ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021

08:25 | 12/04/2021

ຍ​ສ​ໝ - ຕາມ​ຮ່າງ​ບົດ​ລາຍ​ງານ​ສະຫຼຸ​ບ​ການ​ປະ​ຕິ​ບັດ​ງານ ປີ 2020, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປະ​ຕິ​ບັດ​ວານ​ປີ 2021, ປີ 2020 ເຖິງວ່າ ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ, ແຕ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ. ສະ​ມາ​ຄົມ​ໄດ້​ຍູ້​ແຮງ​ການ​ເພີ່ມ​ທະ​ວີ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ, ແລ​ກ​ປ່ຽ​ໜ​ຜ່ານ​ຈົດ​ໝາຍ, ອີ​ແມວ ແລະ ສື່​ສັງ​ຄົມ​ອອນ​ລາຍ.

ສະ​ມາ​ຄົມ Nails ຫວຽດ​ນາມ ອາ​ໄສ​ຢູ່ UK - ສະ​ຖານ​ທີ່​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ ສະ​ມາ​ຄົມ Nails ຫວຽດ​ນາມ ອາ​ໄສ​ຢູ່ UK - ສະ​ຖານ​ທີ່​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ
ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ອັງ​ກິດ​ມີ​ການ​ບຸກ​ທະ​ລຸ​ຢ່າງ​ແຮງ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ອັງ​ກິດ​ມີ​ການ​ບຸກ​ທະ​ລຸ​ຢ່າງ​ແຮງ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ ໄດ້​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ. ທ່ານ ຮ່​ວາງກວັກ​ເວື້ອງ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ສະ​ມາ​ຊິກ​ກຸ່ມ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດ​ນາມ, ປະ​ທານ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ ເປັນ​ປະ​ທານກອງ​ປະ​ຊມ. ສະ​ມາ​ຄົມ ໄດ້​ກຳ​ນົດ​ເຄື່ອນ​ໄຫວ​ຈຸດ​ສຸມ​ປີ 2021 ແມ່ນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ດ້ວຍ​ບັນ​ດາ​ຄູ່​ຮ່ວມ​ມື​ອັງ​ກິດ ແລະ ຍູ້​ແຮງ​ກາ​ນ​ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ.

ຕາມ​ຮ່າງ​ບົດ​ລາຍ​ງານ​ສະຫຼຸ​ບ​ການ​ປະ​ຕິ​ບັດ​ງານ ປີ 2020, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປະ​ຕິ​ບັດ​ວານ​ປີ 2021, ປີ 2020 ເຖິງວ່າ ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ, ແຕ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ. ສະ​ມາ​ຄົມ​ໄດ້​ຍູ້​ແຮງ​ການ​ເພີ່ມ​ທະ​ວີ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ, ແລ​ກ​ປ່ຽ​ນ​ຜ່ານ​ຈົດ​ໝາຍ, ອີ​ແມວ ແລະ ສື່​ສັງ​ຄົມ​ອອນ​ລາຍ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021
ທ່ານ ຮ່​ວາງກວັກ​ເວື້ອງ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ສະ​ມາ​ຊິກ​ກຸ່ມ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດ​ນາມ, ປະ​ທານ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ

ເດືອນ ເມ​ສາ ປີ 2020, ຕໍ່​ໜ້າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ ອັງ​ກິດ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ໄດ້​ຂົນ​ຂ​ວາຍ​ບັນ​ດາ​ວິ​ສາ​ຫະ​ກິດ ຢູ່ ຫວຽດ​ນາມ ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ປະ​ຊາ​ຊົນ ອັງ​ກິດ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ​ໂຄວິດ - 19. ຈຳ​ນວນ​ຂວງ​ຂວັນລວມ​ມີ ຊຸດ​ຢາ, ນ້ຳຢາ​ບ້ວນປາກ, ນ້ຳ​ຢາລ້າງ​ມື​ຂ້າ​ເຊື້ອ 1000 ຊຸດ ແລະ ຜ້າ​ອັດ​ປາກ​ດັງຂ້າ​ເຊື້ອ 10.000 ອັນ ລວມ​ມູນ​ຄ່າ ເກືອບ 500 ລ້ານ​ດົ່ງ ໄດ້​ມອບ​ໃຫ້​ສະ​ຖານ​ທູດ ອັງ​ກິດ ປະ​ຈຳ ຫວ​ຽດ​ນາມ ໃນ​ວັນ​ທີ 9 ເມ​ສາ 2020.

ປີ 2020, ສະ​ມາ​ຄົມ​ສົມ​ທົບ​ກັບ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ອັງ​ກິດ ຈັດ​ຕັ້ງ​ການ​ສຶກ​ສາ​ສາ​ກົນ UVES ຈັດ​ຕັ້ງ​ສຳ​ເລັດ​ການ​ແຂ່ງ​ຂັນ​ພາ​ສາ ອັງ​ກິດ ແຫ່ງ​ຊາດ "BEYOU English Contest".

ຄຽງ​ຄູ່​ກັນ​ນັ້ນ, ສະ​ມາ​ຄົມ​ໄດ້​ຈັດ​ຕັ້ງ​ຮອບ​ແຂ່ງ​ຂັນ​ການ​ແສງ Speak now 2019-2020 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 47 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ (1973 - 2019) ໃນ​ທົ່ວ​ໂລກ. ສະ​ມາ​ຄົມ​ກໍ່​ມີຫຼາຍ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສົມ​ທົບ​ກັບ​ກອງ​ປະ​ຊຸມ​ສຳ​ທະ​ນາ​ທາງ​ອອນ​ລາຍ​ແງ່​ຫວັງ​ເສດ​ຖະ​ກິດ ການ​ຄ້າ ຫວຽດ​ນາມ: ໂອ​ກາດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ.

ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ປີ 2021, ບັນ​ດາ​ຜູ້​ແທນ​ຖື​ວ່າ ໄປ​ຄຽງ​ຄູ່​ກັນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ທີ່​ມາ​ແຕ່​ດົນ​ນານ, ສະ​ມາ​ຄົມ​ໄດ້​ຍູ້​ແຮງ​ການ​ຄົ້ນ​ຄ້​ວາ ແລະ ຈັດ​ຕັ້ງ​ບັນ​ດາ​ເວ​ທີ​ປາ​ໄສ, ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ຮ່ວມ​ມື​ລົງ​ທຶນ, ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ.

ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ອັງ​ກິດ​ມີ​ການ​ບຸກ​ທະ​ລຸ​ຢ່າງ​ແຮງ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ອັງ​ກິດ​ມີ​ການ​ບຸກ​ທະ​ລຸ​ຢ່າງ​ແຮງ

ຍ​ສໝ - ໃນ​ກຸ່ມ​ສິນ​ຄ້າ​ສົ່ງ​ອອກ ຂອງ​ຫວຽດ​ນາມ​ໄປ​ຍັງ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ, ວົງ​ເງິນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຍັງ​ຮັກ​ສາ​ຢູ່​ລະ​ດັບ​ເພີ່ມ​ຂຶ້ນ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ ແລະ ຕັ້ງ​ໜ້າ​ໃນ​ເດືອນ ມັງ​ກອນ, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸ​ 19,72 ລ້ານ USD, ເພີ່ມ​ຂຶ້ນ 18,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ຜະ​ລິດ​ຕະ​ພັນ​ຜັກ​ໝາກ​ໄມ້​ບັນ​ລຸ 1,04 ລ້ານ USD, ເພີ່ມ​ຂຶ້ນ 148,6%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ຈາກ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ຈາກ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການ​ກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ການ​ເຈ​ລະ​ຈ​າ ສັນ​ຍາ FTA ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2020 ການ​ເຈ​ລະ​ຈ​າ ສັນ​ຍາ FTA ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2020

ຍ​ສ​ໝ - ທ່ານ ຮ່​ວາງກ໊ວກ​ເວື້ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ເນັ້ນ​ໜັກວ່າ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ແມ່ນ​ຕະຫຼາດ​ສຳ​ຄັນ ແລະ ຍາ​ມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.