![]() | ແນະນຳວັດທະນະທຳ ແລະ ຮູບເງົາຫວຽດນາມ ໃຫ້ສີລັງກາ ແລະ ເພື່ອນມິດສາກົນ |
![]() | ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ |
![]() |
ຮ້ອງເພງ ກວານຮໍ່ ເທິງເຮືອຢູ່ບັກນິງ. (ພາບ: ແທັງຕູງ) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຄະນະກຳມະການປະຊາຊົນແຂວງ ບັກນິງ ໄດ້ສະເໜີແຜນການຈັດຕັ້ງບັນດາການເຄື່ອນໄຫວໂຄສະນາ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອບຂະໜາດໃຫຍ່ຢູ່ບໍລິເວນ.
ຕາມນັ້ນແລ້ວ, ບັນດາການເຄື່ອນໄຫວຈະດຳເນີນແຕ່ເດືອນ ສິງຫາ ຫາ ເດືອນ ກັນຍາ 2025, ເພື່ອ ໂຄສະນາຢ່າງກວ້າງເລິກກ່ຽວກັບຂະໜາດປະຫວັດສາດ, ຄວາມໝາຍອັນໃຫຍ່ຫຼວງ ແລະ ຄຸນຄ່າຕະຫຼອດໄປຂອງການປະຕິວັດເດືອນສິງຫາ ປີ 1945, ກໍ່ຄືການກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ - ກ່ອນໜ້າຂອງປະເທດ ຫວຽດນາມ ໃນປະຈຸບັນ.
ລາຍການດັ່ງກ່າວໃຫ້ຄຳໝັ້ນສັນຍາຈະນຳມາເຊິ່ງບັນຍາກາດເບີກບານມ່ວນຊື່ນ, ລະດົມຈິດໃຈຮັກຊາດ, ເຊີດຊູຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມມຸ່ງມາດປາຖະໜາເປັນເຈົ້າຕົນເອງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວສິລະປະ - ວັດທະນະທຳ ກໍ່ໄດ້ຜັນຂະຫຍາຍຢູ່ຫຼາຍບ່ອນ ລວມມີ: ລາຍການສິລະປະພື້ນເມືອງເທິງເຮືອສົມທົບກັບບັນດາບົດເພງພື້ນເມືອງ ກວານຮໍ່ ແລະ ບັນດາບົດເພງປະຕິວັດຢູ່ໜອງ ເຫງຍລອງ (ຈັດຕັ້ງໃນວັນທີ 30 ສິງຫາ) ແລະ ໜອງ ຫງວຽນຟີອິລານ(ວັນທີ 1 ກັນຍາ).
![]() |
ບັກນິງ ກໍ່ປາດຖະໜາຢາກເຜີຍແຜ່ບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ຈິດໃຈສາມັກຄີແຫ່ງຊາດໃຫ້ປະຊາຊົນ ແລະ ເພື່ອນມິດສາກົນ. (ທີ່ມາ: Traveloka) |
ຖະໜົນຍ່າງ - ວັດທະນະທຳການທ່ອງທ່ຽວຢູ່ສວນສາທາລະນະ ໂງຢາຕື້ (ວັນທີ 30 ສິງຫາ) ດ້ວຍບັນດາຮ້ານຂາຍເຄື່ອງຫັດຖະກຳ, ຜະລິດຕະພັນ OCOP, ອາຫານທ້ອງຖິ່ນ; ການສະແດງຕຸກກະຕານ້ຳ ດົງງື ທີ່ສະໜາມຫຼວງ 3/2 (ວັນທີ 30 ສິງຫາ) ແລະ ຫໍພິພິດທະພັນ ບັກນິງ (ວັນທີ 1 ກັນຍາ).
ພິເສດ, ງານວາງສະແດງບັນດາຜົນງານເສດຖະກິດ - ສັງຄົມຂອງແຂວງ ບັກນິງ ດ້ວຍຫົວຂໍ້ “ບັກນິງ - ອະລິຍະທຳພັນປີ - ຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນໃນສັງກາດໃໝ່” ໄດ້ຈັດຂຶ້ນຢູ່ສູນວາງສະແດງແຫ່ງຊາດ (ຮ່າໂນ້ຍ), ຕໍ່ເນື່ອງແຕ່ວັນທີ 28 ສິງຫາ ຫາ ວັນທີ 5 ກັນຍາ.
ນອກຈາກນີ້, ຍັງຈະມີບັນດາການເຄື່ອນໄຫວວາງສະແດງຫົວຂໍ້ລົງເລິກກ່ຽວກັບວັດທະນະທຳ ແລະ ປະຫວັດສາດຢູ່ບັນດາຫໍພິພິທະພັນ, ຫໍສະໝຸດ ແລະ ສູນອະນຸລັກຮັກສາມໍລະດົກໃນບໍລິເວນ; ການເຄື່ອນໄຫວແຕ້ມຮູບພື້ນເມືອງ ດົງໂຮ່ ແຕ່ວັນທີ 30 ສິງຫາ ຫາ ວັນທີ 3 ກັນຍາ; ອາທິດຮູບເງົາສະເຫຼີມສະຫຼອງ ແລະ ສະແດງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງ UNESCO ໃນເດືອນສິງຫາ ແລະ ເດືອນກັນຍາ ...
ຜ່ານລາຍການ, ບັກນິງ ກໍ່ຫວັງວ່າຢາກເຜີຍແຜ່ບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ຈິດໃຈສາມັກຄີແຫ່ງຊາດໃຫ້ປະຊາຊົນ ແລະ ເພື່ອນມິດສາກົນ.
![]() | ເປີດຕົວປຶ້ມສອງພາສາ ຫວຽດນາມ-ອັງກິດ ກ່ຽວກັບຄວາມງາມ, ວັດທະນະທຳຂອງ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຍສໝ - ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ເປັນຊຸດປຶ້ມທີ່ເປັນເອກະລັກສະເພາະ ສົມທົບລະຫວ່າງປັດໄຈບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປສູ່ຜູ້ອ່ານ. |
![]() | ແນະນຳຊຸດເສື້ອຍາວ ແລະ ວັດທະນະທຳ ຫວຽດນາມ ໄປເຖິງໝູ່ປະຊາຊົນ ປາກິດສະຖານ ຍສໝ - ອາທິດຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ໄດ້ສົມທົບກັບສະຖານທູດ ມາເລເຊຍ ແລະ ສະຖາບັນສິລະປະ Niftyphere ປາກິດສະຖານ ຈັດຕັ້ງເຫດການເດີນແບບອາພອນສະໄໝ “Cutural Colors - ສີສັນວັດທະນະທຳ” - ໂຄສະນາຊຸດອາພອນປະຈຳຊາດ. |
ແທັງຮັ່ງ