ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ

07:57 | 06/09/2022

ຍສໝ - ເມື່ອບໍ່ດົນມານີ້, ຢູ່​ທີ່​ສຳນັກງານຄະນະໂຄສະນາອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ວິທະຍາສາດ​ໃນ​ຫົວ​ຂໍ້ “60 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ, 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ”, ​ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ຄຳ​ພັນ ເຜີຍຍະ​ວົງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ການຮ່ວມມືດ້ານພະລັງງານຫວຽດນາມ - ລາວ: ຈາລືກຄວາມສາມັກຄີພິເສດ ການຮ່ວມມືດ້ານພະລັງງານຫວຽດນາມ - ລາວ: ຈາລືກຄວາມສາມັກຄີພິເສດ
ລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ເຊີດຊູການພົວພັນ ຫວຽດນາມ - ລາວ ລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ເຊີດຊູການພົວພັນ ຫວຽດນາມ - ລາວ

ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ ​ເມື່ອ​ທົ່ວ​ພັກ, ທົ່ວປວງຊົນ​ຂອງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ສະ​ເຫຼີ​ມສະຫຼອງ 2 ວັນ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ສອງ​ປະ​ເທດ, ນັ້ນ​ແມ່ນ​ວັນ​ສ້າງ​ຕັ້ງການ​ພົວ​ພັນ​ທາງ​ການ​ທູດ​ສອງ​ປະ​ເທດ ​ຄົບຮອບ 60 ປີ ແລະ ວັນສະເຫຼີມສະຫຼອງ 45 ປີ​ແຫ່ງ​ການ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ​ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-ຫວຽດນາມ. ການສຳມະນາ​ກໍ່ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ​ແລະ ​ຕົວຈິງລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ ລາວ - ຫວຽດນາມ ​ແລະ ຫວຽດນາມ - ລາວ.

ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ
ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ. (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ສິ່ງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ ​ທີ່​ເຮັດ​ໃຫ້​ສາຍ​ພົວພັນ​ຫວຽດນາມ - ລາວ ​ເປັນ​ພິ​ເສດ​ກວ່າ​ການ​ພົວພັນ​ສາກົນ​ອື່ນໆ​ ແມ່ນ​ສອງ​ປະ​ເທດ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ; ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ ​ສືບ​ຕໍ່​ເພີ່ມ​ຂຶ້ນ​ເມື່ອ​ສອງ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ​ກັບ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​​ສະຫຼັບກັນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຢືນຢັນ​ວ່າ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນີ້​ ໄດ້​ຮັບ​ການ​ສ້າງ​ຕັ້ງ, ເພີ່ມພູນຄູນສ້າງ, ທົດ​ສອບ ​ແລະ ກໍ່ສ້າງ​ໃນ​ຕະຫຼອດ​ປະຫວັດສາດ​ຂອງ​ສອງ​ປະ​ເທດ, ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບ ​ແລະ ການ​ສ້າງສາ​ປະ​ເທດ​ຊາດ, ​ໄດ້​ຊ່ວຍ​ໃຫ້​ສອງ​ປະ​ເທດ​ມີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ​ຕໍ່​ຕ້ານ​ການ​ຜັນແປຍຸກ​ສະ​ໄໝ, ຕ້ານ​ການ​ແບ່ງ​ແຍກ, ການຕ້ານ ແລະ ທຳລາຍ​ຂອງ​ກຳລັງສັດຕູ, ​ແມ່ນ​ພື້ນຖານ​ໃຫ້​ແກ່​ອະນາຄົດ​ແຫ່ງ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ອ້າຍ​ນ້ອງ​ລາວ - ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.