ພິທີເປີດພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ ​ຫວຽດ​ນາມ ຢູ່ ບຣູ​ໄນ

14:07 | 13/08/2024

ຍສໝ - ວັນ​ທີ 11 ສິງຫາ, ຢູ່​ສະໜາມ​ບິນ​ແຫ່ງ​ຊາດ ບຣູ​ໄນ, ສະຖານທູດ ຫວຽດນາມ ປະຈຳ ບຣູ​ໄນ ​ໄດ້ຈັດພິທີເປີດພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ ຫວຽດນາມ ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ທີ 2 ກັນຍາ.

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ
ໝູ່​ບ້ານ​ຫີນ​ ຄ໋ວຍກີ: ຈຸດ​ພົ້ນ​ເດັ່ນ​ໃນການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ກາວບັ່ງ

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະຖານທູດ ​ເພື່ອ​ເພີ່ມທະວີການໂຄສະນາຮູບພາບກ່ຽວກັບ​ປະ​ເທດຊາດ, ປະຊາຊົນ ​ແລະ ວັດທະນະທຳ ຫວຽດນາມ ​ເຖິງ​ປະຊາຊົນ ບຣູ​ໄນ ​ແລະ ເພື່ອນ​ມິດ​ໃນ​ທົ່ວ​ໂລກ.

ພິທີເປີດພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ ​ຫວຽດ​ນາມ ຢູ່ ບຣູ​ໄນ

ພິທີເປີດພື້ນທີ່ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ສະໜາມບິນແຫ່ງຊາດ ບຣູໄນ ດາຣູຊາລາມ. (ພາບ: TTXVN).

ໂດຍ​ເຂົ້າ​ຮ່ວມເຫດການມີ​ແຂກ​ຮັບເຊີນກິດຕິມະສັກ, ທ່ານ ຮວ່າງແທງຕຸງ, ຫົວໜ້າຄະນະກຳມະການກົດໝາຍ​ຂອງສະພາ​ແຫ່ງ​ຊາດ, ທ່ານຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ບຣູ​ໄນ Mohamad Nazri Mohamad Yusof ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຫຼາຍຄົນ, ບັນດາຜູ້ທີ່ມີ​ຄວາມ​ກະຕືລືລົ້ນຮ່ວມເດີນທາງ​ພ້ອມ​ກັບ​ສະຖານທູດ​ຫວຽດນາມ ​ເພື່ອ​ນຳ​ບັນດາ​ຮູບ​ພາບ​ຂອງ ຫວຽດນາມ ​ເຂົ້າ​ໃກ້​ກັບເພື່ອນ​ມິດ​ໃນ​ທົ່ວ​ໂລກ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນແອງຫວູ ໃຫ້​ຮູ້​ວ່າ ການທ່ອງທ່ຽວ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ບຸລິມະສິດ​ໃນ​ໂຄງການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ບຣູ​ໄນ ໄລຍະ 2023-2027. ພື້ນທີ່ໂຄສະນາການທ່ອງທ່ຽວ ຫວຽດນາມ ເປັນຂີດໝາຍ​ເປັນ​ຄັ້ງ​ທຳ​ອິດ​ ທີ່​ອົງການ​ທູຕານຸ​ທູດ​ໄດ້​ຮັບ​ອະນຸຍາດ​ໃຫ້​ໃຊ້​ສະຖານ​ທີ່​ສາທາລະນະ​ແຫ່ງ​ນີ້.

ເພື່ອຮັກສາພື້ນທີ່ທີ່ສວຍງາມ, ດຶງດູດນັກທ່ອງທ່ຽວມາຊອກຮູ້ຂໍ້ມູນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຈີ່ນແອງຫວູ ໃຫ້ຮູ້ວ່າ ສະຖານທູດຫວຽດນາມ ຈະສາຍບັນດາວິດີໂອທີ່ມີຄຸນນະພາບສູງເພື່ອແນະນໍາກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ, ລວມມີບັນດາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງບັນດາແຂວງ, ນະຄອນຄື ນິງທ້ວນ, ຍາຈ່າງ ແລະ ດ່ານັງ. ພິ​ເສດ, ວິ​ດີ​ໂອ​ກ່ຽວ​ກັບ ​ນິງ​ທ້ວນ, ບ່ອນ​ທີ່​ມີຊຸມຊົນຊາວອິດສະລາມ ອາໄສຢູ່, ເພື່ອຂຸດຄົ້ນຄວາມຄ້າຍຄືກັນກ່ຽວກັບສາສະໜາອິດສະລາມ ກັບ ບຣູໄນ.

ທ່ານ Sabirin Abdul Hami ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ການ​ບິນ ພະບໍລົມວົງສານຸວົງ ບຣູໄນ ​ໃຫ້​ຮູ້​ວ່າ: ປະລິມານ 3 ຖ້ຽວ​ຕໍ່​ອາທິດ​ຈາກ​ ບຣູ​ໄນ​ ໄປ​ຍັງ ນະຄອນ​ໂຮ່ຈິ​ມິນ ​ໃນ​ປະຈຸ​ບັນ​ ແມ່ນບໍ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຫວັງ​ວ່າ ບັນດາ​ຂໍ້​ມູນ​ເຊິ່ງພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ​ນຳ​ມາ​ຈະ​ຊ່ວຍ​ຂຸດ​ຄົ້ນ​ພື້ນທີ່ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນອີກ.

ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ

ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ

ຍສໝ - ທີ່ລາຍການເເນະນຳການທ່ອງທ່ຽວ ຫວຽດນາມ (“Vietnam Tourism Roadshow”) ໄດ້ດຳເນີນຢູ່ Paris ວັນທີ 25 ມິຖຸນາ, ມີຫຼາຍຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກພິເສດ, ​ສະ​ເພາະ​ຂອງຫວຽດນາມ ໄດ້ຮັບການແນະນຳໂດຍກົມທ່ອງທ່ຽວແຫ່ງຊາດ ໄປເຖິງນັກທ່ອງທ່ຽວຊາວ ຝຣັ່ງ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ຍສໝ - ກົມ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແຈ້ງວ່າ ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະ​ດຳ​ເນີນ​ແຕ່​ວັນ​ທີ 29 ມີຖຸນາ ຫາ ວັນ​ທີ 3 ກໍລະກົດ.

ມີງດຶກ

ເຫດການ
302 Found

Found

The document has moved here.