ວັດທະນະທໍາຫວຽດນາມສ່ອງແສງຢູ່ນະຄອນຫຼວງ ໂປແລນ

22:40 | 25/06/2025

ຍສໝ - ວັນ​ທີ 22 ມິຖຸນາ​ນີ້, ຢູ່​ສະ​ໜາມ​ຫຼວງ​ຫໍບູຮານ Warsaw ໄດ້​ໄຂ​ຂຶ້ນງານ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ຄັ້ງ​ທີ 3 ຢູ່​ປະ​ເທດ​ໂປແລນ​​, ເປັນ​ຂີດ​ໝາຍ​​ເປີດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ - ການທ່ອງ​ທ່ຽວ​ຫວຽດ​ນາມ​ຢູ່​ປະ​ເທດກາງ​ເອີ​ລົບ ​ນີ້. ເຫດການ​ໄດ້​ດຶງ​ດູດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ຊາວປະຈຳຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໄດ້​ນຳ​ເອົາ​ພື້ນທີ່​ສິລະ​ປະ​ທີ່​ເຂັ້ມໄປດ້ວຍສີສັນ ​ແລະ ສານ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດຢ່າງເລີກເຊິ່ງ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈ ແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ
ກຸ່ມບໍລິສັດ Viettel ເປີດກວ້າງການພົວພັນຄູ່ຮ່ວມມືທົ່ວໂລກກັບກຸ່ມ WB (ໂປແລນ)

ເຫດການ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ​ໂປ​ແລນ ​ແລະ ສະມາຄົມ​ຊາວ ຫວຽດນາມ ປະຈຳ ​​ໂປ​ແລນ ຈັດ​ຕັ້ງ.

ວັດທະນະທໍາຫວຽດນາມສ່ອງແສງຢູ່ນະຄອນຫຼວງ ໂປແລນ

ພິທີ​ເປີດ​ສັບປະດາ​ວັດທະນະທຳ - ການທ່ອງ​ທ່ຽວ ຫວຽດນາມ ຢູ່ ​ໂປ​ແລນ. (ຮູບ: icd.gov.vn)

ຕາມ​ຂໍ້​ມູນ​ຈາກ​ກົມ​ການ​ຮ່ວມ​ມື​ສາກົນ (ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ), ກ່າວ​ຄຳປາໄສ​ທີ່​ເຫດການ, ທ່ານ Aleksander Ferens, ເຈົ້າເມືອງສູນກາງ Śródmieście – Warsaw, ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ເມືອງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະຖານ​ທີ່​ຈັດ​ງານ​ບຸນ​ວັດທະນະທຳ ຫວຽດນາມ. ທ່ານ​ໄດ້​ຕີ​ລາຄາ​ສູງ​ການ​ແນະນຳໃຫ້ມະຫາຊົນ ໂປ​ແລນ​ ບັນດາສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ແບບ​ໃໝ່ ຈາກ​ປະ​ເທດ​ຕາ​ເວັນ​ອອກ.

“ນີ້​ແມ່ນ​ໂອກາດ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ປະຊາຊົນ​ນະຄອນ Warsaw ​ໄດ້​ສຳ​ຜັດ​ກັບ​ຄວາມ​ງາມ​ຂອງ​ວັດທະນະທຳ​ ຫວຽດນາມ ​ໂດຍ​ກົງ, ​ເປັນ​ປະ​ເທດ​ທີ່​ມີ​ປະຫວັດສາດ​ອັນ​ຍາວ​ນານ ​ແລະ ຮີດຄອງ​ປະ​ເພນີ​ທີ່​ເຂັ້ມໄປດ້ວຍສີສັນ”, ທ່ານກ່າວວ່າ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ໂປ​ແລນ ຮ່າກວາງຫາຍ​, ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໂປ​ແລນ ​ແລະ ບັນດາ​ຫົວໜ່ວຍ​ສະເພາະຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ​ເພື່ອ​ແນ​ໃສ່​ນຳ​ເອົາ​ລາຍການ​ສິລະ​ປະ​ທີ່​ອຸດົມ, ຫຼາຍຮູບຫຼາຍແບບ​, ເຂັ້ມໄປດ້ວຍສີສັນ​ຂອງ​ຊາດ.

ທ່ານຢືນຢັນວ່າ, ເຫດການບໍ່ພຽງແຕ່ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດທີ່ສວຍງາມຂອງຫວຽດນາມເທົ່ານັ້ນ, ຫາກຍັງເປັນຂົວເຊື່ອມຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ໂປ​ແລນ.

ວັດທະນະທໍາຫວຽດນາມສ່ອງແສງຢູ່ນະຄອນຫຼວງ ໂປແລນ

ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ, ຊາວ​ທ້ອງ​ຖິ່ນ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ​ເຂົ້າ​ຮ່ວມ​ເຫດການເປັນ​ຈຳ​ນວນ​ຫຼວງ​ຫຼາຍ. (ຮູບ: icd.gov.vn)

ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ຂອງ​ໂຮງ​ລະຄອນ​ດົນຕີ ຟ້ອນ ຫວຽດນາມ, ພ້ອມ​ກັບ​ບັນດາ​ລາຍການ ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ແລນ ທີ່​ສະ​ແດງ. ກວ່າ 1.000 ຄົນໄດ້ຊົມລາຍການສະແດງທີ່ຫຼາກຫຼາຍຄື: ຈາກດົນຕີພື້ນເມືອງ, ການເຕັ້ນພື້ນເມືອງໃນຍຸກສະໄໝ, ຈົນເຖິງບັນດາບົດເພງ ຫວຽດນາມ - ໂປ​ແລນ ທີ່ຮັດແໜ້ນມິດຕະພາບ.

ງານ​ບຸນ​ຄັ້ງ​ນີ້​ແມ່ນ​ການ​ເລີ່​ມຕົ້ນ​ທີ່​ໜ້າ​ປະ​ທັບ​ໃຈ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ວັດທະນະທຳ - ທ່ອງ​ທ່ຽວ ຫວຽດນາມ ຢູ່ ​ໂປ​ແລນ, ​ລວມ​ມີ: ງານ​ວາງສະ​ແດງ​ຮູບ​ພາບ​ສິລະ​ປະ​ແນະນຳ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ພື້ນ​ເມືອງ, ອາຫານ​ຫວຽດນາມ ສົມທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ບັນດາ​ລາຍການ​ທ່ອງ​ທ່ຽວ​ ມາຈາກ​ບັນດາ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງເຂດ​ການທ່ອງທ່ຽວ.

ເພີ່ມທະວີການພົບປະການແລກປ່ຽນວັດທະນະທໍາຫວຽດນາມ - ອາເຈນຕິນາ ຜ່ານດົນຕີ ເພີ່ມທະວີການພົບປະການແລກປ່ຽນວັດທະນະທໍາຫວຽດນາມ - ອາເຈນຕິນາ ຜ່ານດົນຕີ

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມຢືນຢັນວ່າ ຈະເຊື່ອມຕໍ່ໂຮງລະຄອນ Colon ກັບໂຮງລະຄອນຫວຽດນາມໂດຍໄວ ເພື່ອຊຸກຍູ້ການພົບປະແລກປ່ຽນດົນຕີ ລະຫວ່າງສອງປະເທດຕື່ມອີກ.

ນັກຮຽນ Brazil ຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ ນັກຮຽນ Brazil ຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ

ຍສໝ-Brazil ຫາກໍເຂົ້າຮ່ວມລາຍການສິລະປະ ສົມທົບກັບການຊອກຮູ້ວັດທະນະທໍາສາກົນທີ່ໂຮງຮຽນມັດທະຍົມ La Salle Águas Claras - ນະຄອນຫຼວງ Brasilia, ເມືອງ Distrito Federal, Brazil.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ