ການພັດທະນາແບບຍືນຍົງໂດຍອີງໃສ່ພື້ນຖານວິທະຍາສາດ, ເຕັກໂນໂລຢີ ແລະ ດິຈິຕອນ

10:20 | 21/07/2025

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ.

ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ: ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ
ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບທີ 360 ໃນໂລກ ດ້ານເຕັກນິກ ແລະ ເຕັກໂນໂລຢີ

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດເຕັກໂນລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນການ 06 ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳສະຫຼຸບການຈັດຕັ້ງປະຕິບັດວຽການ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ 06 ເດືອນ ທ້າຍປີ 2025.

ການພັດທະນາແບບຍືນຍົງໂດຍອີງໃສ່ພື້ນຖານວິທະຍາສາດ, ເຕັກໂນໂລຢີ ແລະ ດິຈິຕອນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ. ບົນເນື້ອໃນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນຕີລາຄາຢ່າງກົງໄກກົງມາບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ກຳນົດ, ໄຈ້ແຍກເຫດຜົນ, ທອດຖອນບົດຮຽນປະສົບການອັນລ້ຳຄ່າ, ຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ; ກຳນົດແຈ້ງບັນດາໜ້າທີ່ ແລະ ຜະລິດຕະພັນລະອຽດຂອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນໃນເດືອນ ກໍລະກົດ, ໄຕມາດທີ III ແລະ ບັນດາເດືອນທ້າຍປີ; ວຽກງານສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ; ວຽກງານກວດກາ, ຕິດຕາມ, ຕີລາຄາພະນັກງານ.

ປະທານກໍາມາທິການເສດຖະກິດ ຫວຽດນາມ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ປະທານກໍາມາທິການເສດຖະກິດ ຫວຽດນາມ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ

ຍສໝ - ໃນຕອນເຊົ້າວັນທີ 9 ທັນວາ 2019, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ, ຄະນະປະຕິບັດງານຂອງກຳມາທິການເສດຖະກິດພ້ອມກັບກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ ໂດຍທ່ານ ຫວູຮົ່ງແທັງ, ປະທານກໍາມາທິການເສດຖະກິດເປັນຫົວໜ້າຄະນະໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ.

ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ

ຍສໝ - ກອງປະຊຸມສາກົນພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ” ໄດ້ຈັດຂຶ້ນໃນເມື່ອວັນທີ 15 ພຶດສະພາ ທີ່ ທີ່ຮ່າໂນ້ຍ.

ມີງດຶກ

ທ່ານອາດຈະມັກ