![]() | ເຜີຍແພ່ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ຊາວ ບຣາຊິນ |
![]() | ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ |
![]() |
ບັນດາເດັກນ້ອຍລະຫຼິ້ນແບບພື້ນເມືອງ ພ້ອມກັບພະນັກງານຂອງ ຫຍາຈ່າງ ບູຮານ. |
ນັກທ່ອງທ່ຽວມີຄວາມຊື່ນຊົມຄົ້ນຫາວັດທະນະທໍາຂອງເຂດ ເຈີມເຮືອງ
ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ເຂດທ່ອງທ່ຽວ ຫຍາຈ່າງ ບູຮານ (ຕາແສງ ວິ້ງຖາຍ, ນະຄອນ ຫຍາຈ່າງ) ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ. ບໍ່ໃຫຍ່ເກີນໄປ, ແຕ່ ຫຍາຈ່າງ ບູຮານ ໄດ້ສະທ້ອນໃຫ້ເຫັນບັນດາຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງເຂດ ເຈີມເຮືອງ. ພິເສດ, ຢູ່ ຫຍາຈ່າງ ມີວັດຖຸພັນທີ່ຄຸ້ນເຄີຍໃນເມື່ອກ່ອນ ກັບວັດທະນະທຳທີ່ເປັນມູນເຊື້ອຍັງມີຊີວິດຊີວາ… ນັກທ່ອງທ່ຽວທີ່ມາຢ້ຽມຢາມນີ້ບໍ່ສາມາດອົດກັ້ນໃຈໄວ້ໄດ້, ມີແຕ່ຢາກຖ່າຍຮູບເພື່ອຮັກສາສີສັນຂອງເວລາ!
![]() |
ນັກທ່ອງທ່ຽວສາກົນໄປຄົ້ນຫາວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ຢູ່ ຫຍາຈ່າງ ບູຮານ. |
ນອກຈາກເຂດທ່ອງທ່ຽວ ຫຍາຈ່າງ ບູຮານ ແລ້ວ, ບັນດາເຂດທ່ອງທ່ຽວ ແລະ ໂຮງແຮມຫຼາຍແຫ່ງກໍ່ຖືເປັນສຳຄັນເຖິງການນຳເອົາວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ ເພື່ອເພີ່ມທະວີຄວາມດຶງດູດທີ່ມີຕໍ່ນັກທ່ອງທ່ຽວ. ສາມາດເວົ້າໄດ້ວ່າ ໝູ່ບ້ານອາຊີບ ເຈື່ອງເຊີນ ຄື ຫໍພິພິທະພັນແນະນຳໃຫ້ນັກທ່ອງທ່ຽວໄປຊົມບັນດາຂະແໜງອາຊີບພື້ນເມືອງຂອງປະຊາຊົນເຂດ ເຈີມເຮືອງ, ຫຼືເຂດທ່ອງທ່ຽວ Champa Island ຫຍາຈ່າງ... ໃນຊຸມມື້ປີໃໝ່ 2025, ເຂດທ່ອງທ່ຽວເກາະ Champa Nha Trang ກໍ່ຈັດຕັ້ງການລະຫຼິ້ນພື້ນເມືອງຫຼາຍຢ່າງໃຫ້ນັກທ່ອງທ່ຽວໄດ້ສຳຜັດ. ຫຼາຍຄອບຄົວແຂກສາກົນມັກກ່ຽວກັບຄວາມງາມຂອງວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ ທີ່ສຸດ, ເພື່ອໃຫ້ລູກຫຼານລົງຕົວຈິງກັບບັນດາການລະຫຼິ້ນພື້ນເມືອງ.
ຕາມທ່ານນາງ Christina Nguyen - ຜູ້ອໍານວຍການບໍລິສັດການທ່ອງທ່ຽວ Zazen Travel ຈຳກັດ ແລ້ວ, ນອກຈາກຄວາມຕ້ອງການພັກຜ່ອນບຳລຸງສຸຂະພາບ, ນັກທ່ອງທ່ຽວທີ່ມາແຂວງ ແຄ໋ງຮວ່າ, ພິເສດແມ່ນນັກທ່ອງທ່ຽວສາກົນ, ກໍ່ມັກຈະຄົ້ນຫາວັດທະນະທໍາທີ່ເປັນມູນເຊື້ອຂອງທ້ອງຖິ່ນ. ບໍລິສັດໄດ້ຖືກຈອງ ບັນດາ tour ໄປທັດສະນະເປັນປະຈໍາໂດຍນັກທ່ອງທ່ຽວຈາກ ເອີຣົບ, ອົດສະຕາລີ, ອາເມລິກາ... ສໍາລັບການທ່ອງທ່ຽວໄປຢ້ຽມຢາມບັນດາວັດ, ມໍລະດົກວັດທະນະທໍາ ແລະ ບັນດາອາຊີບຫັດຖະກໍາພື້ນເມືອງຂອງ ແຄ໋ງຮວ່າ. ແຂກທ່ອງທ່ຽວຫຼາຍຄົນ ຍັງຄົ້ນຫາວັດທະນະທຳ ຫວຽດນາມ ໂດຍຜ່ານການໄປຕະຫຼາດ ແລະ ຮຽນຮູ້ການເຮັດເຍື່ອງອາຫານພື້ນເມືອງຂອງຫວຽດນາມ ຄື: ແບັງແຊວ, ກ້ອຍພັນ ...
ສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ
ຕາມບັນດານັກຊ່ຽວຊານການທ່ອງທ່ຽວແລ້ວ, ວັດທະນະທຳແມ່ນເສົາຄ້ຳ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ. ດ້ວຍຄວາມຫຼາກຫຼາຍດ້ານວັດທະນະທຳຂອງ 32 ຊົນເຜົ່າທີ່ດຳລົງຊີວິດຢູ່ແຕ່ເຂດທະເລເຖິງເຂດພູດອຍ, ແຄ໋ງຮວ່າ ມີທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວວັດທະນະທຳ. ຄຽງຂ້າງການພານັກທ່ອງທ່ຽວໄປຢ້ຽມຊົມບັນດາມໍລະດົກວັດທະນະທຳ, ປະຫວັດສາດ, ບັນດາຫົວໜ່ວຍການທ່ອງທ່ຽວກໍ່ສາມາດສ້າງບັນດາ tour ໄປທັດສະນະ, ຊອກຮູ້ກ່ຽວກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຜ່ານການຮັບຊົມດົນຕີ, ງານບຸນປະເພນີ ແລະ ອື່ນໆ, ໃນຕົວຈິງແລ້ວ, ການເສີມຂະຫຍາຍຄຸນຄ່າສີສັນວັດທະນະທຳທີ່ເປັນມູນເຊື້ອ ເພື່ອຮັບໃຊ້ການທ່ອງທ່ຽວ ບໍ່ພຽງແຕ່ປະຕິບັດຢູ່ແຂວງ ຫຍາຈ່າງ ເທົ່ານັ້ນ ຫາກຍັງໄດ້ຮັບການສົ່ງເສີມເປີດກວ້າງໃນທົ່ວແຂວງ, ພິເສດແມ່ນເຂດພູດອຍອີກດ້ວຍ. ປະຈຸບັນ, ບັນດາທ້ອງຖິ່ນຄື: ແຄ໋ງເຊີນ, ແຄ໋ງວິ້ງ, ນິງຮວ່າ... ລ້ວນແຕ່ມີບັນດາໂຄງການອະນຸລັກຮັກສາວັດທະນະທຳຊຸມຊົນບັນດາຊາວເຜົ່າສ່ວນໜ້ອຍ ຕິດພັນກັບການພັດທະນາການທ່ອງທ່ຽວຊຸມຊົນ.
![]() |
ນັກທ່ອງທ່ຽວຍິງຊາວ ສ.ເກົາຫຼີ ສອງຄົນ ໄດ້ລົງຕົວຈິງພ້ອມກັບນາຍຊ່າງຊາວເຜົ່າ ຈຳ ຢູ່ Champa Island ຫຍາຈ່າງ. |
ຕາມທ່ານ ນາງ ກ່າຕົງທິເມີນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ແຄ໋ງວິ້ງ ແລ້ວ, ໂດຍປະຕິບັດລາຍການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊຸມຊົນບັນດາຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໄລຍະ 2021 – 2030, ໄລຍະທີ I: ແຕ່ປີ 2021 ຮອດປີ 2025, ແຕ່ຕົ້ນເດືອນເມສາ 2024, ເມືອງໄດ້ຜັນຂະຫຍາຍແຜນການປະຕິບັດໂຄງການ “ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊຸມຊົນບັນດາຊາວເຜົ່າສ່ວນໜ້ອຍ ຕິດພັນກັບການພັດທະນາການທ່ອງທ່ຽວ”. ນອກຈາກນັ້ນ, ເມືອງຍັງໜູນຊ່ວຍການເຄື່ອນໄຫວຂອງ 6 ທິມສິລະປະພື້ນເມືອງຢູ່ບັນດາໝູ່ບ້ານເຂດຊຸມຊົນບັນດາຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ...; ຈັດຕັ້ງຊຸດຝຶກອົບຮົມ, ບຳລຸງສ້າງວິຊາສະເພາະ, ວິຊາການ, ສອນຖ່າຍທອດວັດທະນະທຳທີ່ບໍ່ເປັນວັດຖຸ. ປະຈຸບັນ, ເມືອງພວມກໍ່ສ້າງຮູບແບບການທ່ອງທ່ຽວຊຸມຊົນຢູ່ບ້ານ ຮອນຢຸງ (ຕາແສງ ເຊີນຫຽບ) ຕິດພັນກັບການເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ຮີດຄອງປະເພນີອັນດີງາມຂອງເຂດຊຸມຊົນບັນດາຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນບໍລິເວນ.
ທ່ານນາງ ຫງວຽນທິເລແທ່ງ, ຫົວໜ້າພະແນກທ່ອງທ່ຽວ ແບ່ງປັນວ່າ: ການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອໃນການເຄື່ອນໄຫວການທ່ອງທ່ຽວ ພວມໄດ້ຮັບຄວາມເອົາໃຈໃສ່ຈາກບັນດາທ້ອງຖິ່ນ, ວິສາຫະກິດທ່ອງທ່ຽວ. ໃນບໍລິເວນແຂວງນັບມື້ນັບມີບັນດາຮູບແບບກ່ຽວກັບການທັດສະນະ, ລົງຕົວຈິງວັດທະນະທຳທີ່ເປັນມູນເຊື້ອ, ນັບແຕ່ຂະແໜງການອາຊີບເຄື່ອງຫັດຖະກຳຕະຫຼອດຮອດເລື່ອງອາຫານການກິນ. ໃນນັ້ນ, ໝູ່ບ້ານອາຊີບຫັດຖະກຳ ເຈື່ອງເຊີນ ແລະ ຫຍາຈ່າງ ບູຮານ ແມ່ນສອງຈຸດໝາຍປາຍທາງທີ່ພວມໄດ້ຮັບຄວາມນິຍົມຂອງນັກທ່ອງທ່ຽວ. ປະຈຸບັນ, ບັນດາທ້ອງຖິ່ນໃນແຂວງພວມຍູ້ແຮງການພັດທະນາການທ່ອງທ່ຽວຊຸມຊົນ, ໃນນັ້ນ ວັດທະນະທຳທີ່ເປັນມູນເຊື້ອເປັນປັດໄຈເສົາຄ້ຳ ເພື່ອໃຫ້ບັນດາແຫຼ່ງທ່ອງທ່ຽວຊຸມຊົນໄດ້ດຶງດູດແຂກທ່ອງທ່ຽວ, ພິເສດຢູ່ບັນດາເມືອງເຂດພູດອຍ. ນັກທ່ອງທ່ຽວທີ່ມາແຂວງ ແຄ໋ງຮວ່າ ບໍ່ພຽງແຕ່ໄດ້ຊົມຄວາມງາມທາງທຳມະຊາດ ແລະ ອາກາດທີ່ອົບອຸ່ນເທົ່ານັ້ນ ຫາກຍັງສາມາດຄົ້ນພົບບັນດາຄວາມງາມດ້ານວັດທະນະທຳຂອງເຂດ ເຈີມເຮືອງ ນັບແຕ່ທົ່ງພຽງຮອດເຂດພູດອຍອີກດ້ວຍ!
![]() | ບັນດາວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ: ຈຸດພົ້ນເດັ່ນສະເຫຼີມສະຫຼອງ 75 ປີການພົວພັນ ຫວຽດນາມ - ລັດເຊຍ ຍສໝ - ວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ມີການເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ... |
![]() | ນັກສຶກສາສາກົນຫຼິ້ນກຳຢາຍ, ເຕັ້ນເປົາປ່ານ ... ຊອກຮູ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຍສໝ - ໃນລາຍການ, ບັນດານັກສຶກສາສາກົນມາຈາກຫຼາຍປະເທດເຊັ່ນ: ເຢຍລະມັນ, ແບນຊິກ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ... ໄດ້ຮັບການແນະນຳບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ, ໄດ້ລອງກຳລັງແຮງໃນບັນດາການລະຫຼິ້ນພື້ນເມືອງ, ຢ້ຽມຊົມບັນດາຮ້ານຂາຍເຄື່ອງຢູ່ຕະຫຼາດນັດຊົນນະບົດ, ໄດ້ຊິມລົດຊາດອາຫານບັນດາເຍື່ອງອາຫານພື້ນເມືອງໃນຍາມບຸນປີໃໝ່ ຫວຽດນາມ, ປະສານເຂົ້າກັບບັນດາຈັງຫວະເພງມ່ວນຊື່ນທີ່ເຕັມໄປດ້ວຍສີສັນລະດູບານໃໝ່. |
ແທັງຮັ່ງ