົກ

16:42 | 28/04/2022

ຍສໝ - ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ດັ້ງ​ທິທູ​ຮ່າ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ​ໃນ​ຂະ​ບວນການ​ກະກຽມ​ສ້າງ​ຕັ້ງ​ສະມາຄົມ ກໍ່ຄື ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ມາຣົກ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ໃນ​ໄລຍະຜ່ານມາ.

AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ
ງານວາງສະແດງ ລະນຶກ 30 ປີ ການສ້າງຕັ້ງການພົວພັນການທູດຫວຽດນາມ-ຢູເຄຣນ ງານວາງສະແດງ ລະນຶກ 30 ປີ ການສ້າງຕັ້ງການພົວພັນການທູດຫວຽດນາມ-ຢູເຄຣນ

ກອງ​ປະ​ຊຸມ​ໃຫຍ່ສ້າງ​ຕັ້ງ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ມາຣົກ ໄດ້​ດຳ​ເນີນ​ໄປ​ຢູ່ Rabat, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາງ ດັ້ງທິທູຮ່າ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ມາຣົກ, ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ຜູ້​ແທນເກືອບ 100 ທ່ານທີ່ມາ​ຈາກ​ບັນດາ​ແຂວງ, ນະຄອນຂອງ ມາຣົກ.

ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ ມາຣົກ
ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ ມາຣົກ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ດັ້ງ​ທິທູ​ຮ່າ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ​ໃນ​ຂະ​ບວນການ​ກະກຽມ​ສ້າງ​ຕັ້ງ​ສະມາຄົມ ກໍ່ຄື ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ມາຣົກ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ໃນ​ໄລຍະຜ່ານມາ.ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບຮອງ​ເອົາ​ຂໍ້ກຳນົດ ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ຂອງ​ສະມາຄົມ​ລວມມີ 11 ທ່ານ, ນຳ​ໂດຍ​ທ່ານ​ນາງ Korchane Juliette (ຊື່​ຫວຽດແມ່ນ ຕວຽດ) ​ເປັນ​ປະທານ​ສະມາຄົມ, ທ່ານ​ນາງ Amal Allam ​ເປັນ​ເລຂາທິການ.

ທ່ານ​ເອກ​ອັກຄະ​ລັດຖະທູດປາດ​ຖະໜາ​ວ່າສະມາຄົມ​ຈະ​ແມ່ນຊາຍຄາລວມ​ຂອງ​ບັນດາ​ສະມາຊິກ​ໃນປະຊາຄົມຊາວ​ຫວຽດນາມ ອາ​ໄສ​ຢູ່ ມາຣົກ, ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ເຕົ້າ​ໂຮມ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນບໍລິເວນ, ພ້ອມກັນສາມັກຄີ, ສູ້​ຊົນ​ປະສົບຜົນສຳເລັດ, ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍສີສັນເອກະລັກ​ສະເພາະຂອງ​ຊາດ, ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ - ມາຣົກ.

ບູນມີ

ເຫດການ
302 Found

Found

The document has moved here.