ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ - 19

13:12 | 20/05/2021

ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມ, ຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວ. ຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງ, ໄຫວພິບແມ່ນປັດໄຈຫລັກແຫລ່ງ, ຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.

ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາ​ມ: ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດ​ນາມ ໃນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້ ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາ​ມ: ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດ​ນາມ ໃນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້
ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ໂຮນ​ລັງ ສະ​ແດງ​ຄວາມ​ຮູ້​ບູນ​ຄູນ ດ້ວຍ​ການ​ສ້າງ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ສອ​ງ​ປະ​ເທດ ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ໂຮນ​ລັງ ສະ​ແດງ​ຄວາມ​ຮູ້​ບູນ​ຄູນ ດ້ວຍ​ການ​ສ້າງ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ສອ​ງ​ປະ​ເທດ
ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ -  19
Coopfood ພາກເຫນືອ ຍັງຄົງຮັກສາການເຄື່ອນໄຫວທີ່ເປັນປົກກະຕິ (ພາບ: VGP)

ປະຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ມີຫລາຍສັນຍານຕັ້ງຫນ້າ, ສ່ອງແສງການຟື້ນຕົວຢ່າງແຮງ ພາຍຫລັງ 01 ປີທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ 19. ເຖິງແນວໃດກໍຕາມ, ຕົວເລກ 51.500 ວິສາຫະກິດຕ້ອງຖອນຕົວອອກຈາກຕະຫລາດ ຍັງສະແດງໃຫ້ເຫັນຄວາມຫຍຸ້ງຍາກທີ່ຍັງມີຢູ່, ເປັນຕົ້ນເມື່ອໂລກລະບາດໂຄວິດ - 19 ເກີດຂຶ້ນຮອບໃຫມ່ ພາຍຫລັງວັນພັກບຸນເມື່ອວັນທີ 30 ເມສາ - ວັນທີ 1 ພຶດສະພາ ຜ່ານມາ.

ໂລກລະບາດໂຄວິດ 19 ກໍ່ແມ່ນສິ່ງທົດສອບກຳລັງຄວາມສາມາດຂອງແຕ່ລະວິສາຫະກິດ. ໃນສະພາບການໃບສັ່ງຊື້ສິນຄ້າຫລາຍສະບັບຖືກຍົກເລີກ, ລາຍຮັບຫລຸດລົງຢ່າງແຮງ, ຄະນະການນຳ ບໍລິສັດ ຫຸ້ນສ່ວນ Dgroupກໍ່ໄດ້ມີການປ່ຽນແປງຍຸດທະສາດ. ບັນດາແຜນການໄລຍະຍາວໄດ້ຫັນເປັນໄລຍະສັ້ນ, ຊ້ຳບໍ່ໜຳຍັງກາຍເປັນແຜນການຮີບດ່ວນ. ສຳລັບລູກຄ້າ ປ່ຽນແທນການຈັດຕັ້ງການພົບປະ ການປະຊຸມໂດຍກົງ ດ້ວຍການຫັນມາເປັນຮູບການອອນລາຍ.

ບັນດາມາດຕະການຄຸ້ມຄອງວິສາຫະກິດກໍ່ໄດ້ຮັບການປະຕິບັດຕາມທິດຫລຸດຜ່ອນລາຍຈ່າຍ ແຕ່ຍັງຄົງຮັບປະກັນຄວາມຄືບຫນ້າຂອງວຽກງານ ແລະ ສິດຜົນປະໂຫຍດຂອງຄົນງານ. ຍ້ອນມີການດັດປັບຢ່າງທັນການ ແລະເໝາະສົມນັ້ນ, ທາງບໍລິສັດຍັງຄົງຮັກສາການເຄື່ອນໄຫວຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ. ທ່ານນາງ ເລຢູງ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Dgroupໃຫ້ຮູ້ວ່າ:

“ຖ້າຫາກພາກສ່ວນໃດບໍ່ມີຄວາມຈຳເປັນຮີບດ່ວນແມ່ນບໍ່ຕ້ອງໄປຫ້ອງການ ພວກຂ້າພະເຈົ້າອະນຸຍາດໃຫ້ເຂົາເຈົ້າເຮັດວຽກຢູ່ບ້ານ. ພວກຂ້າພະເຈົ້າຫນູນຊ່ວຍບັນດາເຄື່ອງມືທີ່ຈຳເປັນ ແລະ ລາຍຈ່າຍເພື່ອໃຫ້ເຂົາເຈົ້າເຮັດວຽກຢູ່ບ້ານໂດຍບໍ່ມີຜົນສະທ້ອນເຖິງຄວາມຄືບຫນ້າວຽກງານ.ສຳລັບພະນັກງານຜັດປ່ຽນກັນເຮັດວຽກຢູ່ບ້ານ ພວກຂ້າພະເຈົ້າມີກົນໄກ ແລະ ວິທີຄຸ້ມຄອງຜ່ານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ຮັບປະກັນການຕິດຕໍ່ພົວພັນຢ່າງສະດວກ ແລະ ມີການລາຍງານເປັນປະຈຳ”.

ຕົວຢ່າງອື່ນ ກ່ຽວກັບການຮັບມືຢ່າງມີໄຫວພິບຂອງວິສາຫະກິດໃນສະພາບເກີດໂລກລະບາດໂຄວິດ - 19 ນັ້ນແມ່ນ ລະບົບCoopfoodພາກເຫນືອ. ນອກຈາກບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ລູກຄ້າ ແລະ ພະນັກງານແລ້ວ, ທາງບໍລິສັດຍັງເປັນເຈົ້າການໃນການສ້າງເຂດວັດຖຸດິບ, ສະສົມແຫລ່ງສິນຄ້າ. ເອື້ອຍ ເຈີນຖູຍເຮືອງ ພະນັກງານຫ້ອງການ MarketingລະບົບCoopfoodພາກເຫນືອ ແບ່ງປັນວ່າ:

ພວກຂ້າພະເຈົ້າໄດ້ວາງແຜນຮັບມືເມື່ອເກີດໂລກລະບາດໄວ້ ມາແຕ່ດົນແລ້ວ. ພວກຂ້າພະເຈົ້າໄດ້ມີການເຮັດວຽກກັບບັນດາຄູ່ຮ່ວມມື ແລະ ແຫລ່ງສະຫນອງສິນຄ້າກ່ອນນັ້ນ. ສະນັ້ນ ພວກຂ້າພະເຈົ້າ ຍາມໃດກໍ່ຮັບປະກັນລາຄາສິນຄ້າປົກກະຕິ, ບໍ່ມີການປ່ຽນແປງໃດກ່ອນ ແລະ ຫລັງໂລກລະບາດ ເພື່ອໃຫ້ປະຊາຊົນຍາມໃດກໍ່ເຊື່ອໝັ້ນມາຊື້ສິນຄ້າຂອງພວກຂ້າພະເຈົ້າ.”

ນີ້ແມ່ນສອງວິສາຫະກິດ ໃນຈຳນວນວິສາຫະກິດຫວຽດນາມ ຫລາຍແຫ່ງທີ່ປະສົບຜົນສຳເລັດໃນການຮັບມືກັບສະພາບເກີດໂລກລະບາດໂຄວິດ 19, ຍ້ອນຄວາມມີໄຫວພິບ ແລະ ເປັນເຈົ້າການໃນການສ້າງວິທີການຮັບມືໂດຍໄວ. ຕາມທ່ານ ຫວູຕຽນລົກ, ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລ້ວ, ການພ້ອມກັນການຫນູນຊ່ວຍຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ຊ່ວຍໃຫ້ວິສາຫະກິດມີຄວາມໝັ້ນໃຈ ແລະ ຮັກສາການເຄື່ອນໄຫວດຳເນີນທຸລະກິດແລ້ວ, ເລື່ອງເສີມຂະຫຍາຍກຳລັງແຮງພາຍໃນແມ່ນບັນຫາຫລັກແຫລ່ງເພື່ອໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນ. ທ່ານ ຫວູຕຽນລົກ ຢືນຢັນວ່າ:

“ເພື່ອຄົງຕົວໄດ້ໃນສະພາບເກີດໂລກລະບາດຄືປະຈຸບັນ ພ້ອມທັງວິສາຫະກິດກໍ່ຕ້ອງມີແຜນການສ້າງໂຄງປະກອບຄືນໃຫມ່ໃນໄລຍະຈະມາເຖິງກ່ຽວກັບການຄຸ້ມຄອງບໍລິຫານ,Marketing, ພິເສດແມ່ນບັນຫາຫັນເປັນເປັນດີຈີຕອນໃນບັນດາວິສາຫະກິດ. ໂດຍອີງໃສ່ພື້ນຖານດີຈີຕອນເພື່ອຊຸກຍູ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ.”

ອາດເຫັນໄດ້ວ່າປະຊາຄົມວິສາຫະກິດຫວຽດນາມພວມປັບຕົວໃຫ້ແທດເໝາະກັບສະພາບການໃຫມ່ທີ່ຫຍຸ້ງຍາກນັ້ນເປັນຢ່າງດີ. ນີ້ກໍ່ແມ່ນສິ່ງຊື່ງຫລາຍຄົນໄດ້ຕັ້ງຄວາມຫວັງຕໍ່ວົງການນັກທຸລະກິດໃນຍຸກໃຫມ່ຊື່ງແມ່ນບັນດາຜູ້ຄົນທີ່ໄດ້ສວມບົດບາດສຳຄັນໃນການພັດທະນາພື້ນຖານເສດຖະກິດຂອງປະເທດຊາດ.

ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 281 ໃນ​ບໍ​ລິ​ເວນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ, ປ້ອມ​ປ້ອງ​ກັນຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ (ແທງ​ຮ​ວາ) ໄດ້​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ແກ່ກອງ​ໃຫຍ່​ທະ​ຫານ​ເລກ​ທີ 214, ກອງ​ບັນ​ຊາ​ການ​ແຂວງ​ຫົວພັນ ແລະ ປ້ອມ​ລະ​ຫວ່າງ​ຂະ​ແໜງ​ດ່ານ​ຊາຍ​ແດນ ສົມ​ຫວັງ, ແຂວງ​ຫົວ​ພັນ (ລາວ).

ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງເລື່ອງ ມາຮອດປັດຈຸບັນ, ແຂວງຮ່າຢາງໄດ້ຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026 ຢ່າງຄົບຊຸດ, ເຂັ້ມງວດ, ຄົບຖ້ວນ, ທັນການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ.

ນະ​ຄອ​ນ ໂຮ່​ຈີ​ມິນ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ບັນ​ດາ​ແຂວງ​ພາກ​ຕາ​ເວັນ​ຕົກ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ນະ​ຄອ​ນ ໂຮ່​ຈີ​ມິນ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ບັນ​ດາ​ແຂວງ​ພາກ​ຕາ​ເວັນ​ຕົກ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເມື່ອການກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ເມສາ.

vovworld.vn

ເຫດການ
302 Found

Found

The document has moved here.