
ນຳ ກວາງນິງ ກາຍເປັນຈຸດນັດພົບການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ
ຍສໝ - ບັນດາຜູ້ແທນໄດ້ເຮັດແຈ້ງບັນດາເນື້ອໃນກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຕ້ອງການຂອງການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ;
ຍສໝ - ບັນດາຜູ້ແທນໄດ້ເຮັດແຈ້ງບັນດາເນື້ອໃນກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຕ້ອງການຂອງການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ;
ຍສໝ - Top 10 ນະຄອນ ແລະ top 5 ເຂດທີ່ມີນ້ຳໃຈຮັກແຂກທີ່ສຸດຂອງຫວຽດນາມ ໄດ້ຮັບການປະກາດໃນຂອບເຂດລາງວັນ Traveller Review Awards 2025 ຄັ້ງທີ 13 ໂດຍ Booking ຈັດຕັ້ງ. ໃນນັ້ນ, ກຽນຢາງ ດ້ຮັບກຽດໃນບັນຊີຈຸດໝາຍປາຍທາງທີ່ເປັນມິດທີ່ສຸດຂອງໂລກເປັນຄັ້ງທຳອິດໄ, ຢືນອັນດັບທີ 9.
ຍສໝ - ໃນປີ 2024, ຫຼວງພະບາງ (ລາວ) ໄດ້ຕ້ອນຮັບນັກທ່ອງທ່ຽວ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2023, ສ້າງລາຍຮັບທີ່ບັນລຸໄດ້ປະມານ 1,2 ຕື້ USD. ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນປີ 2024, ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ວາງແຜນກຳນົດຫຼາຍວິທີການ ເພື່ອດຶງດູດນັກທ່ອງທ່ຽວມາທ້ອງຖິ່ນນີ້ໃນປີ 2025.
ຍສໝ - ການທ່ອງທ່ຽວບໍ່ແມ່ນການແຂ່ງຂັນທາງລາຍຮັບ. ມັນເປັນການເດີນທາງຂອງການກ້າແນວພັນປູກ - ແນວພັນປູກຂອງການຍົກຍ້ອງມໍລະດົກ, ເຊື່ອມຕໍ່ມະນຸດ ແລະ ຫຼໍ່ລ້ຽງຄວາມຮັກທໍາມະຊາດ. ພຽງແຕ່ເມື່ອເຮັດສິ່ງນັ້ນໄດ້, ຫວຽດນາມ ຈະປະກາຍແຈ້ງໃນແຜນທີ່ທ່ອງທ່ຽວໂລກຢ່າງແທ້ຈິງ.
ຍສໝ - ການພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອພວມໄດ້ຮັບການປະຕິບັດຢ່າງເຂັ້ມແຂງ ແລະ ມີປະສິດທິຜົນຂອງບັນດາທ້ອງຖິ່ນໃນທົ່ວແຂວງ ແຄ໋ງຮວ່າ ເພື່ອອະນຸລັກຮັກສາບັນດາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະ. ຈາກນັ້ນ, ກໍ່ປະກອບສ່ວນສ້າງຄວາມຫຼາກຫຼາຍຂອງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກພິເສດ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍມາລົງຕົວຈິງ.
ຍສໝ - ຕາມຂ່າວ en.tempo.co (ອິນໂດເນເຊຍ), ໃນປີ 2024, ຈຳນວນນັກທ່ອງທ່ຽວທີ່ມາຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຟື້ນຟູ 98%, ເຊິ່ງແມ່ນລະດັບຟື້ນຟູສູງສຸດຂອງອາຊີຕາເວັນອອກສ່ຽງໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).
ຍສໝ - ວັນທີ 9 ພະຈິກ, ສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນ ອອກອອມບອັກ ຖືກໄຂຂຶ້ນຢູ່ຫຼາຍທ້ອງຖິ່ນທາງພາກໃຕ້ຫວຽດນາມ, ເຊິ່ງເປັນເຂດທີ່ມີຊາວເຜົ່າຂະແມ ດຳລົງຊີວິດເປັນຈຳນວນຫຼາຍ.
ຍສໝ - ຕອນຄ່ຳວັນທີ 23 ຕຸລານີ້, ຢູ່ແຂວງ ຊຽງຂວາງ, ພາກເໜືອຂອງລາວ ໄດ້ດຳເນີນງານຕະຫຼາດນັດວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ຜະລິດຕະພັນກະສິກຳຂອງ ຫວຽດນາມ ແລະ ລາວ.
ຍສໝ - ວັນທີ 8 ກັນຍາ, ໃນຂອບເຂດງານບຸນ ຫວຽດນາມ ຢູ່ Kanagawa 2024, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງແຂວງ Kanagawa ເພື່ອຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.
ຍສໝ - ວັນທີ 11 ສິງຫາ, ຢູ່ສະໜາມບິນແຫ່ງຊາດ ບຣູໄນ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຈັດພິທີເປີດພື້ນທີ່ໂຄສະນາການທ່ອງທ່ຽວ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ.
ຍສໝ - ນອກຈາກນະໂຍບາຍເປີດກວ້າງການອອກວີຊາ, ການນຳໃຊ້ບັນດານະໂຍບາຍໜູນຊ່ວຍ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ໄດ້ຊ່ວຍຍົກສູງຄຸນນະພາບການບໍລິການທ່ອງທ່ຽວ ຫວຽດນາມ, ກະຕຸ້ນໃຫ້ວິສາຫະກິດທ່ອງທ່ຽວພັດທະນາກວ່າອີກ...
ຍສໝ - “ຂ້າພະເຈົ້າມີແຜນຈະໃຊ້ເວລາ 3 ອາທິດ ເພື່ອຄົ້ນຫາພາກເໜືອ ຫວຽດນາມ. ຂ້າພະເຈົ້າຢາກໄປຢ້ຽມຢາມນ້ຳຕົກຕາດ ບ້ານຢົກ ແລະ ຜ່ານການແນະນຳ, ຂ້າພະເຈົ້າເລືອກເອົາໝູ່ບ້ານ ຄ໋ວຍກີ, ສະຖານທີ່ຫ່າງຈາກນ້ຳຕົກພຽງ 2 ກິໂລແມັດ ເພື່ອພັກເຊົາ. ທຸກສິ່ງທຸກຢ່າງດີ: ອາຫານແຊບ, ປະຊາຊົນທີ່ຮັກແພງແຂກຄົນ ແລະ ພ້ອມແລ້ວທີ່ຈະໃຫ້ຄໍາແນະນໍາກ່ຽວກັບບ່ອນທີ່ຈະໄປ, ຖະຫນົນຫົນທາງ, ແຜນທີ່ ... ", ທ່ານ Redouane Mahi, ນັກທ່ອງທ່ຽວຊາວ ຝຣັ່ງ ແບ່ງປັນ.
ຍສໝ - ນີ້ແມ່ນຄຳເຫັນຂອງ ທ່ານ ຮວ່າງຊວນແອັງ, ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ທີ່ກອງກອງປະຊຸມຮ່ວມກັບຄະນະຜູ້ແທນຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຜັນຂະຫຍາຍດໍາເນີນການທົດລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ເມື່ອບໍ່ດົນມານີ້.
ຍສໝ - ບັນດາແບບເຮືອນມີເສົາໄມ້, ໂຄງຮ່າງສາມຫ້ອງກາງ ແລະ ສອງຫ້ອງຂ້າງ ພ້ອມກັບຫຼັງຄາມຸງດິນຂໍ ສອງຊັ້ນ, ອ້ອມຮອບດ້ວຍຮົ້ົ້ວຫີນທີ່ເຮັດຢ່າງພິຖີພິຖັນ... ໄດ້ສ້າງຄວາມປະທັບໃຈກັບນັກທ່ອງທ່ຽວເມື່ອມາຢ້ຽມຢາມໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນຊົນເຜົ່າມົ້ງ ຢູ່ບ້ານ ປ່າວີຮ້າ, ຕາແສງ ປ່າວີ, ເມືອງແມ່ວວາກ, ແຂວງ ຮ່າຢາງ. ນີ້ແມ່ນພື້ນທີ່ມີລັກສະນະສະເພາະດ້ານວັດທະນະທຳຂອງຊາວເຜົ່າມົ້ງ, ພ້ອມກັນນັ້ນ ກໍແມ່ນຮູບແບບໜູນຊ່ວຍໃຫ້ຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້ ເພື່ອລົບລ້າງຄວາມຫີິວ, ຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ກອງປະຊຸມໄດ້ຮັບຟັງບົດລາຍງານ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບໝາກຜົນກອງປະຊຸມບັນດາອົງການທ່ອງທ່ຽວແຫ່ງຊາດ ອາຊຽນ; ໝາກຜົນການຈັດຕັ້ງປະຕິບັດແຜນການຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ລາຍງານບັນດາບັນຫາທີ່ກ່ຽວຂ້ອງເຖິງອົງການຈັດຕັ້ງສາກົນ, ຄູ່ຮ່ວມມືອື່ນໆ.
ຍສໝ - ຕາມບົດລາຍງານສະບັບນີ້, ຂະແໜງການບິນ ຂອງ ຫວຽດນາມ ໄດ້ມີການຟື້ນຟູທີ່ເປັນໜ້າປະທັບໃຈ ພາຍຫຼັງຜ່ອນຜັນຂໍ້ຈຳກັດກ່ຽວກັບການທ່ອງທ່ຽວຍ້ອນພະຍາດໂຄວິດ - 19 ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຍສໝ - ວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, Vietnam Airlines ແລະ Sentosa Development Corporation (SDC) ສິງກະໂປ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະປີ 2024-2025 ຢ່າງເປັນທາງການ.
ຍສໝ - ກ່ອນວັນເປີດງານຢ່າງເປັນທາງການ ເພື່ອຕ້ອນຮັບນັກທ່ອງທ່ຽວ, ສູນການເຄື່ອນໄຫວວັດທະນະທຳ ແລະ ວິທະຍາສາດວັດທະນະທຳ - ກວກຕືຢ໋າມ ໄດ້ດຳເນີນລາຍການປະສົບການກາງຄືນຂອງວັນໝຽວ - ກວັກຕືຢາມ ໃນຕອນຄ່ຳວັນທີ 29 ຕຸລາ.
ຍສໝ - ຕອນບ່າຍວັນທີ 16 ຕຸລາ, ພະແນກການທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບສະຫະພັນແມ່ຍິງ ຮ່າໂນ້ຍ ຈັດການຖະແຫຼງຂ່າວ ກ່ຽວກັບວັນບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ 2023. ວັນບຸນຈະໄດ້ດຳເນີນໃນລະຫວ່າງວັນທີ 27 – 29 ຕຸລາ, ຢູ່ຖະໜົນຍ່າງ ຢູ່ໜອງຮວ່ານກຽມ ແລະ ເຂດໃກ້ຄຽງ.
ຍສໝ - ຄາດວ່າແຜນການສົ່ງເສີມການທ່ອງທ່ຽວປີ 2024 ໂດຍອົງການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ກ່າວເຖິງງານວາງສະແດງ, ໂຄງການສຳຫຼວດ ແລະ ແນະນຳການທ່ອງທ່ຽວຢູ່ຕະຫຼາດສາກົນ.