ຫວຽດນາມ - ການາດາເຫັນດີເປັນເອກະພາບຫຼາຍບັນດາຄື: ຮັບມືກັບໂລກລະບາດໂຄວິດ - 19, ການຮ່ວມມືລົງທຶນ, ກົນໄກໂອ້ລົມສົນທະນາ

12:23 | 20/05/2021

ຍ​ສ​ໝ- ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ Justin Trudeau ຢືນຢັນວ່າ, ການາດາ ຖື​ເປັນ​ສຳ​ຄັນ​ກາ​ພົວ​ພັນມິດຕະພາບ ກັບ ຫວຽດ​ນາມ ແລະ ປາດຖະໜາ ຢາກນຳການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມຂຶ້ນສູ່ລະດັບສູງ ໃໝ່. ທ່ານນາຍົກລັດຖະມົນຕີການາດາຕີລາຄາສູງເປັນ​ພິ​ເສດຕໍ່ບົດບາດແລະຖານະຂອງຫວຽດນາມໃນເວທີສາກົນ, ເຊິ່ງສະແດງອອກຢ່າງຈະແຈ້ງໃນຖານະທີ່ເປັນປະທານອາຊຽນໃນປີ 2020 ແລະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021. .

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ
ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດນາມ - ການາດາເຫັນດີເປັນເອກະພາບຫຼາຍບັນດາຄື: ຮັບມືກັບໂລກລະບາດໂຄວິດ - 19, ການຮ່ວມມືລົງທຶນ, ກົນໄກໂອ້ລົມສົນທະນາ
ທ່ານນາຍົກລັດຖະມົນຕີຟ້າມມິງ​ຈິງ

ຕອນຄ່ຳ ວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີຟ້າມມິງ​ຈິງໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີການາດາ Justin Trudeau. ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ໃນນັ້ນການາດາຈະເພີ່ມທະວີການສະໜັບສະໜູນໃຫ້ຫວຽດນາມໃນສຳ​ຜັດກັບວັກຊີນ COVID-19, ຮັບ​ມື​ກັບການປ່ຽນແປງຂອງດິນຟ້າອາກາດ, ແລະພັດທະນາແບບຍືນຍົງໃນເຂດແມ່ນໍ້າຂອງ.

ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ Justin Trudeau ຢືນຢັນວ່າ, ການາດາ ຖື​ເປັນ​ສຳ​ຄັນ​ກາ​ພົວ​ພັນມິດຕະພາບ ກັບ ຫວຽດ​ນາມ ແລະ ປາດຖະໜາ ຢາກນຳການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມຂຶ້ນສູ່ລະດັບສູງ ໃໝ່. ທ່ານນາຍົກລັດຖະມົນຕີການາດາຕີລາຄາສູງເປັນ​ພິ​ເສດຕໍ່ບົດບາດ ແລະຖານະຂອງຫວຽດນາມໃນເວທີສາກົນ, ເຊິ່ງສະແດງອອກຢ່າງຈະແຈ້ງໃນຖານະທີ່ເປັນປະທານອາຊຽນໃນປີ 2020 ແລະເປັນສະມາຊິກບໍ່ຖາວອນຂອງສະພາຄວາມ ໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ Trudeau ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຮ່ວມມືຢ່າງ ແໜ້ນແຟ້ນໃນບັນດາຂົງເຂດການຄ້າ, ການຮ່ວມມືພັດທະນາແລະການປ້ອງກັນຊາດ; ຢືນຢັນສືບຕໍ່ສະໜັບສະໜູນ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນໃນການສຳ​ຜັດ​ກັບວັກຊີນ COVID-19 ໂດຍຜ່ານກົນໄກຕ່າງໆ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກຂອບໃຈລັດຖະບານ ແລະປະຊາຊົນການາດາທີ່ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ຫວຽດນາມໂດຍໄດ້ມອບຜ້າ​ອັດ​ປາກ​ດັ່ງຈຳ ນວນ 120.000 ອັນ, ສະໜັບສະໜູນ ເງິນ​ເປັນຈຳ ນວນ 3.5 ລ້ານໂດລາສະຫະລັດ ສຳ ລັບກອງທຶນຮັຍ​ມືຕອບໂຕ້Cover-19 ອາຊຽນ.

ໃນສະພາບການທີ່ສອງປະເທດຄວນ​ມຸ່ງ​ໄປ​ເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023), ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ສະເໜີໃຫ້ສອງຝ່າຍສຸມໃສ່ການຮ່ວມມືໃນຫຼາຍຂົງເຂດສະເພາະເຊັ່ນ: ການຮັບ​ມື​ກັບ​ພະຍາດລະບາດ, ໃນນັ້ນ ການາດາ ສະໜັບສະໜູນ ຫວຽດນາມໃນການສຳ​ຜັດ​ກັບວັກຊີນ COVID-19 ແລະສະໜັບສະໜູນ ເຊິ່ງກັນ ແລະກັນໃນວຽກງານປົກປ້ອງພົນລະເມືອງ, ແລະອື່ນໆ.

ສອງປະເທດກໍ່ເຫັນດີເພີ່ມທະວີກົນໄກການສົນທະນາເຊັ່ນ: ການປຶກສາຫາລືດ້ານການເມືອງໃນລະດັບຮອງລັດຖະມົນຕີການຕ່າງປະເທດ, ປຶກສາຫາລືດ້ານການປ້ອງກັນປະເທດສອງຝ່າຍ, ຊຸກຍູ້ການສ້າງຕັ້ງຄະນະກຳມະການປະສົມດ້ານເສດຖະກິດ ແລະການຄ້າໂດຍມີຈຸດປະສົງສະເພາະເພື່ອເຮັດໃຫ້ການຄ້າ ແລະການລົງທຶນຮ່ວມກັນສອງ - ມູນຄ່າການຄ້າໃນປະຈຸບັນແມ່ນ 5 ຕື້ໂດລາສະຫະລັດ, ບັນລຸ 8 ຕື້ໂດລາໃນ 2 ປີຂ້າງໜ້າ.

ທ່ານນາຍົກລັດຖະມົນຕີ ຟ້າມມິງ​ຈິງ ໃຫ້ຮູ້ວ່າ, ບັນດາວິສາຫະກິດຂອງສອງປະເທດຕ້ອງຍາດແຍ່ງກາລະໂອກາດໃນຂອບເຂດສັນຍາ CPTPP, ຊຸກຍູ້ການາດາຫັນປ່ຽນການລົງທຶນຢູ່ຫວຽດນາມຢ່າງຫຼາກຫຼາຍ, ພິເສດແມ່ນໃນຂົງເຂດທີ່ການາດາມີກຳລັງແຮງເຊັ່ນ: ການເງິນ, ການປະດິດສ້າງກະສິກຳແບບຍືນຍົງ, ສະອາດສິ່ງແວດລ້ອມ, ພະລັງງານສະອາດ ...

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ

ຍ​ສ​ໝ - CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໃນ​ຈຸດ​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່ ກາ​ນາ​ດາ, ເຮັດ​ໃຫ້​ສູນ​ຄວບ​ຄຸມ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ອາ​ເມ​ລິ​ກາ ຕ້ອງ​ນຳ​ກາ​ນາ​ດາ​ເຂົ້າ​ບັນ​ຊີ​ລາຍ​ຊື່​​ກ່າວ​ເຕືອນ​ຢູ່​ລະ​ດັບ​ 4 ມີ​ຜູ້​ແທນ​ກ່​ວາ 100 ຄົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ປະ​ເທດ​ເຮົາ.

ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD  ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ

ຍ​ສ​ໝ - ທ່ານ​ພັນ​ໂທ Loic Roy, ທູດ​ການ​ປ້ອງ​ກັນ​ຊາດ​ຂອງ​ສະ​ຖານ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນດ້​ວຍ​ຄວ​າມ​ສະ​ໝັກ​ໃຈ​ໃນ​ການ​ຢ້ຽມ​ຢາມ​ຄື​ຂອງ​ກຳ​ປັ່ນ​ທະ​ຫານ​ເຮືອ Regina ສະ​ແດງ​ໃຫ້​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສາ​ມັກ​ຄີ, ຄວາມ​ມິດ​ຕະ​ພາບ​ລະ​ຫ​ວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ກາ​ນາ​ດາ. ປັດ​ຈຸ​ບັນ, ສອງ​ປະ​ເທດ ພວມ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.