| ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron | |
| 64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ |
ເຂົ້າຮ່ວມລາຍການມີ ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ແລະ ພັນລະຍາ; ທ່ານ ເລກວ່າງຮວ່າ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ; ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ; ທ່ານນາງ ເຟືອງຊ່ອງລຽນ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງແຂວງ ຮຶງອຽນ ແລະ ພະນັກງານ, ລັດຖະກອນສະຖານທູດກູບາ ປະຈຳ ຫວຽດນາມ, ນັກສຶກສາ, ຊ່ຽວຊານກູບາ ຢູ່ ຫວຽດນາມ, ສະໂມສອນອະດີດນັກສຶກສາຫວຽດນາມ ຢູ່ ກູບາ... ເປັນຈຳນວນຫຼວງຫຼາຍ.
![]() |
| ການສະແດງສິລະປະໃນລາຍການພົບປະມິດຕະພາບ ຫວຽດນາມ - ກູບາ. (ພາບ: Van Ban) |
ກ່າວຄຳປາໄສໃນເຫດການ, ທ່ານ ເລກວ່າງຮວ່າ ໃຫ້ຮູ້ວ່າ, ສາຍພົວພັນ ຫວຽດນາມ - ກູບາ ແມ່ນສາຍພົວພັນພິເສດ, ຖືກສ້າງຂຶ້ນບົນພື້ນຖານຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫຼອດໄລຍະປະຫວັດສາດທີ່ຍາວນານ. ໃນສະພາບການປັດຈຸບັນ, ສອງປະເທດຍັງຄົງສືບຕໍ່ຊຸກຍູ້ການຮ່ວມມືຕາມທິດທີ່ແທດຕົວຈິງໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານການແພດ, ກະສິກຳ ແລະ ການລົງທຶນ, ປະກອບສ່ວນເຮັດໃຫ້ສາຍພົວພັນສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ.
ເມື່ອຫວນຄືນເຫດການວັນທີ 19 ເມສາ 1961, ທ່ານ ເລກວ່າງຮວ່າ ໄດ້ເນັ້ນໜັກວ່າ ໄຊຊະນະ Giron ແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດຂອງກູບາ, ສະແດງໃຫ້ເຫັນຈິດໃຈວີລະຊົນປະຕິວັດ, ເຈດຈຳນົງອັນອົງອາດກ້າຫານຂອງປະຊາຊົນກູບາ, ທັງເປັນແຫຼ່ງກຳລັງໃຈອັນແຮງກ້າໃຫ້ແກ່ຂະບວນການປົດປ່ອຍຊາດໃນທົ່ວໂລກ, ໃນນັ້ນມີ ຫວຽດນາມ.
ທ່ານໄດ້ເນັ້ນໜັກວ່າ, ປະຊາຊົນຫວຽດນາມ ຍາມໃດກໍ່ທະນຸຖະໜອມ ແລະ ຈົດຈຳການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງກູບາ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ; ພ້ອມທັງຢືນຢັນນ້ຳໃຈສາມັກຄີທີ່ສະເໝີຕົ້ນສະເໝີປາຍຕໍ່ກັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນກູບາໃນປັດຈຸບັນ.
ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມກ້າຫານ ແລະ ເຈດຈຳນົງທີ່ເຂັ້ມແຂງ, ປະຊາຊົນກູບາ ຈະສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍການພັດທະນາໃຫ້ມີໄຊ.
![]() |
| ທ່ານ ເລກວ່າງຮວ່າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ ກ່າວຄຳເຫັນໃນລາຍການ. (ພາບ: Van Ban) |
ກ່ຽວກັບການຮ່ວມມືລະຫວ່າງທ້ອງຖິ່ນ, ທ່ານໃຫ້ຮູ້ວ່າ ແຂວງ ຮຶງອຽນ ໄດ້ຮັບການຈັດຕັ້ງຄືນໃໝ່ຕັ້ງແຕ່ວັນທີ 01 ກໍລະກົດ 2025, ຜ່ານນັ້ນໄດ້ຂະຫຍາຍເນື້ອທີ່ການພັດທະນາ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ສ້າງກຳລັງແຮງເພື່ອດຶງດູດແຫຼ່ງທຶນ. ດ້ວຍທີ່ຕັ້ງຢູ່ຈຸດໃຈກາງເຂດທົ່ງພຽງແມ່ນ້ຳແດງ, ຂຶ້ນກັບເຂດເສດຖະກິດຈຸດສຸມພາກເໜືອ, ພ້ອມກັບສະພາບແວດລ້ອມການລົງທຶນທີ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ທ້ອງຖິ່ນກຳລັງກາຍເປັນຈຸດໝາຍປາຍທາງທີ່ໜ້າດຶງດູດຂອງບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ທ່ານຍັງໃຫ້ຮູ້ຕື່ມວ່າ, ຮຶງອຽນ ແມ່ນທ້ອງຖິ່ນທີ່ມີມູນເຊື້ອຜູກພັນກັບ ກູບາ, ຕົວຢ່າງທີ່ພົ້ນເດັ່ນແມ່ນ ຕາແສງ Duc Hop - ເຊິ່ງແມ່ນບ່ອນທີ່ໄດ້ສ້າງຂະບວນການສາມັກຄີກັບປະຊາຊົນກູບາແຕ່ຫົວທີ ແລະ ໄດ້ຕ້ອນຮັບຄະນະຜູ້ແທນກູບາຫຼາຍຄະນະມາຢ້ຽມຢາມ. ບົນພື້ນຖານນັ້ນ, ທາງແຂວງພ້ອມແລ້ວທີ່ຈະຂະຫຍາຍການຮ່ວມມືກັບບັນດາທ້ອງຖິ່ນ, ອົງການ, ວິສາຫະກິດຂອງກູບາ ໃນບັນດາຂົງເຂດຄື: ສາທາລະນະສຸກ, ການສຶກສາ - ກໍ່ສ້າງ, ກິລາ, ກະສິກຳ, ອຸດສາຫະກຳ ແລະ ການທ່ອງທ່ຽວ; ພ້ອມທັງປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກສະຖານທູດກູບາ ປະຈຳ ຫວຽດນາມ ໃນການເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມື.
![]() |
| ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ກ່າວຄຳປາໄສໃນລາຍການ. (ພາບ: Van Ban) |
ກ່າວຄຳເຫັນໃນລາຍການ, ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ລະບຸແຈ້ງວ່າ ໄຊຊະນະ Giron ເມື່ອ 65 ປີກ່ອນ ແມ່ນໜຶ່ງໃນບັນດາເຫດການທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດການປະຕິວັດກູບາ. ໂດຍອ້າງອີງຄຳກ່າວຂອງ ທ່ານຜູ້ນຳ Fidel Castro ທີ່ວ່າ "ຈາກ Giron, ລັດທິສັງຄົມນິຍົມໄດ້ຖືກວາງໄວ້ບົນພື້ນຖານທີ່ໝັ້ນຄົງ", ທ່ານທູດຖືວ່າ ໄຊຊະນະນີ້ໄດ້ປະກອບສ່ວນປຸກລະດົມຢ່າງແຮງກ້າໃຫ້ແກ່ຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງບັນດາປະຊາຊາດ.
ເມື່ອເວົ້າເຖິງສະພາບການປັດຈຸບັນ, ທ່ານທູດໃຫ້ຮູ້ວ່າ ກູບາ ກຳລັງຜະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ ຍ້ອນນະໂຍບາຍປິດລ້ອມ, ຂວ້າມບາດທາງເສດຖະກິດ, ເຊິ່ງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ດ້ວຍຈິດໃຈໄຊຊະນະ Giron, ປະຊາຊົນກູບາ ຍັງສືບຕໍ່ເສີມຂະຫຍາຍຄວາມສາມັກຄີທົ່ວປວງຊົນ, ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ຮັກສາການບໍລິການທີ່ຈຳເປັນ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.
ທ່ານ Rogelio Polanco Fuentes ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຫຼາຍປີຜ່ານມາ, ໂດຍກ່າວວ່າ ນີ້ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງທັງທາງດ້ານການເມືອງ, ຈິດໃຈ ແລະ ວັດຖຸ. ທ່ານໄດ້ເນັ້ນໜັກວ່າ, ບົດຮຽນປະສົບການໃນການຕໍ່ສູ້ ແລະ ສ້າງສາປະເທດຊາດຂອງຫວຽດນາມ ແມ່ນຫຼັກຖານທີ່ຊັດເຈນໃຫ້ແກ່ສັດຈະທຳທີ່ວ່າ: ເມື່ອປະຊາຊາດໃດໜຶ່ງມີຄວາມຕັດສິນໃຈປົກປັກຮັກສາເອກະລາດ ແລະ ອະທິປະໄຕ, ຈະບໍ່ມີອຳນາດໃດໆສາມາດມາຢຽບຢ້ຳໄດ້.
ຕາມທ່ານນາງ ເຟືອງຊ່ອງລຽນ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ແລ້ວ, ສຳລັບປະຊາຊົນຫວຽດນາມ, ໄຊຊະນະ Giron ມີຄວາມໝາຍອັນເລິກເຊິ່ງທີ່ສຸດ, ສະແດງໃຫ້ເຫັນເຖິງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງສອງປະຊາຊາດ ເຖິງວ່າຈະຢູ່ຫ່າງໄກກັນທາງດ້ານພູມສາດ ແຕ່ກໍ່ມີຄວາມມຸ່ງມາດປາດຖະໜາອັນດຽວກັນໃນເລື່ອງເສລີພາບ ແລະ ຈິດໃຈອົງອາດກ້າຫານ.
ທ່ານນາງເນັ້ນໜັກວ່າ, ໃນຊຸມປີແຫ່ງສົງຄາມທີ່ດຸເດືອດທີ່ສຸດຂອງຫວຽດນາມ, ກູບາ ຍາມໃດກໍ່ຢູ່ຄຽງຂ້າງດ້ວຍຄວາມຮັກແພງເປັນພິເສດ, ທີ່ຊື່ສັດບໍລິສຸດ. ຄຳເວົ້າຂອງ ທ່ານຜູ້ນຳ Fidel Castro ທີ່ວ່າ "ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະສະລະໄດ້ທັງເລືອດເນື້ອຂອງຕົນ" ໄດ້ກາຍເປັນສັນຍະລັກທີ່ມີຊີວິດຊີວາຂອງຄວາມສາມັກຄີສາກົນທີ່ໃສແຈ້ງ, ເຊິ່ງຫາໄດ້ຍາກໃນການພົວພັນລະຫວ່າງບັນດາປະເທດ.
ໃນໄລຍະການພັດທະນາໃໝ່, ສາຍພົວພັນ ຫວຽດນາມ - ກູບາ ບໍ່ພຽງແຕ່ຖືກສ້າງຂຶ້ນບົນພື້ນຖານປະຫວັດສາດເທົ່ານັ້ນ ແຕ່ຍັງສືບຕໍ່ໄດ້ຮັບການບຳລຸງສ້າງດ້ວຍການຮ່ວມມືທີ່ແທ້ຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດເຊັ່ນ: ເສດຖະກິດ, ການຄ້າ, ສາທາລະນະສຸກ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນທີ່ໜ້າຊົມເຊີຍຫຼາຍຢ່າງ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ, ພະລັງງານ, ການຜະລິດສິນຄ້າບໍລິໂພກ ແລະ ເຕັກໂນໂລຢີຊີວະພາບ. ສອງຝ່າຍໄດ້ຊຸກຍູ້ການຮ່ວມມືຄົ້ນຄວ້າ, ຖ່າຍທອດເຕັກໂນໂລຢີການຜະລິດ ວັກຊີນ ແລະ ຢາປົວພະຍາດ, ປະກອບສ່ວນເຂົ້າໃນການເບິ່ງແຍງຮັກສາສຸຂະພາບຂອງປະຊາຊົນ ແລະ ຍົກສູງຂີດຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ.
![]() |
| ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. (ພາບ: Van Ban) |
ຕາມທ່ານນາງແລ້ວ, ລາຍການນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນເຫດການປະຫວັດສາດທີ່ສຳຄັນເທົ່ານັ້ນ ແຕ່ຍັງແມ່ນໂອກາດເພື່ອສົ່ງສານເຖິງຄົນຮຸ່ນໜຸ່ມ ກ່ຽວກັບຄວາມຮັບຜິດຊອບໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບພິເສດ ຫວຽດນາມ - ກູບາ ໃນສະພາບການໃໝ່.
ໃນຂອບເຂດຂອງລາຍການ, ບັນດາບົດສະແດງສິລະປະວັນນະຄະດີ ໄດ້ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ ຫວຽດນາມ - ກູບາ.
| ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ. |
| ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ 2 ມະຫາວິທະຍາໄລແຖວໜ້າຂອງ ຫວຽດນາມ ແລະ ກູບາ ຍສໝ - ວັນທີ 27 ພຶດສະພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ La Habana ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2024-2029, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບໍາລຸງສ້າງ ຫວຽດນາມ - ກູບາ. |
ແທັງຮັ່ງ



