ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.
ຍສໝ - ຕັ້ງແຕ່ວັນທີ 26 ຫາ ວັນທີ 27 ພຶດສະພາ, ທ່ານນາງ ກຳມະການເອີຣົບ ຮັບຜິດຊອບວຽກງານວິສາຫະກິດເລີ່ມຕົ້ນໃໝ່, ການວິໄຈ ແລະ ນະວັດຕະກຳ Ekaterina Zaharieva ຈະມາຢ້ຽມຢາມ ຮ່າໂນ້ຍ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພາບເອີຣົບ ແລະ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STI).
ຍສໝ - ໃນຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນວິທະຍາສາດ, ເເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຊີຍຸດທະສາດ. ກ່າວປາໄສໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ ໄດ້ຮັບການກຳນົດວ່າແມ່ນກຳລັງຂັບເຄື່ອນຕົ້ນຕໍ, ແມ່ນ "ລູກກະແຈຄຳ", ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ, ພວກເຮົາຕ້ອງມີຄວາມຕັດສິນໃຈສູງສຸດເພື່ອເຮັດໃຫ້ໄດ້, ບັນລຸໃຫ້ໄດ້ຄາດໝາຍໃນການເປັນເຈົ້າການທາງດ້ານເຕັກໂນໂລຊີຍຸດທະສາດເທື່ອລະກ້າວ, ຍົກສູງຄວາມສາມາດກຳກັບຕົນເອງຂອງຊາດ.
ຍສໝ - ນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ, ໃນຕອນແລງວັນທີ 6/5 (ຕາມເວລາທ້ອງຖິ່ນ), ຢູ່ທີ່ນະຄອນຫຼວງ ນິວເດລີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະສານສົມທົບກັບ ກະຊວງເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອິນເດຍ ຈັດເວທີປຶກສາຫາລືການປ່ຽນແປງໃໝ່ປະດິດສ້າງ ຫວຽດນາມ - ອິນເດຍ ພາຍໃຕ້ຫົວຂໍ້: ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຊີ້ນຳໃນເວທີປຶກສາຫາລື.
ຍສໝ - ຕອນບ່າຍວັນທີ 30 ມີນາ, ທີ່ສຳນັກງານໃຫຍ່ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນປະທານຮ່ວມກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານການຫັນເປັນດີຈີຕອນ ຕາມມະຕິເລກທີ 57-NQ/TW ຂອງກົມການເມືອງ.
ຍສໝ - ໃນໂອກາດເຂົ້າຮ່ວມຄະນະປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລີມເພື່ອເຂົ້າຮ່ວມກອງປະຊຸມເປີດສະພາສັນຕິພາບກ່ຽວກັບເຂດກາຊາ, ໃນວັນທີ 19 ແລະ 20 ກຸມພາ (ຕາມເວລາທ້ອງຖິ່ນ) ທີ່ວໍຊິງຕັນດີຊີ, ອາເມລິກາ, ທ່ານ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ, ແລະ ເລຂາຄະນະພັກຮ່າໂນ້ຍ, ໄດ້ເປັນປະທານກອງປະຊຸມເຮັດວຽກກັບບໍລິສັດ Rosen Partners, ມະຫາວິທະຍາໄລລັດ Arizona (ASU), ບໍລິສັດ Meta, ແລະ ສະມາຄົມອຸດສາຫະກຳເຄິ່ງຕົວນຳຂອງອາເມລິກາ (SIA).
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມປະຈຳ Tel Aviv, ແຕ່ວັນທີ 31 ມັງກອນ ຫາ ວັນທີ 4 ກຸມພາ, ທ່ານປອ. ຮວ່າງມິງເຊີນ, ກຳມະການ ຄະນະບໍລິຫານງານສູນກາງພັກ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ນຳພາຄະນະຜູ້ແທນຈາກມະຫາວິທະຍາໄລມາຢ້ຽມຢາມ ແລະ ເຮັດວຽກຢູ່ອິດສະຣາເອນ ເພື່ອເປັນຮູບປະທຳໃຫ້ແກ່ນະໂຍບາຍຕົ້ນຕໍຂອງພັກ ແລະ ລັດກ່ຽວກັບການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ ແລ້ວ, ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ແລະ 105 ປີແຫ່ງວັນເກີດປະທານໄກສອນ ພົມວິຫານ (13 ທັນວາ 1920 – 13 ທັນວາ 2025), ວັນທີ 15 ທັນວານີ້, ທີ່ນະຄອນ ໄກສອນພົມວິຫານ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ສົມທົບກັບໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນ VR Robots ຂັ້ນມັດທະຍົມ ປະຈຳປີ 2025.
ຍສໝ - ໃນໂລກທີ່ມີການປ່ຽນແປງ, ການທູດລະຫວ່າງປະຊາຊົນກັບປະຊາຊົນເປັນຂົວຕໍ່ຊຸກຍູ້ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ, ສ້າງພື້ນຖານແບບຍືນຍົງໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມື. ຈາກການປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບເພື່ອເປີດກວ້າງແຫຼ່ງກຳລັງພາຍນອກ, ຊ່ອງທາງປະຊາຊົນນັບມື້ນັບສະແດງໃຫ້ເຫັນບົດບາດຂອງຕົນໃນການລະດົມຄວາມຮູ້, ເຕັກໂນໂລຢີ, ການເງິນ ແລະ ປະສົບການສາກົນເພື່ອພັດທະນາ. ຜ່ານການພົບປະແລກປ່ຽນປະຊາຊົນ, ຫວຽດນາມ ບໍ່ພຽງແຕ່ກ້າວໄປເຖິງບັນດາຮູບແບບທີ່ກ້າວໜ້າເທົ່ານັ້ນ, ຫາກຍັງຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ, ສິ່ງແວດລ້ອມ, ນະວັດຕະກຳ, ຫັນຈິດໃຈມິດຕະພາບເປັນກຳລັງແຮງການເຄື່ອນໄຫວ.
ຍສໝ - ການເດີນທາງຂອງການສຶກສາ ແລະ ບຳລຸງລ້ຽງຄວາມຝັນທາງການແພດຂອງນັກສຶກສາລາວ ແມ່ນໄດ້ຮັບການຮ່ວມເດີນທາງ ແລະ ສະໜັບສະໜູນຢ່າງກະຕືລືລົ້ນຈາກພະນັກງານ, ອາຈານສອນ ແລະ ນັກສຶກສາຂອງວິທະຍາໄລແພດສາດຮ່າຕິ້ງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ.
ຍສໝ - ໃນຂອບເຂດການຜັນຂະຫຍາຍມະຕິເລກທີ່ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງກ່ຽວກັບບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ, ຫ້ອງວ່າການວິທະຍາສາດ ແລະ ເຕັກໂນໂລຢີ (ສະຖານທູດ ຫວຽດນາມ ປະຈຳ ການາດາ) ຫາກໍ່ຈັດຕັ້ງພິທີເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). ນີ້ແມ່ນຂໍ້ລິເລີ່ມອັນສຳຄັນເພື່ອລະດົມແຫຼ່ງກຳລັງປັນຍາຊົນຂອງຊຸມຊົນປັນຍາຊົນຊາວຫວຽດນາມ ຢູ່ ການາດາ ເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ຍສໝ - ນັບແຕ່ວັນທີ 9 ຫາ ວັນທີ 20 ມິຖຸນາ, ໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີ ກວນເຕີມ ແລະ ກຳລັງແຮງດຶງດູດ ກວນເຕີມ 2025 ໄດ້ໄຂຂຶ້ນຢູ່ສູນວິທະຍາສາດສາກົນ ແລະ ການສຶກສາລະຫວ່າງຂະແໜງການ (ICISE), ນະຄອນ ກຸຍເຍີນ (ແຂວງ ບິງດິ້ງ). ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ ກວ່າ 60 ທ່ານທີ່ມາຈາກ 22 ປະເທດ ແລະ ເຂດແຄ້ວນ, ເຫດການດັ່ງກ່າວໄດ້ຕີລາຄາວ່າແມ່ນບາດກ້າວສຳຄັນເພື່ອຍົກສູງທີ່ຕັ້ງວິທະຍາສາດພື້ນຖານຂອງຫວຽດນາມໃນເວທີສາກົນ.
ຍສໝ - ວັນທີ 1 ເມສາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ສົມທົບກັບຄະນະຜູ້ແທນ Wallonie-Bruxelles ປະຈໍາ ຫວຽດນາມ, ມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel (VUB) ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວິຊາການ ແລະ ການເຊື່ອມຕໍ່.
ຍສໝ - ລາງວັນປະດິດຄິດສ້າງ ອາຊີ ຂອງກອງທຶນ Hitachi ທົ່ວໂລກ ຫາກໍ່ໄດ້ປະກາດລາຍຊື່ນັກວິທະຍາສາດ 15 ທ່ານທີ່ຊະນະເລີດໃນປີ 2024, ໃນນັ້ນ ຫວຽດນາມ ໄດ້ຮັບລາງວັນໃຫຍ່ດີເລີດ 2 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ.
ຍສໝ - ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ ນັກວິຊາການຂອງສະພາມະຫາບັນດິດ ເອີຣົບ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລ ລອນດອນ (UCL) ລາຊາອານາຈັກ ອັງກິດ ກ່າວໄວ້ທີ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ທີ່ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ.
ຍສໝ - ທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຄັ້ງນີ້ຂອງຄະນະ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ຄືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.
ຍສໝ - ກອງປະຊຸມສຸດຍອດການທູດວິທະຍາສາດໂລກ ໄດ້ປຽບດັ່ງ "ກອງປະຊຸມ Davos" ຂອງວິທະຍາສາດແລະ ເຕັກໂນໂລຊີ.
ຍສໝ - ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸ່ຍເຍີນ (ບິ່ງດິ້ງ), ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 34 ຄົນຂອງ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຟິຊິກສາດ ຫວຽດນາມ ຄັ້ງທີ 30 (VSOP30).
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນບ່າຍວັນທີ 29 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍທ່ານລັດຖະມົນຕີ ຮ່ວາງແທງດາດ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.