![]() | ວັດທະນະທໍາຊາຫວຽດນາມ ປະກາຍແຈ້ງຢູ່ໃນປະເທດການາດາ |
![]() | ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ |
![]() |
ພິທີເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). (ພາບ: TTXVN) |
ຕາມຂ່າວສານຫວຽດນາມແລ້ວ, ເຄືອຂ່າຍ CVSE ໄດ້ເຕົ້າໂຮມບັນດານັກຊ່ຽວຊານ, ນັກວິທະຍາສາດຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ການາດາ. ເຂົາເຈົ້າສ່ວນຫຼາຍໄດ້ສ້າງຕັ້ງທີ່ຕັ້ງ, ຊື່ສຽງໃນຂະແໜງວິທະຍາສາດ, ເຕັກໂນໂລຢີແລະ ນະວັດຕະກໍາ ໃນປະເທດປະຈຳຖີ່ນ. ດ້ວຍການເຂົ້າການເຄື່ອນໄຫວຢ່າງເປັນທາງການ, ເຄືອຂ່າຍຈະເປັນຂົວຕໍ່ທີ່ມີປະສິດທິຜົນເພື່ອຊ່ວຍແບ່ງປັນຄວາມຮູ້, ປະສົບການດ້ານວິຊາຊີບ ແລະ ຖ່າຍທອດເຕັກໂນໂລຢີຈາກການາດາເຖິງຫວຽດນາມ.
ທ່ານ ຮວ່າງງອກດິງ, ຫົວໜ້າຜູ້ຕາງໜ້າຫ້ອງການວິທະຍາສາດເຕັກໂນໂລຢີ (ສະຖານທູດ ຫວຽດນາມ ປະຈຳ ການາດາ) ເນັ້ນໜັກວ່າ “ເຄືອຂ່າຍ CVSE ຈະແມ່ນແຫຼ່ງຊັບພະຍາກອນອັນລ້ຳຄ່າ, ພ້ອມທັງເປັນຊ່ອງທາງເຊື່ອມຕໍ່ຂໍ້ມູນຂ່າວສານຢ່າງມີປະສິດທິຜົນໃນຂົງເຂດວິທະຍາສາດເຕັກໂນໂລຢີລະຫວ່າງ 2 ປະເທດ, ຮັບໃຊ້ທິດພັດທະນາຂອງພັກ ແລະ ລັດໃນໄລຍະຈະມາເຖິງ”.
ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ການາດາ ມີເກືອບ 300.000 ຄົນ, ໃນນັ້ນມີບັນດານັກປັນຍາຊົນ, ນັກວິທະຍາສາດ ແລະ ນັກທຸລະກິດໄດ້ຖືຄວາມຮູ້ ແລະ ເຕັກໂນໂລຢີຫຼັກແຫຼ່ງ ທີ່ເໝາະສົມກັບທິດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ດັ່ງນັ້ນ, ການເສີມຂະຫຍາຍຂອງກໍາລັງນີ້ຜ່ານເຄືອຂ່າຍ CVSE ໄດ້ຮັບການຕີລາຄາວ່າ ເປັນແທດຈິງ ແລະ ທັນເວລາ.
ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ການາດາ ຟ້າມວິງກວາງ ແລ້ວ, ການສ້າງຕັ້ງເຄືອຂ່າຍ CVSE ບໍ່ພຽງແຕ່ຫັນຈິດໃຈມະຕິເລກທີ 169/NQ-CP ຂອງລັດຖະບານກ່ຽວວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຕົວຈິງເທົ່ານັ້ນ ຫາກຍັງຫັນຍຸດທະສາດພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຕາມມະຕິເລກທີ 57 ຂອງສູນກາງເປັນລະອຽດອີກດ້ວຍ. ທ່ານປາດຖະໜາວ່າ ເຄືອຂ່າຍຈະນັບມື້ນັບພັດທະນາຢ່າງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມເຮັດໃຫ້ຫວຽດນາມ ເປັນປະເທດພັດທະນາ, ຈັບຄູ່ກັບມະຫາອຳນາດດ້ານວິທະຍາສາດ ແລະ ເຕັກໂນໂລຢີ.
ຜູ້ຕາງໜ້າຄະນະຄຸ້ມຄອງເຄືອຂ່າຍ CVSE, ຮອງສາດສະດາຈານ ຫວູຫວຽດຮື່ງ (ສະຖາບັນເຕັກນິກການທະຫານ ການາດາ) ໃຫ້ຮູ້ວ່າ ເປົ້າໝາຍທັນທີແມ່ນການກໍ່ສ້າງເວທີປາໄສເຊື່ອມຕໍ່ນັກວິທະຍາສາດ ຫວຽດນາມ ແລະ ການາດາ, ສ້າງເງື່ອນໄຂເພື່ອນຳບັນດາຜົນງານວິທະຍາສາດບຸກເບີກຂອງ ການາດາ ມານຳໃຊ້ຢູ່ ຫວຽດນາມ.
ທ່ານປອ. ຫງວຽນຊວນຟອງ, ຊ່ຽວຊານ AI ຢູ່ສະຖາບັນຄົ້ນຄ້ວາ Mila, ສະມາຊິກໃນເຄືອຂ່າຍ CVSE ຢືນຢັນວ່າ “ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍໍ້ໃຫ້ສັ້ນເຂົ້າກັບໂລກໃນຂົງເຂດເຕັກໂນໂລຢີສູງ. CVSE ຈະໜູນຊ່ວຍຢ່າງຕັ້ງໜ້າການຖ່າຍທອດເຕັກໂນໂລຢີ ແລະ ສ້າງຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ”.
![]() |
ພິທີເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). (ພາບ: TTXVN) |
ປະຈຸບັນ, ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ ແມ່ນໜຶ່ງໃນ 7 ຂົງເຂດບຸລິມະສິດໃນການພົວພັນຫວຽດນາມ - ການາດາ. ການເປີດຕົວ CVSE ຄາດວ່າຈະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປະດິດສ້າງ, ພ້ອມທັງຢືນຢັນບົດບາດຂອງປັນຍາຊົນຫວຽດນາມ ຢູ່ຕ່າງປະເທດໃນການພັດທະນາຂອງປະເທດ.
ດ້ວຍພື້ນຖານນະໂຍບາຍທີ່ສະດວກ ແລະ ການຮ່ວມເດີນທາງຂອງບັນດາອົງການຜູ້ຕາງໜ້າຫວຽດນາມ, CVSE ຄາດວ່າຈະກາຍເປັນເຄືອຂ່າຍວິຊາຊີບ, ເສີມຂະຫຍາຍແຫຼ່ງກຳລັງປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ຢ່າງສູງສຸດ, ປະກອບສ່ວນຢ່າງແທດຈິງເຂົ້າໃນເປົ້າໝາຍສ້າງຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ຮັ່ງມີ ແລະ ວັດຈະນາຖາວອນ.
![]() | ຫວຽດນາມ ແລະການາດາ ເພີ່ມທະວີເຊື່ອມຕໍ່ໃນດ້ານການຄ້າ, ການລົງທຶນ ຍສໝ - ຫວຽດນາມ ເຂົ້າຮ່ວມງານວາງສະແດງການສົ່ງເສີມການລົງທຶນສາກົນ MIBIExpo ດ້ວຍຄວາມປາດຖະໜາຢາກຊຸກຍູ້ເຊື່ອມຕໍ່ ພ້ອມກັນນັ້ນ ກໍ່ສ້າງອອກລະບົບນິເວດໃນລະບົບບັນດາສັນຍາການຄ້າເສລີລະຫວ່າງ 2 ປະເທດທີ່ມີຢູ່ແລ້ວ. |
![]() | ຊາວຫວຽດນາມ ອາໄສຢູ່ ການາດາ ເຜີຍແຜ່ຄວາມເອກອ້າງທະນົງໃຈຫວຽດນາມ ຍສໝ - ໃນບັນຍາກາດສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາ ຂອງທົ່ວປວງຊົນທັງຊາດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ບາງສະຖານທີ່ຂອງ ການາດາ ໄດ້ຈັດພິທີເອົາທຸງຊາດຂຶ້ນຢູ່ສຳນັກງານເທດສະບານນະຄອນ ທີ່ພວກເຂົາດຳລົງຊີວິດເພື່ອສະແດງຄວາມເອກອ້າງທະນົງໃຈ ແລະ ນ້ຳໃຈຄວາມສາມັກຄີພ້ອມກັນມຸ່ງໄປເຖິງປະເທດຊາດ. |
ມີງດຶກ