ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

23:38 | 11/02/2025

ຍສໝ - ຕາມ​ຂ່າວ en.tempo.co (ອິນ​ໂດ​ເນ​ເຊຍ), ​ໃນ​ປີ 2024, ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຫວຽດນາມ ພາຍຫຼັງ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ຟື້ນ​ຟູ 98%, ເຊິ່ງ​ແມ່ນ​ລະດັບ​ຟື້ນ​​ຟູສູງ​ສຸດ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).

ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ
ໜັງສືພິມ ອາກຊັງຕິນ: ດ້ວຍລະດັບ “ມະຫັດສະຈັນ”, ຫວຽດນາມ ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ

ປີ 2024, ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ຫວຽດນາມ ຄາດ​ວ່າ​​ບັນລຸ 17,5 ລ້ານ​ເທື່ອຄົນ​, ​ເພີ່ມ​ຂຶ້ນ 38,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023; ນັກທ່ອງທ່ຽວພາຍໃນຄາດວ່າບັນລຸ 110 ລ້ານ​ເທື່ອຄົນ, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ລວມຍອດລາຍຮັບຈາກນັກທ່ອງທ່ຽວຄາດວ່າບັນລຸ 840.000 ຕື້ດົ່ງ, ເພີ່ມຂຶ້ນ 23,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຈໍານວນນັກທ່ອງທ່ຽວເພີ່ມຂຶ້ນແມ່ນຍ້ອນບັນດາລະບຽບການຂອງລັດຖະບານກ່ຽວກັບວີຊາ. ປະຈຸ​ບັນ ຫວຽດນາມ ພວມ​ປະຕິບັດ​ນະ​ໂຍບາຍ​ຍົກ​ເວັ້ນວີ​ຊາ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ 25 ປະ​ເທດ. ນອກຈາກນັ້ນ, ໃນປີ 2024, ລັດຖະບານໄດ້ເປີດປະຕູຖານຂໍ້ມູນຂ່າວສານໃໝ່, ຊ່ວຍເຮັດໃຫ້ຂັ້ນຕອນການຍື່ນຂໍວີຊາເອເລັກໂຕຼນິກງ່າຍຂຶ້ນ, ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດສາມາດຍື່ນຂໍວີຊາໄດ້ງ່າຍ ແລະ ສະດວກກວ່າ.

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ ຫວຽດ​ນາມ ​ຂໍ​ໜັງສືຂໍພອນ​ໃນ​ຕົ້ນ​ປີໃໝ່.

ດ້ວຍຈຳນວນນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ຈະວາງອອກເປົ້າໝາຍທີ່ດຶງດູດນັກທ່ອງທ່ຽວສາກົນ 23 ລ້ານເທື່ອຄົນໃນປີ 2025. ຂະແໜງການທ່ອງທ່ຽວ ຄາດວ່າຈະປະກອບສ່ວນ 6 – 8% ເຂົ້າໃນລວມຍອດຜະລິດຕະພັນພາຍໃນ (GDP).

ໃນ​ປີ 2024, ນອກຈາກ​ການເພີ່ມ​ລາຍ​ຮັບ​, ຂະແໜງການ​ນີ້​ ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກສູງຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ.

​ເພື່ອ​ບັນລຸ​ໄດ້​ຕົວ​ເລກ​ເປົ້າໝາຍ, ຕາມ​ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້, ຂະແໜງການທ່ອງທ່ຽວ​ຂອງ​ຫວຽດນາມ ຕ້ອງ​ສຸມ​ໃສ່​ເຂົ້າບັນດາ​ປະ​ເທດ​ທີ່​ມີ​ຄວາມສາມາດບົ່ມຊ້ອນ ​ແລະ ຄຸນ​ນະພາ​ບສູງ, ​ຄື ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາ​ເມ​ລິ​ກາ​ເໜືອ, ອິນ​ເດຍ ​ແລະ ຕາ​ເວັນ​ອອກ​ກາງ. ອີກວິທີໜຶ່ງເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນແມ່ນເລືອກຕະຫຼາດສາກົນທີ່ມີຄຸນນະພາບ, ໄດ້ເຂົ້າເມືອງທີ່ບໍ່ຕ້ອງຂໍວີຊາ, ບັນດາທ້ອງຕະຫຼາດທີ່ມີຕໍ່ຖ້ຽວບີນທີ່ສະດວກ ແລະ ປັບປຸງບັນດາໂຄງລ່າງອື່ນໆ.

ຕາມ​ຂໍ້​ມູນ​ຂອງ​ກົມ​ສະຖິຕິ​ ທີ່ປະກາດ​ແລ້ວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ຫວຽດນາມ ​ໃນ​ເດືອນ​ມັງກອນ​ ປີ 2025 ບັນລຸ​ເກືອບ 2,1 ລ້ານ​ເທື່ອຄົນ​, ​ເພີ່ມ​ຂຶ້ນ 18,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024 ແລະ ເພີ່ມ​ຂຶ້ນ 36,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024. ນີ້ແມ່ນສະຖິຕິໃໝ່ຂອງຂະແໜງການທ່ອງທ່ຽວ ຫວຽດນາມ, ລື່ນກາຍຕົວເລກນັກທ່ອງທ່ຽວສາກົນເກືອບ 2 ລ້ານເທື່ອຄົນ ໃນເດືອນມັງກອນ ປີ 2020. ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019 ກ່ອນ​ການ​​ລະບາດ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ໃນ​ເດືອນ​ມັງກອນ​ປີ 2025 ​ເພີ່ມ​ຂຶ້ນກວ່າ 37,8%.

ຈີນ ​ໄດ້​ກັບ​ຄືນ​ເປັນທ້ອງ​ຕະຫຼາດ​ສົ່ງ​ນັກ​ທ່ອງ​ທ່ຽວ​ອັນ​ດັບ 1 ຂອງ​ການທ່ອງທ່ຽວ​ ຫວຽດນາມ ດ້ວຍ 575.000 ​ເທື່ອຄົນ​, ກວມ​ເອົາ 27,7%. ຕົວເລກນີ້ ແມ່ນສູງກວ່າເມື່ອ​ທຽບ​ໃສ່ໄລຍະດຽວກັນໃນເດືອນມັງກອນ 2019 (ບັນລຸ 373.500 ​​ເທື່ອຄົນ), ເພີ່ມຂຶ້ນ 54%.

ສ.ເກົາຫຼີ ຢືນອັນດັບທີ 2, ບັນລຸ 417.000 ເທື່ອຄົນ (ກວມເອົາ 20,1%). ກຳປູ​ເຈຍ ​ເປັນ​ອັນ​ດັບ​ທີ 3 (100.000 ​​ເທື່ອຄົນ), ອາ​ເມ​ລິ​ກາ ​ຢູ່​ອັນ​ດັບ​ທີ 4 (93.000 ເທື່ອຄົນ​), ​ໄຕ້​ຫວັນ (ຈີນ) ​ເປັນ​ອັນ​ດັບ 5 (91.000 ​ເທື່ອຄົນ). ຖັດຈາກນັ້ນແມ່ນ ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ມາເລເຊຍ ແລະ ໄທ.

ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

ຍສໝ - ວັນ​ທີ 3 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ດິ່ງ​ຂ່າງ - ປະທານສູນກາງສະຫະພັນແຮງງານ ຫວຽດນາມ - ​ໄດ້ເປັນປະທານຂອງກອງ​ປະ​ຊຸມ​ຂ່າວ​ປະກາດເປັນທາງການກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່ອົງການກຳມະບານ ຫວຽດນາມ ຄັ້ງ​ທີ 13.

ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ​ໄປ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ຢູ່​ກອງ​ພົນ 679

ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ​ໄປ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ຢູ່​ກອງ​ພົນ 679

ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ຢູ່ນະຄອນຫາຍຟ່ອງ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໂດຍທ່ານ ພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໃຫຍ່ ໄດ້ລົງຢ້ຽມຢາມ ແລະ ຄົ້ນຄວ້າພາກສະໜາມຢູ່ກອງພົນ 679, ກອງທັບເຮືອເຂດ 1. ຕ້ອນຮັບ​ຄະນະ​ມີ​ພັນ​ເອກ ຫງວຽນ​ແທງ​ຕຸ່ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ບັນຊາ​ການ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ
ເຫດການ