ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດສໍາເລັດໜ້າທີ່ສາກົນ

11:30 | 30/05/2022

ວັນທີ 27 ພຶດສະພາ, ທີ່ສະໜາມບິນສາກົນເຕິນເຊິນເຍີດ, ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບໂຮງໝໍກອງທັບ 175 ແລະອົງການທີ່ກ່ຽວຂ້ອງຈັດຕັ້ງພິທີຕ້ອນຮັບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຄັ້ງທີ 2 ກັບເມືອປະເທດ.

ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້ 3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້
ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດສໍາເລັດໜ້າທີ່ສາກົນ
ຜູ້ແທນຖ່າຍຮູບພ້ອມກັບພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ຄັ້ງທີ 2 ຢູ່ສະໜາມບິນສາກົນເຕິນເຊິນເຍີດ. ພາບ: ຮົ່ງຢາງ.

ກ່ອນໜ້ານັ້ນ, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ເຄິ່ງໜຶ່ງໄດ້ກັບເມືອປະເທດໃນວັນທີ 30 ເມສາ. ເປັນອັນວ່າ, ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ທຸກຄົນໄດ້ກັບເມືອປະເທດ, ຮັບປະກັນຄວາມປອດໄພຢ່າງເດັດຂາດພາຍຫຼັງປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ປະສົບຜົນສຳເລັດຢ່າງຈົບງາມ. ຜົນງານດີເດັ່ນພິເສດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ແມ່ນຄວາມເອກອ້າງທະນົງໃຈໃຫ້ກົມກອງ, ເພື່ອນຮ່ວມກົມກອງ ແລະຄອບຄົວ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວການຕ່າງປະເທດ, ຄວາມຮັບຜິດຊອບຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ພະນັກງານ, ນັກຮົບໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ຄັ້ງທີ 2 ໄດ້ຮັບການເກັບຕົວຢ່າງກວດວິເຄາະຫາເຊື້ອໂຄວິດ-19, ປະຕິບັດລະບຽບການເຂົ້າເມືອງຕາມກົດລະບຽບ, ພົບປະເພື່ອມຮ່ວມກົມກອງ, ເພື່ອນຮ່ວມອາຊີບ ແລະຍາດຕິພີ່ນ້ອງ. ພາຍຫຼັງພິທີຕ້ອນຮັບ, ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ທຸກຄົນຖືກຈັດໃຫ້ກິນຢູ່ທີ່ໂຮງໝໍກອງທັບ 175, ເພື່ອກຽມພ້ອມຮັບໜ້າທີ່ໃໝ່.

la.qdnd.vn

ເຫດການ
302 Found

Found

The document has moved here.