ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ

21:26 | 09/08/2024

ຍສໝ - ທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຄັ້ງນີ້ຂອງຄະນະ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ຄືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ
ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ  ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ

ຕອນບ່າຍວັນທີ 7 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ນໍາໂດຍ ສຈ ບັນດິດ ເຈົາວັນມິງ, ປະທານສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ລາວ.

ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ ເຈົາວັນມິງ, ປະທານສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ທີ່ການຕ້ອນຮັບ. ພາບ: ຊວນຕູ໊

ທີ່ການຕ້ອນຮັບ, ສຈ ບັນດິດ ເຈົາວັນມິງ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີລາວ ຮັບຊາບກ່ຽວກັບຜົນການເຮັດວຽກຂອງຄະນະກັບກະຊວງເຕັກໂນໂລຊີ ແລະການສື່ສານລາວ, ສອງຝ່າຍໄດ້ດຳເນີນກອງປະຊຸມສອງຝ່າຍຄັ້ງທີ 3, ປຶກສາຫາລືກ່ຽວກັບການຜັນຂະຫຍາຍ 2 ເນື້ອໃນທີ່ລັດຖະບານສອງປະເທດ ສະໜັບສະໜູນຮ່ວມມືໃນກອງປະຊຸມສອງຝ່າຍ ຄັ້ງທີ 46 ແມ່ນການສ້າງແຜນຮ່າງກໍ່ສ້າງສູນຂໍ້ມູນຂະໜາດໃຫຍ່ ເພື່ອຮັບໃຊ້ວຽກງານຫັນເປັນດີຈີຕອນ, ການປະຕິວັດວິທະຍາສາດເຕັກໂນໂລຊີ ຄັ້ງທີ 4 ແລະກໍ່ສ້າງສູນຂໍ້ມູນເຕືອນໄພພິບັດທຳມະຊາດແຜ່ນດິນໄຫວຢູ່ລາວ. ເພື່ອສ້າງປະຖົມປັດໄຈໃຫ້ແກ່ການປະຕິບັດ, ສະຖາບັນຟີຊິກໜ່ວຍໂລກ ຂອງສະພາບັນດິດ ແລະສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະຂອງກະຊວງເຕັກໂນໂລຊີ ແລະການສື່ສານຂອງລາວ ໄດ້ສົມທົບກັນຜັນຂະຫຍາຍຫ້ອງທົດລອງກ່ຽວກັບຂໍ້ມູນ ແລະການສື່ສານທາງໄພພິບັດ ທີ່ຫາກໍ່ໄດ້ເປີດນໍາໃຊ້ໃນວັນທີ 6 ສິງຫາຜ່ານມາ; ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາຫົວໜ່ວຍຄົ້ນຄວ້າ ແລະບຳລຸງສ້າງຂອງລາວ ໃນໄລຍະຈະມາເຖິງ.

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ: ລັດຖະບານລາວ ຖືເປັນສຳຄັນການພັດທະນາວິທະຍາສາດ ແລະເຕັກໂນໂລຊີ; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະແບ່ງປັນບົດຮຽນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ; ສະເໜີສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ຈັດສົ່ງນັກຊ່ຽວຊານມາຊ່ວຍເຫຼືອລາວ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຄັ້ງນີ້ຂອງຄະນະ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ຄືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.

*ກ່ອນລະນັ້ນ, ວັນທີ 6 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໄດ້ສົມທົບກັບກະຊວງເຕັກໂນໂລຊີ ແລະການສື່ສານລາວຈັດພິທີເປີດນໍາໃຊ້ຫ້ອງທົດລອງຂໍ້ມູນ ແລະການສື່ສານທາງໄພພິບັດຢູ່ລາວ.

ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ

ຜູ້ແທນຕັດແຖບຜ້າເປີດນໍາໃຊ້ຫ້ອງທົດລອງຂໍ້ມູນ ແລະການສື່ສານທາງໄພພິບັດ. ພາບ: TTXVN

ທ່ານ ປະລິຕະ ແສງຈັນທ໌, ຮອງຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະເນັ້ນໜັກວ່າ ເລື່ອງເລັງ ແລະວັດແທກແຜ່ນດິນໄຫວມີບົດບາດສຳຄັນໃນການເຕືອນໄພລ່ວງໜ້າ ແລະຫຼຸດຜ່ອນຜົນສະທ້ອນຈາກແຜ່ນດິນໄຫວ.

ການກໍ່ສ້າງຫ້ອງທົດລອງຂໍ້ມູນ ແລະການສື່ສານທາງໄພພິບັດລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບກະຊວງເຕັກໂນໂລຊີ ແລະການສື່ສານລາວ ແມ່ນເປີດສາກໃຫ້ການກໍ່ສ້າງລະບົບເຄືອຂ່າຍຟີຊິກໜ່ວຍໂລກພາຍໃນປະເທດ ແລະເຊື່ອມຕໍ່ຂໍ້ມູນກັບເຄືອຂ່າຍສະຖານີຟີຊິກໜ່ວຍໂລກຂອງຫວຽດນາມ, ໄທ ແລະອາຊີຕາເວັນອອກສ່ຽງໃຕ້.

ຫ້ອງທົດລອງຂໍ້ມູນ ແລະການສື່ສານທາງໄພພິບັດຢູ່ລາວ ໄດ້ເລີ່ມບຸລະນະ ແລະຕິດຕັ້ງອຸປະກອນ, ຊອບແວໃນທ້າຍເດືອນກໍລະກົດ ຜ່ານມາ, ດ້ວຍ 4 ໜ້າຈໍ, ຄອມພິວເຕີ 2 ໜ່ວຍ ແລະອຸປະກອນອື່ນໆອີກຈຳນວນໜຶ່ງທີ່ນຳໃຊ້ໃນການເລັງ ແລະວັດແທກສະພາບແຜ່ນດິນໄຫວຕາມເວລາຕົວຈິງ ແລະຍົກອອກຂໍ້ມູນຕ່າງໆ ເຊັ່ນ: ເວລາ, ສະຖານທີ່ເກີດແຜ່ນດິນໄຫວ, ລະດັບຄວາມແຮງ,... ຄຽງຂ້າງນັ້ນ, ລະບົບກໍ່ໄດ້ເຊື່ອມຕໍ່ກັບລະບົບເລັງ ແລະວັດແທກຢູ່ປະເທດອື່ນໆ, ເຊັ່ນ: ຫວຽດນາມ, ໄທ ແລະລະບົບສາກົນ.

ປັດຈຸບັນ, ປະເທດລາວ ມີ 3 ສະຖານີເລັງ ແລະວັດແທກ ເພື່ອຕິດຕາມເຫດແຜ່ນດິນໄຫວ, ຕິດຕັ້ງຢູ່ 3 ແຫ່ງຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະແຂວງບໍລິຄໍາໄຊ. ການເປີດນໍ້າໃຊ້ຫ້ອງທົດລອງຂໍ້ມູນ ແລະການສື່ສານທາງໄພພິບັດຢູ່ລາວ ແມ່ນຂີດໝາຍບາດກ້າວອັນສຳຄັນໃນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີລະຫວ່າງຫວຽດນາມ ແລະລາວ, ຊ່ວຍສ້າງພື້ນຖານວິທະຍາສາດໃຫ້ແກ່ການຄຸ້ມຄອງຂໍ້ມູນ ແລະສື່ສານກ່າວເຕືອນໄພພິບັດທຳມະຊາດ, ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງໂຄງການລັດຖະບານດີຈີຕອນ.

*ວັນທີ 5 ສິງຫາ, ທີ່ນະຄອນຫຼວງວຽງຈັນ (ສປປ ລາວ) ໄດ້ດໍາເນີນກອງປະຊຸມສອງຝ່າຍ ຄັ້ງທີ 3 ລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບກະຊວງເຕັກໂນໂລຊີ ແລະການສື່ສານລາວ. ຄະນະຜູ້ແທນຫວຽດນາມ ນໍາໂດຍ ສຈ.ປອ ເຈົາວັນມິງ, ປະທານສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີ.

ທີ່ກອງປະຊຸມ, ສອງຝ່າຍໄດ້ພ້ອມກັນສະຫຼຸບ ແລະຕີລາຄາຄືນບັນດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ; ແລກປ່ຽນ ແລະເຫັນດີເປັນເອກະພາບບັນດາເນື້ອໃນ, ແຜນການຮ່ວມມືໃນໄລຍະຈະມາເຖິງ.

ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ໃຫ້ສໍາເລັດໂຄງການກໍ່ສ້າງສູນຂໍ້ມູນ ແລະການສື່ສານທາງໄພພິບັດ (ແຜ່ນດິນໄຫວ) ໃຫ້ແກ່ ສປປ ລາວ; ສືບຕໍ່ສົມທົບກັນກໍ່ສ້າງແຜນຮ່າງສູນແຫ່ງຊາດດ້ານການຈັດເກັບຂໍ້ມູນ ແລະ cloud computing ຢູ່ ລາວ; ໃຫ້ການຊ່ວຍເຫຼືອກະຊວງເຕັກໂນໂລຊີ ແລະການສື່ສານລາວ ໃນການສ້າງຄວາມເຂັ້ມແຂງດ້ານເຕັກນິກ, ພັດທະນາຊັບພະຍາກອນມະນຸດກ່ຽວກັບການຄຸ້ມຄອງຂໍ້ມູນ, ໂດຍສະເພາະແມ່ນໃນບັນດາຂົງເຂດເຕັກໂນໂລຊີດີຈີຕອນ ແລະນະວັດຕະກໍາ; ສືບຕໍ່ແລກປ່ຽນການຮ່ວມມືກ່ຽວກັບລະບົບເກັບຂໍ້ມູນອອນລາຍ, ກ້າວໄປເຖິງການສ້າງໂຄງການສູນແຫ່ງຊາດດ້ານການຈັດເກັບຂໍ້ມູນຂ່າວສານ ແລະລະບົບເກັບຂໍ້ມູນອອນລາຍ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ສຈ.ປອ ເຈົາວັນມິງ ຕີລາຄາສູງຜົນການຮ່ວມມືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບກະຊວງເຕັກໂນໂລຊີ ແລະການສື່ສານລາວ; ເນັ້ນໜັກວ່າ ສະພາບັນດິດ ຈະສືບຕໍ່ສົມທົບກັບກະຊວງເຕັກໂນໂລຊີ ແລະການສື່ສານລາວ ຜັນຂະຫຍາຍບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ, ພິເສດແມ່ນປັບປຸງໃຫ້ສົມບູນແບບສອງໂຄງການແກ່ລາວ.

ກ່ຽວກັບບັນຫາກໍ່ສ້າງຊັບພະຍາກອນມະນຸດ, ສຈ.ປອ ເຈົາວັນມິງ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຂອງຫວຽດນາມ ປະສານສົມທົບກັບກະຊວງເຕັກໂນໂລຊີ ແລະການສື່ສານ ລາວ ບໍາລຸງກໍ່ສ້າງ, ແລກປ່ຽນຂໍ້ມູນຂ່າວສານ ແລະແບ່ງປັນບົດຮຽນໃຫ້ແກ່ຝ່າຍລາວ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດຄອມພິວເຕີ, ວິທະຍາສາດຂໍ້ມູນ...

ສິ້ນສຸດກອງປະຊຸມ, ສຈ.ປອ ເຈົາວັນມິງ ແລະທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ ລາວ ໄດ້ລົງນາມບົດບັນທຶກກອງປະຊຸມ ຄັ້ງທີສາມລະຫວ່າງສອງຝ່າຍ; ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານຝ່າຍ ຫວຽດນາມ ກັບສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະຝ່າຍລາວ, ສ້າງພື້ນຖານນິຕິກໍາເພື່ອຜັນຂະຫຍາຍການເຄື່ອນໄຫວຮ່ວມມືກ່ຽວກັບ Big Data ແລະ cloud computing.

ແສງເດືອນ

ເຫດການ
302 Found

Found

The document has moved here.