ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

23:00 | 17/07/2024

ຍສໝ - ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸ່ຍເຍີນ (ບິ່ງດິ້ງ), ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 34 ຄົນຂອງ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຟິຊິກສາດ ຫວຽດນາມ ຄັ້ງທີ 30 (VSOP30).

ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ
ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ

ຕາມ​ທ່ານ​ສາດສະດາຈານ ເຈິນແທງເວີນ, ປະທານ​​ສະມາຄົມ​ວິທະຍາສາດພົບປະ ​ຫວຽດນາມ, ຜູ້ອຳນວຍການ​ສູນສາກົນ​ວິ​ທະ​ຍາ​ສາດ ​ແລະ ການ​ສຶກສາລະຫວ່າງຂະແໜງການ​ (ICISE) ແລ້ວ, VSOP ​ໄດ້​ຈັດ​ຕັ້ງ​ແຕ່ລະ​ປີ​ ໂດຍ​​ສະມາຄົມ​ວິທະຍາສາດການພົບປະ ​ຫວຽດນາມ ​ແລະ ICISE ​ເພື່ອ​ເຊື່ອມ​ຕໍ່​ນັກ​ສຶກສາ ​ແລະ ນັກ​ຄົ້ນ​ຄວ້າ​ໜຸ່ມທີ່ມີຄວາມຫຼົງໄຫຼກ່ຽວກັບຟີຊິກສາດ ເພື່ອເຂົ້າເຖິງ ແລະ ອັບເດດບັນດາວິທີການຄົ້ນຄ້ວາໃຫມ່ໃນຟີຊິກ.

ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

ທ່ານ​ສາດສະດາຈານ ເຈິນແທງເວີນ ກ່າວ​ຄຳ​ປາໄສ​ທີ່ VSOP30.

ໂຮງຮຽນໄດ້ຮັບການສ້າງຂຶ້ນໃນປີ 1994 ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາ ຫວຽດນາມ ໄດ້ຮໍ່າຮຽນ ແລະ ສຳຜັດການຄົ້ນຄວ້າກັບນັກສຶກສາສາກົນ ແລະ ບັນດານັກວິທະຍາສາດຊັ້ນນຳໃນຂະແໜງການຄົ້ນຄວ້າຕາມຫົວຂໍ້ຂອງແຕ່ລະຫ້ອງຮຽນ. ຈາກພື້ນຖານດັ່ງກ່າວ, ນັກສຶກສາມີໂອກາດຊອກຫາທຶນການສຶກສາລະດັບປະລິນຍາເອກ ແລະ ຫຼັງມະຫາຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າທີ່ກ້າວໜ້າທົ່ວໂລກ, ປະກອບສ່ວນເພີ່ມທະວີກຳລັງຄົ້ນຄວ້າຟີຊິກສາດພື້ນຖານຂອງ ຫວຽດນາມ.

VSOP30 ສະໜອງຊຸດການບັນລະຍາຍກ່ຽວກັບຟິຊິກຂອງອານຸພາກ ແລະ ສະສານມືດ ທິດສະດີ ແລະ ການທົດລອງຕົວຈິງ. ນອກຈາກພື້ນຖານຄວາມຮູ້ຂອງທິດສະດີພາກສະຫນາມກວນເຕີມ, ຕົວແບບມາດຕະຖານ (SM), ການບັນລະຍາຍຍັງປະກອບມີ: ທິດສະດີນອກເໜືອຕົວແບບມາດຕະຖານ, ທິດສະດີສະສານມືດ, ບັນດາວິທີການທົດລອງຕົວຈິງສໍາລັບການຄົ້ນຄວ້າເຄື່ອງຕຳອານຸພາກ ແຮັກລອນ ຂະໜາດໃຫຍ່ (LHC), ແບບວິທີການ Monte Carlo ແລະ ການຮຽນຮູ້ເຄື່ອງຈັກ (ML).

ພິເສດ, ນັກຮຽນມີໂອກາດທີ່ຈະເຂົ້າເຖິງບັນດາຫົວຂໍ້ການຄົ້ນຄວ້າທີ່ພວມດໍາເນີນໂດຍຄູອາຈານ. ການບັນລະຍາຍທັງໝົດໄດ້ຖືກອອກແບບເພື່ອເຊື່ອມຕໍ່ຄວາມຮູ້ພື້ນຖານທີ່ສະໜອງໃຫ້ໃນລະດັບມະຫາວິທະຍາໄລໄປສູ່ລະດັບສູງ, ວິທີການຄົ້ນຄວ້າ ແລະ ໂດຍສະເພາະແມ່ນວິທີການຄິດໄລ່ ແລະ ການວິເຄາະຂໍ້ມູນແມ່ນໄດ້ຖ່າຍທອດຕົວຈິງໃນທຸກຫຼັກສູດ.

ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

ໂຮງຮຽນ ຫວຽດນາມ ກ່ຽວກັບ Neutrinos ຄັ້ງທີ 8.

​​ໃນ​ວັນ​ດຽວ​ກັນ, ສະມາຄົມ​ວິທະຍາສາດການພົບປະ ​ຫວຽດນາມ ​ແລະ ICISE ​ໄດ້​ເປີດ​ສະຫຼອງ​ໂຮງຮຽນ ຫວຽດນາມ ກ່ຽວກັບ Neutrinos (VSON8) ຄັ້ງ​ທີ 8 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກວິທະຍາສາດ, ນັກ​ຄົ້ນ​ຄວ້າ ແລະ ນັກຮຽນ 32 ຄົນ​ທີ່ມາຈາກ ຍີ່ປຸ່ນ, ຈີນ, ອິນ​ເດຍ, ອີ​ຕາ​ລີ, ອັງກິດ ​ແລະ ຫວຽດນາມ.

ໂຮງຮຽນ ຫວຽດນາມ ກ່ຽວກັບ Neutrinos ໄດ້ຈັດຕັ້ງຄັ້ງທຳອິດໃນປີ 2017 ດ້ວຍການຊ່ວຍເຫຼືອຈາກບັນດານັກຊ່ຽວຊານດ້ານຟີຊິກສາດ Neutrinos ຊັ້ນນຳຈາກປະເທດ ຍີ່ປຸ່ນ. ໂຮງຮຽນໄດ້ດຶງດູດບັນດານັກຮຽນມາຈາກ ເອີຣົບ, ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້.

ດ້ວຍພື້ນຖານຄວາມຮູ້ກ່ຽວກັບ Neutrino ຈາກຫ້ອງຮຽນກ່ອນນີ້, ນັກສຶກສາ ຫວຽດນາມ ແລະ ຕ່າງປະເທດຫຼາຍຄົນໄດ້ມີໂອກາດສືບຕໍ່ການຄົ້ນຄວ້າ, ຍາດໄດ້ໃບປະກາດສະນີຍະບັດລະດັບປະລິນຍາເອກໃນຂົງເຂດ Neutrino ແລະ ໄດ້ປະກອບສ່ວນຕົວຈິງໃຫ້ແກ່ປະຊາຄົມວິທະຍາສາດສາກົນ.

ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດນິຕິບັນຍັດ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດນິຕິບັນຍັດ ຫວຽດນາມ-ລາວ

ຍສໝ - ທີ່ການເຮັດວຽກ, ສອງຝ່າຍກໍໄດ້ແລກປ່ຽນ ແລະແບ່ງປັນບົດຮຽນຕົວຈິງໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ. ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.

ຍສໝ - ວັນ​ທີ 21 ພະຈິກ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸຍວັນຫງີ້ ​ໄດ້​ມີ​ການ​ປຶກສາ​ຫາລື ​ແລະ ​ເຮັດ​ວຽກ​ກັບ​ທ່ານ Inácio Arruda, ອະດີດ​ສະມາຊິກ​ສະພາ​ສູງ, ຮອງ​ລັດຖະມົນຕີຜູ້​ປະຈຳການ ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ການປ່ຽນແປງໃໝ່ ບຣາຊິນ (MCTI), ພ້ອມທັງ​ເປັນ​ປະທານ​ສະມາຄົມມິດຕະພາບ ...

ມິງດຶກ

ເຫດການ
302 Found

Found

The document has moved here.