ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ໂຮນ​ລັງ ສະ​ແດງ​ຄວາມ​ຮູ້​ບູນ​ຄູນ ດ້ວຍ​ການ​ສ້າງ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ສອ​ງ​ປະ​ເທດ

11:44 | 18/05/2021

ຍ​ສ​ໝ - ຫ່າງ​ຈາກນີ້ 48 ປີ, ວັນ​ທີ 9 ເມ​ສາ 1973, ພາຍຫຼັງ​ສົນ​ທິສັນ​ຍາ Paris ວ່າ​ດ້ວຍ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ລົງ​ນາມ, ລາ​ຊະ​ອາ​ນາ​ຈັກ​ໂຮນ​ລັງ ໄດ້​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ກັບ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ຮ່ວມ​ມື​ຊຸກ​ຍູ້​ພັດ​ທະ​ນາ​ການ​ສຶກ​ສາ​ປະ​ດິດ​ສ້າງ​ຢູ່ ເກິ່ນ​ເທີ ຮ່ວມ​ມື​ຊຸກ​ຍູ້​ພັດ​ທະ​ນາ​ການ​ສຶກ​ສາ​ປະ​ດິດ​ສ້າງ​ຢູ່ ເກິ່ນ​ເທີ
ເປີດ​ຕົວ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ ເປີດ​ຕົວ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ
ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ໂຮນ​ລັງ ສະ​ແດງ​ຄວາມ​ຮູ້​ບູນ​ຄູນ ດ້ວຍ​ການ​ສ້າງ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ສອ​ງ​ປະ​ເທດ
ທ່ານ​ເຈິ່ນ​ຈ້ອງ​ຢຸງ

ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງ​ປີ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ໂຮນ​ລັງ ຢູ່ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ພິ​ທີ​ເປີດ​ຕົວ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ​ນະ​ຄອນ​ໂຮ່​ຈີ​ມິນ. ເຂົ້າ​ເຕົ້າ​ໂຮມ​ປະ​ຊາ​ຄົມ ຜູ້​ທີ່​ໄດ້​ເຮັດ​ວຽກ, ຮ່ຳ​ຮຽນ​ກໍ່​ຄື​ປະ​ຊາ​ຊົນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ທີ່​ມີ​ຄວາມ​ຮັກ​ຕໍ່​ປະ​ເທດ ໂຮນ​ລັງ ພ້ອມ​ກັນ​ເຂົ້າ​ຮ່ວມ ແລະ ພັດ​ທະ​ນາ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ​ນະ​ຄອນ​ໂຮ່​ຈີ​ມິນ.

ທ່ານ​ເຈິ່ນ​ຈ້ອງ​ຢຸງ ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ນະ​ຄອນ​ໂຮ່​ຈີ​ມິນ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ​ນະ​ຄອນ​ໂຮ່​ຈີ​ມິນ​ໃຫ້​ຮູ້​ວ່າ: ໃນ​ປະ​ຫວັດ​ສາດ, ອາດ​ເວົ້າ​ໄດ້​ວ່າ ໂຮ​ນ​ລັງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ ປະ​ເທດ​ທາງ​ທິດ​ຕາ​ເວັນ​ຕົກ​ທຳ​ອິດ​ສ້າງ​ການ​ພົວ​ພັນ​ທາງ​ການ​ຄ້າ ກັບ ຫວຽດ​ນາມ, ປະ​ຫວັດ​ສາດ​ໄດ້​ຢັ້ງ​ຢືນ​ວ່າ​ເມື່ອ​ຕົ້ນ ສະ​ຫະ​ວັດ​ທີ 17, ບັນ​ດາພໍ່​ຄ້າ​ຊາວ​ຂາຍ ໂຮນ​ລັງ ໄດ້​ມາ​ຂາຍ​ເຄື່ອງ​ຢູ່​ເຂດ​ພາກ​ກາງ ຫວຽດ​ນາມ. ຕົ້ນ​ປີ 1636 ໄດ້​ມີ​ຈຸດ​ຄ້າຂາຍ​ຂອງ​ຊາວ​ໂຮນ​ລັງ​ ແຫ່ງໜຶ່ງ​ໄດ້ສ້າງ​ຕັ້ງ​ຢູ່​ກ໋​ວາງ​ນາມ. ຜ່ານ​ຜ່າ​ຄວາມ​ຫຍຸ້ງຍ​າກຫຼາຍ​ຢ່າງ, ການ​ພົວ​ພັນ​ລ​ະ​ຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ພັດ​ທະ​ນາ. ຫ່າງ​ຈາກນີ້ 48 ປີ, ວັນ​ທີ 9 ເມ​ສາ 1973, ພາຍຫຼັງ​ສົນ​ທິສັນ​ຍາ Paris ວ່າ​ດ້ວຍ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ລົງ​ນາມ, ລາ​ຊະ​ອາ​ນາ​ຈັກ​ໂຮນ​ລັງ ໄດ້​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ກັບ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. 50 ປີ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ. ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໂຮນ​ລັງ ແມ່ນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ພົວ​ພັນ​ທີ່​ຂະ​ຫຍັນ​ຂັ​ນ​ເຄື່ອນ ແລະ ມີ​ປະ​ສິດ​ທິ​ຜົນ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ​ກ່​ວາ.

ສ່ວນ​ທານ​ນາງ ຮ​ວຽນ​ດິງ​ທ໊າຍ​ລິງ ອະ​ດີດ​ນັກ​ສຶກ​ສາ​ຢູ່​ໂຮນ​ລັງ ປັດ​ຈຸ​ບັນແມ່ນ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສູນ​ການ​ການ​ຄ້າ ໂລກ ຢູ່​ນະ​ຄອນ​ບິ່ງ​ເຢືອງ​ໃຫ້​ຮູ້​ວ່າ: ພວມ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ລື່ມ​ໄດ້​ພາບ​ພົບ​ຂອງ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ແລະ ຊາວ​ໂຮນ​ລັງ ດ້ວຍ ​ກັງ​ຫັນ​ລົມ, ບັນ​ດາ​ພາບ​ແຕ້ມ​ຂອງ​ຈິດຕະກອນ Van Goh… ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮັ​ກ​ແພງ​ຕໍ່​ປະ​ເທດ​ຊາດ ແລະ ຊາວ​ໂຮນ​ລັງ.ແຕ່​ວ່າ​ປັດ​ຈຸ​ບັນ, ເມື່ອ​ກາຍ​ເປັນ​ສະ​ມາ​ຊິກ​ຄະ​ນະ​ຂົນ​ຂວາຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ສືບ​ຕໍ່​ສ້າງ​ຄວາມ​ຮັກ​ແພງ​ດ້ວຍ​ພາ​ລະ​ກິດ​ໃໝ່​ດ້ວຍ​ບັນ​ດາ​ແຜນ​ການ​ຄື: ແນະ​ນຳ​ກ່ຽວ​ກັບ​ຄະ​ນະ​ຂົນ​ຂວາຍ, ພັດ​ທະ​ນາ​ສະ​ມາ​ຊິກ, ຈັດ​ຕັ້ງ​ກອງ​ປະ​ຊຸມ ແລະ ເຊື່ອມ​ຕໍ່​ການ​ຄ້າ​ຂາຍ.

ເປີດ​ຕົວ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ ເປີດ​ຕົວ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໂຮນ​ລັງ

ຍ​ສ​ໝ - ວັນ​ທີ 14 ພຶດ​ສະ​ພາ, ຢູ່​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ໂຮນ​ລັງ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ຫວນ​ຄືນ​ໄລ​ຍະ​ທາງ 48 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ໂຮນຫຼັງ ແລະ ສະ​ແດງ​ໃຫ້​ເປັນ​ຄວາມ​ຕັດ​ສິນ​ໃຈ​ສ້າງ​ຕັ້ງ​ບັນ​ດາ​ໃບ​ໜ້າ​ໃໝ່ ທີ່​ມີ​ຄວາມ​ປະ​ທັບ​ໃຈ​ກ່​ວາ ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ມິດ​ຕະ​ພາບ ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​, ນັກ​ຮຽນ ແລະ ຊາວ​ຫວຽດ​ນາມ ຢູ່​ໂຮນ​ລັງ ການ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​, ນັກ​ຮຽນ ແລະ ຊາວ​ຫວຽດ​ນາມ ຢູ່​ໂຮນ​ລັງ

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຟ້າມ​ວຽກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ ໄດ້​ສົ່ງ​ຄຳ​ອວຍ​ພອນປີ​ໃໝ່​ໄປ​ຍັງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ແລະ ນັກ​ສຶກ​ສາ​ຢູ່ ໂຮນ​ລັງ, ອວຍ​ພອນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ບຸນ​ເຕັດ​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ.

ຫວຽດ​ນາມ​ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ໂຮນ​ລັງ​ຢູ່​ອາ​ຊີ ຫວຽດ​ນາມ​ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ໂຮນ​ລັງ​ຢູ່​ອາ​ຊີ

ຍ​ສ​ໝ - ທ່ານ​ ເຈິ່​ນ​ຕວັນ​ແອັງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນຄ້າ ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກັ​ບ​ທ່ານ​ນາງ Sigrid Kaag ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດພົວ​ພັນ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ພັດ​ທະ​ນາ​ໂຮນ​ລັງ ເພື່​ອ​ແລ​ກ​ປ່ຽນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ EVFTA, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ສອງ​ຝ່າຍ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.