ຫຼວງພະບາງ (ລາວ) ອຳນວຍຄວາມສະດວກໃນການອອກວີຊາ ເພື່ອດຶງດູດນັກທ່ອງທ່ຽວ

22:08 | 26/02/2025

ຍສໝ - ໃນປີ 2024, ຫຼວງພະບາງ (ລາວ) ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2023, ສ້າງລາຍຮັບທີ່ບັນລຸໄດ້ປະມານ 1,2 ຕື້ USD. ​ເພື່ອ​ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ປີ 2024, ອຳນາດການປົກຄອງ​ແຂວງ ​ຫຼວງ​ພະ​ບາງ ​ໄດ້​ວາງ​ແຜນ​ກຳນົດ​ຫຼາຍ​ວິທີການ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ້ອງ​ຖິ່ນ​ນີ້ໃນ​ປີ 2025.

ລາວ: ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ກະກຽມຮັບມືກັບໄພນໍ້າຖ້ວມ ເນື່ອງຈາກລະດັບນໍ້າຂອງແມ່ນໍ້າຂອງເພີ່ມຂຶ້ນສູງ
ຫຼວງພະບາງ ຕິດອັນດັບທີ 11 ໃນ 50 ສະຖານທີ່ທີ່ສວຍງາມທີ່ສຸດໃນໂລກ

ອຳນາດການປົກຄອງ​ແຂວງ ຫຼວງພະບາງ ໄດ້ສະເໜີໃຫ້ ລັດຖະບານລາວ ເປີດກວ້າງນະໂຍບາຍຕໍ່ກຳນົດເວລາໃນການຍົກເວັ້ນຄ່າວີຊາ (visa) ໃຫ້ນັກທ່ອງທ່ຽວຂອງບາງປະເທດທີ່ມີຈຳນວນນັກທ່ອງທ່ຽວເຂົ້າມາ ລາວ ເປັນຈໍານວນຫຼາຍໃນໄລຍະຜ່ານມາ, ໃນນັ້ນ, ມີພົນລະເມືອງ ຈີນ. ນະໂຍບາຍນີ້ ແນໃສ່ດຶງດູດນັກທ່ອງທ່ຽວສາກົນເຂົ້າມາລາວ ເວົ້າລວມ ແລະ ແຂວງຫຼວງພະບາງ ເວົ້າສະເພາະ ຕື່ມອີກ.

ລັດຖະບານລາວ ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງ ແລະ ບັນດາອົງການທີ່ກ່ຽວຂ້ອງຕີລາຄາບັນດາຜົນປະໂຫຍດ ແລະ ຂໍ້ຈໍາກັດໃນການຍົກເວັ້ນວີຊາໃຫ້ບາງປະເທດ, ດັ່ງນັ້ນ ຈຶ່ງສະເໜີວິທີແກ້ໄຂທີ່ເໝາະສົມ ເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງ.

ຫຼວງພະບາງ (ລາວ) ອຳນວຍຄວາມສະດວກໃນການອອກວີຊາ ເພື່ອດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ຜັນຂະຫຍາຍຫຼາຍວິທີການເພື່ອດຶງດູດນັກທ່ອງທ່ຽວໃນປີ 2025 (ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ ລາວ)

ຄຽງຄູ່ກັນນັ້ນ, ແຂວງຫຼວງພະບາງ ກໍ່ສະເໜີໃຫ້ລັດຖະບານລາວ ຕ້ອງປັບປຸງຂະບວນການຂັ້ນຕອນອະນຸຍາດໃຫ້ບັນດາວິສາຫະກິດການທ່ອງທ່ຽວຕາມຂອບຂະໜາດ, ແນໃສ່ຮັບປະກັນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ພິເສດແມ່ນຄວາມຕ້ອງການໃນການແບ່ງປັນງົບປະມານໃຫ້ເໝາະສົມ ເພື່ອໜູນຊ່ວຍໃຫ້ບັນດາລາຍການທ່ອງທ່ຽວໃນອະນາຄົດ, ກໍ່ຄືເພີ່ມທະວີໃນວຽກງານການຄຸ້ມຄອງ, ຕິດຕາມການເຄື່ອນໄຫວຂອງບັນດາບໍລິສັດສະໜອງການບໍລິການທ່ອງທ່ຽວ.

ນອກຈາກນັ້ນ, ແຂວງ ຫຼວງພະບາງ ກໍ່ສຸມໃສ່ປັບປຸງການຍົກລະດັບພື້ນຖານໂຄງລ່າງຢູ່ບັນດາແຫຼ່ງທ່ອງທ່ຽວ, ໃນນັ້ນຖືເປັນສຳຄັນການປັບປຸງເສັ້ນທາງ, ການບໍລິການທ່ອງທ່ຽວ ແລະ ພາຫະນະຂົນສົ່ງ ເພື່ອຍົກສູງການລົງຕົວຈິງໃຫ້ແກ່ນັກທ່ອງທ່ຽວ, ພິເສດແມ່ນການທົດລອງການບໍລິການຄົມມະນາຄົມສາທາລະນະໂດຍບໍ່ເສຍຄ່າດ້ວຍລົດເມ.

ໃນ​ປີ 2024, ​ແຂວງ ​ຫຼວງ​ພະ​ບາງ​ ໄດ້ຕ້ອນຮັບ​​ນັກ​ທ່ອງ​ທ່ຽວ 2,3 ລ້ານ​ເທື່ອ​​ຄົນ, ​ເພີ່ມ​ຂຶ້ນ 1,2 ລ້ານ​ເທື່ອ​ຄົນ​ເມື່ອ​ທຽບ​ໃສ່​ປີ 2023, ສ້າງ​ລາຍ​ຮັບບັນລຸປະມານ 1,2 ຕື້ USD.

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ

ຍສໝ-ວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ໂພໄຊ ໄຂຄຳພິທູນ ໄດ້ມີການຕ້ອນຮັບທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ຫຼວງພະບາງ​​ (ລາວ).

ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ອວຍພອນວັນຊາດລາວ

ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ອວຍພອນວັນຊາດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021), ວັນທີ 23 ພະຈິກ, ຄະນະຜູ້ແທນສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ແລະບັນດາອົງການຂອງຫວຽດນາມຢູ່ຄຽງຂ້າງສະຖານກົງສູນໃຫຍ່ພ້ອມກັບຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ຢູ່ບໍລິເວນໄປຍັງອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫຼວງພະບາງ.

ແທັງຮັ່ງ

ເຫດການ