![]() | ຫວຽດນາມ - ແບນຊິກ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ຄົ້ນຄວ້າ ແລະ ບຳລຸງສ້າງ |
![]() | ຫວຽດນາມ ມີນັກວິທະຍາສາດ 6 ທ່ານ ຍາດໄດ້ລາງວັນປະດິດຄິດສ້າງ ອາຊີ |
ເຫດການດັ່ງກ່າວໄດ້ສົມທົບກັບສະມາຄົມວິທະຍາສາດພົບປະ ຫວຽດນາມ, ສູນ ICISE ແລະ ອົງການຄົ້ນຄວ້ານິວເຄຼຍ ເອີຣົບ (CERN, ຝະລັ່ງ) ສົມທົບກັນຈັດຕັ້ງເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການແລກປ່ຽນລົງເລີກກ່ຽວກັບບັນດາຄວາມຄືບໜ້າຫຼ້າສຸດໃນຂົງເຂດຟີຊິກທິດສະດີ.
![]() |
ບັນດາຜູ້ແທນເຂົ້າຮ່ວມໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີກວນເຕີມ ແລະ ກຳລັງແຮງດຶງດູດກວນເຕີມ 2025. (ຮູບ: ICISE) |
ໂຮງຮຽນລະດູຮ້ອນປີນີ້ໄດ້ໂຮມສຸມນັກວິທະຍາສາດ ກວ່າ 60 ທ່ານຢູ່ແຖວໜ້າໃນສາຂາວິຊາ, ນັກວິທະຍາສາດໜຸ່ມ ແລະ ນັກຄົ້ນຄວ້າມາຈາກ 22 ປະເທດ ແລະ ເຂດແຄ້ວນລວມມີ: ອິນເດຍ, ຈີນ, ອາເມລິກາ, ຫວຽດນາມ, ເດນມາກ, ຝຣັ່ງ, ເຢຍລະມັນ, ໄອແລນ, ຍີ່ປຸ່ນ, ລັດເຊຍ, ໄຕ້ຫວັນ (ຈີນ), ອາເຈນຕິນາ, ອົດສະຕາລີ, ບຣາຊິນ, ຮອນດູຣັສ, ອິນໂດເນເຊຍ, ອີຣານ, ອິດສະຣາແອນ, ອີຕາລີ, ເນເທີແລນ ແລະ ສ.ເກົາຫຼີ
ອີງຕາມຂໍ້ມູນຈາກສູນ ICISE, ກ່າວຄຳປາໄສໃນພິທີເປີດ, ທ່ານ ສາດສະດາຈານ Laurent Baulieu, ຫ້ອງທົດລອງຟີຊິກທິດສະດີ ແລະ ພະລັງງານສູງ (LPTHE), ມະຫາວິທະຍາໄລ Sorbonne, ປະເທດຝຣັ່ງ - ຫົວໜ້າຄະນະຈັດຕັ້ງ, ແລະ ເປັນຜູ້ລິເລີ່ມຂອງໂຮງຮຽນລະດູຮ້ອນເກືອບ 30 ປີກ່ອນ, ກ່າວວ່າ: "ໃນປີ 2021, ຫຼັງຈາກການສົນທະນາຢ່າງລະມັດລະວັງຫຼາຍຄັ້ງ, ພວກຂ້າພະເຈົ້າໄດ້ຕັດສິນໃຈໃນບາດລ້ຽວໃຫຍ່: ການຍ້າຍໂຮງຮຽນໃນລະດູຮ້ອນຂອງຝຣັ່ງ ສອງປີເທື່ອໜຶ່ງ - ມີ ສຳເລັດຜົນຢູ່ຟຣັ່ງ (Cargèse ແລະ Les Houches) - ໄດ້ຈັດຂຶ້ນທີ່ ICISE, ກິວເຍີນ, ເລີ່ມຕົ້ນຈາກ 2023. ນີ້ແມ່ນການຕັດສິນໃຈທີ່ສໍາຄັນ, ແຕ່ພວກຂ້າພະເຈົ້າເຊື່ອວ່າມັນເປັນຂັ້ນຕອນທີ່ຖືກຕ້ອງ.
![]() |
ທ່ານສາດສະດາຈານ ເຈີ່ນແທງເວີນ, ປະທານສະມາຄົມພົບປະ ຫວຽດນາມ ກ່າວຄຳປາໄສທີ່ພິທີເປີດໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີພາກກວນເຕີມ ແລະ ກຳລັງແຮງດຶງດູດ ກວນເຕີມ 2025. (ຮູບ: ICISE) |
ຂ້າພະເຈົ້າມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ວິໄສທັດຂອງທ່ານ ສາດສະດາຈານ ເຈີ່ນແທງເວີນ, ພິເສດແມ່ນການສ້າງຕັ້ງ ICISE - ສູນທີ່ສ້າງຂຶ້ນເພື່ອສ້າງກຳລັງໃຈ ແລະ ເຊື່ອມໂຍງເຂົ້າກັບປະຊາຄົມວິຊາການສຶກສາ. ດ້ວຍຄວາມຄິດທັງໝົດນັ້ນ, ການນຳເອົາໂຮງຮຽນລະດູຮ້ອນເຂົ້າສູ່ ICISE, ກິວເຍີນແມ່ນບາດກ້າວການພັດທະນາທີ່ຫຼີກລ່ຽງບໍ່ໄດ້.”
ຈາກຕົ້ນກຳເນີດຢູ່ສູນປະຊຸມວິທະຍາສາດ Cargèse (ປະເທດຝຣັ່ງ), ຊຸດໂຮງຮຽນລະດູຮ້ອນນີ້ໄດ້ຜ່ານຫຼາຍກວ່າ 14 ພາກທີ່ຈັດຂຶ້ນ, ດຶງດູດ ຫຼາຍກວ່າ 1,000 ນັກສຶກສາສາກົນ, ເຊິ່ງຫຼາຍຄົນໄດ້ກາຍເປັນບັນດານັກວິທະຍາສາດແຖວໜ້າຂອງໂລກ.
ທ່ານ ສາດສະດາຈານ ເຈີ່ນແທງເວີນ, ປະທານສະມາຄົມພົບປະ ຫວຽດນາມ ໃຫ້ຮູ້ວ່າ: ໂຮງຮຽນ ລະດູຮ້ອນກວນເຕີມ ບໍ່ພຽງແຕ່ແມ່ນຊຸດຝຶກອົບຮົມຢ່າງລົງເລີກເທົ່ານັ້ນ, ຫາກຍັງເປັນເວທີປາໄສສາກົນທີ່ບັນດານັກສຶກສາມາຈາກ ອາເມລິກາ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ອິນເດຍ, ຈີນ, ໄອແລນ, ອິດສະຣາເອນ, ບຣາຊິນ, ອີຣານ, ອາເຈນຕິນາ, ອິນໂດເນເຊຍ, ສ.ເກົາຫຼີ, ຫວຽດນາມ ແລະ ອື່ນໆ ພ້ອມກັນພົບປະ, ຮຽນຮູ້ ແລະ ເປີດກວ້າງວິໄສທັດວິທະຍາສາດ.
![]() |
ບັນດາຜູ້ແທນເຂົ້າຮ່ວມໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີພາກກວນເຕີມ ແລະ ກຳລັງ ແຮງດຶງດູດກວນເຕີມ 2025 ໄດ້ຖ່າຍຮູບທີ່ລະນຶກ. (ຮູບ: ICISE) |
ໂດຍຜ່ານການບົດບັນລະຍາຍ, ການສົນທະນາກຸ່ມ ແລະ ການຕິດຕໍ່ພົວພັນໂດຍກົງກັບບັນດາສາດສະດາຈານ, ຜູ້ຮຽນຈະເຂົ້າເຖິງບັນດາຫຼັກການຫຼັກແຫຼ່ງກໍ່ຄືບັນດາທິດທາງການຄົ້ນຄວ້າຫລ້າສຸດກ່ຽວກັບທິດສະດີ ກວນເຕີມ ແລະ ກຳລັງແຮງດຶງດູດກວນເຕີມ - ພື້ນຖານພວມຊຸກຍູ້ບັນດາຂົງເຂດເຕັກໂນໂລຢີເຊັ່ນປັນຍາປະດິດ, ຄອມພິວເຕີ້ ກວນເຕີມ, ຟີຊິກ ແລະ ເຕັກໂນໂລຢີວັດສະດຸ ...
ໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີກວນເຕີມ ແລະ ກຳລັງແຮງດຶງດູດກວນເຕີມ 2025 ຈະຊ່ວຍຍົກສູງການຮັບຮູ້ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນແຜນທີ່ວິທະຍາສາດສາກົນ. ພ້ອມກັນນັ້ນ, ເຫດການຈະປະກອບສ່ວນເຮັດໃຫ້ນະຄອນ ກິວເຍີນ ເປັນຈຸດໝາຍປາຍທາງທີ່ສຶກສາທີ່ມີອິດທິພົນ, ເປັນບ່ອນສະຫຼັບໃສ່ກັນລະຫວ່າງຈຸດສູງຂອງວິທະຍາສາດໂລກ ແລະ ຄວາມປາດຖະໜາດ້ານຄວາມຮູ້ຂອງ ຫວຽດນາມ.
![]() | ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນບ່າຍວັນທີ 29 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍທ່ານລັດຖະມົນຕີ ຮ່ວາງແທງດາດ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. |
![]() | ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ ຍສໝ - ວິທະຍາຄານການແພດທະຫານ ຫວຽດນາມ ແລະ ວິທະຍາຄານການແພດກອງທັ ບລາວ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັດບັນດາເນື້ອໃນຕາມແຜນການຮ່ວມມືປະຈຳປີຂອງກະຊວງປ້ອງກັນປະເທດ 2 ປະເທດກ່ຽວກັບການບຳລຸງສ້າງພະນັກງານຂະແໜງການແພດທະຫານໃຫ້ແກ່ກອງທັບປະຊາຊົນລາວ. ນອກນັ້ນ, ກໍ່ໄດ້ສົ່ງນັກຊ່ຽວຊານ ຫວຽດນາມ ໄປລາວ ເພື່ອໜູນຊ່ວຍການບຳລຸງສ້າງ; ຈັດຕັ້ງບັນດາຊຸດຮຽນບຳລຸງ, ການຝຶກອົບຮົມ ແລະ ບຳລຸງສ້າງຄູອາຈານ; ຮັບເອົາການບຳລຸງສ້າງໄລຍະສັ້ນໃຫ້ພະນັກງານ, ອາຈານສອນ, ນັກເຕັກນິກຂອງວິທະຍາຄານການແພດກອງທັບ ລາວ; ການບຳລຸງສ້າງໄລຍະສັ້ນໃນການປະຕິບັດກວດວິເຄາະພະຍາດຢູ່ບັນດາໂຮງໝໍ, ສູນຂຶ້ນກັບວິທະຍາຄານການແພດທະຫານ ... |
ແທັງຮັ່ງ