![]() | ຫວຽດນາມ ຕ້ອງຂ້ຽວຂາດກວ່າ, ກ້າຫານກວ່າໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ |
![]() | ຫວຽດນາມ, ລາວ ເພີ່ມທະວີການຮ່ວມມືການສຶກສາ STEM – Robotics |
ວັນທີ 17 ຕຸລາ, ຢູ່ແຂວງ ນິງບິ່ງ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ສົມທົບກັບພະແນກທ່ອງທ່ຽວແຂວງ ນິງບິ່ງ ຈັດລາຍການແລກປ່ຽນລະຫວ່າງບັນດາວິສາຫະກິດທ່ອງທ່ຽວ ນິງບິ່ງ ແລະ ຄະນະ 50 ວິສາຫະກິດທ່ອງທ່ຽວ ສ.ເກົາຫຼີ ແລະ ຟີລິບປິນ. ເຫດການນອນໃນລາຍການ famtrip ສຳຫຼວດການທ່ອງທ່ຽວ ຫວຽດນາມ ຈັດຂຶ້ນຢູ່ແຂວງ ນິງບິງ ແລະ ແທັງຮວາ ແຕ່ວັນທີ 15-19 ຕຸລາ.
![]() |
(ພາບ: TTXVN) |
ທີ່ລາຍການ, ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ວິສາຫະກິດທ່ອງທ່ຽວ ສ.ເກົາຫຼີ ແລະ ຟີລິບປິນ ໄດ້ແນະນຳ, ແລກປ່ຽນກ່ຽວກັບຜະລິດຕະພັນ, ການບໍລິການທ່ອງທ່ຽວ, ພິເສດແມ່ນບັນດາຜະລິດຕະພັນຊີວະພາບ, ຈິດວິນຍານ, ພັກຜ່ອນບຳລຸງສຸຂະພາບ ແລະ ຕີກອບ.
ໃນໂອກາດນີ້, ສະຫະສະມາຄົມການທ່ອງທ່ຽວ ຫວຽດນາມ ແລະ ສະຫະສະມາຄົມການທ່ອງທ່ຽວ ຟີລິບປິນ ໄດ້ເຊັນສັນຍາການໜູນຊ່ວຍສົ່ງເສີມການທ່ອງທ່ຽວ.
ເດືອນກັນຍາປີ 2025, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 15.44 ລ້ານເທື່ອຄົນ, ເພີ່ມ 21,5% ເມື່ອທຽບກັບໄລຍະດຽວກັນ; ໃນນັ້ນ ສ.ເກົາຫຼີ ບັນລຸ 3.2 ລ້ານເທື່ອຄົນ (ກວມເອົາ 21%), ຟີລິບປິນ ບັນລຸ 337. 000 ເທື່ອຄົນ, ເພີ່ມສະຖິຕິດ້ວຍ 92,2%, ນຳ ຟີລິບປິນ ກາຍເປັນຕະຫຼາດພົນເດັ່ນຂອງຂະແໜງທ່ອງທ່ຽວ ຫວຽດນາມ.
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ |
![]() | ຊຸກຍູ້ການຮ່ວມມືກັບບັນດາປະເທດ ເອີລົບ, ຕັ້ງໜ້າປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ ຍສໝ - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ... |