| ຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ | |
| ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ |
![]() |
| ບັນດາທ່ານຜູ້ແທນຖ່າຍຮູບທີ່ລະນຶກ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ອາກຊັງຕິນ) |
ທ່ານນາງເອກອັກຄະລັດຖະທູດ ໂງມິງຫງວຽດ ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ແມ່ນພື້ນຖານຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ອາກຊັງຕິນ (Argentina) ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີສາມຂອງ ຫວຽດນາມ ຢູ່ ອາເມລິກາລາຕິນ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີຫົກຂອງ ອາກຊັງຕິນ ໃນໂລກ.
ມູນຄ່າການຄ້າສອງຝ່າຍໃນສອງເດືອນຕົ້ນປີນີ້ ບັນລຸໄດ້ 714 ລ້ານ USD, ໃນນັ້ນ ອາກຊັງຕິນ ເກີນດຸນການຄ້າ 362 ລ້ານ USD.
ເພື່ອຊຸກຍູ້ການແລກປ່ຽນທາງດ້ານເສດຖະກິດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຂອງສອງປະເທດຕື່ມອີກນັ້ນ, ໃນເດືອນມັງກອນຜ່ານມາ, ຫວຽດນາມ ແລະ ອາກຊັງຕິນ ໄດ້ສຳເລັດການເຈລະຈາຮອບທຳອິດ ກ່ຽວກັບສັນຍາປ້ອງກັນການເກັບພາສີຊ້ອນ. ສັນຍາທີ່ສຳຄັນນີ້ ຄາດວ່າຈະໄດ້ຮັບການລົງນາມໃນທ້າຍປີນີ້.
ທ່ານນາງເອກອັກຄະລັດຖະທູດ ໂງມິງຫງວຽດ ຕີລາຄາສູງຕໍ່ການເລີ່ມຕົ້ນການເຈລະຈາສັນຍາການຄ້າບຸລິມະສິດ ຫວຽດນາມ - ເມກໂກຊູ (Mercosur) (PTA) ໃນເດືອນທັນວາ 2025, ພ້ອມທັງຂອບໃຈຕໍ່ບົດບາດທີ່ຕັ້ງໜ້າ ກໍ່ຄືການສະໜັບສະໜູນຂອງ ອາກຊັງຕິນ ໃນການເຮັດໃຫ້ບາດກ້າວທີ່ສຳຄັນນີ້ປະກົດຜົນເປັນຈິງ.
ເມື່ອໄດ້ຮັບການລົງນາມ, ຂໍ້ຕົກລົງນີ້ຈະປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ ເມກໂກຊູ ໃຫ້ແຂງແຮງກວ່າເກົ່າ. ໃນຖານະເປັນປະເທດສະມາຊິກທີ່ມີບົດບາດສຳຄັນໃນ ເມກໂກຊູ, ອາກຊັງຕິນ ຈະສືບຕໍ່ເປັນປະຕູໃຫ້ແກ່ສິນຄ້າ ຫວຽດນາມ ແທໍກຊຶມເຂົ້າສູ່ຕະຫຼາດອາເມລິກາໃຕ້.
ທ່ານນາງເອກອັກຄະລັດຖະທູດ ໂງມິງຫງວຽດ ຍັງຢືນຢັນວ່າ, ນອກຈາກບັນດາຂົງເຂດການຮ່ວມມືແບບດັ້ງເດີມ ເຊັ່ນ: ກະສິກຳ ແລະ ການຄ້າແລ້ວ, ສອງປະເທດພວມເຫັນປະຈັກຕາເຖິງສັງກາດໃໝ່ທີ່ເຕັມໄປດ້ວຍຄວາມຫວັງ ໃນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ທີ່ປະດິດສ້າງ.
ທ່ານນາງເອກອັກຄະລັດຖະທູດ ໂງມິງຫງວຽດ ໃຫ້ຮູ້ວ່າ, ກຸ່ມບໍລິສັດອຸດສາຫະກຳປ້ອງກັນຊາດ ແລະ ໂທລະຄົມມະນາຄົມ ຫວຽດເທວ (Viettel) ໄດ້ສົ່ງອອກອຸປະກອນໂທລະຄົມສອງຊຸດທຳອິດຢ່າງສຳເລັດຜົນ, ເຊິ່ງລວມມີສາຍກາບໃຍແກ້ວນຳແສງ ແລະ ໂມເດັມອິນເຕີເນັດ (Modem) ໄປຍັງ ອາກຊັງຕິນ ໃນເດືອນມິຖຸນາ 2025 ແລະ ຕົ້ນເດືອນນີ້.
ນອກຈາກນັ້ນ, ໃນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນຂົງເຂດອະວະກາດ ແລະ ດາວທຽມ ລະຫວ່າງສອງປະເທດທີ່ໄດ້ລົງນາມໃນປີ 2023, ສູນອະວະກາດຫວຽດນາມ (VNSC) ແລະ ຄະນະກຳມະການອະວະກາດແຫ່ງຊາດ ອາກຊັງຕິນ (CONAE) ໄດ້ປະສານງານຜັນຂະຫຍາຍການຮັບສັນຍານໃນຂະບວນການທົດລອງເປີດນຳໃຊ້ຢ່າງສຳເລັດຜົນ ສຳລັບດາວທຽມຂະໜາດຈິ໋ວ ອາເທນາ (ATENA) ຂອງ ອາກຊັງຕິນ ທີ່ເຂົ້າຮ່ວມໃນພາລະກຳ ອາເທມິສ 2 (ATEMIS II) ຂອງ NASA ໃນວັນທີ 2 ເມສາຜ່ານມາ.
ສະຖານີພາກພື້ນດິນຂອງ VNSC ຢູ່ ຮວ່າລາກ (HoaLac), ຮ່າໂນ້ຍ, ໄດ້ສະໜັບສະໜູນດ້ານເຕັກນິກໃຫ້ແກ່ດາວທຽມ ອາເທນາ ທີ່ຜະລິດໂດຍ ອາກຊັງຕິນ.
![]() |
| ພາບລວມຂອງກອງປະຊຸມ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ອາກຊັງຕິນ) |
ຕາມທ່ານນາງເອກອັກຄະລັດຖະທູດ ໂງມິງຫງວຽດ, ສອງປະເທດແຄມທະເລມີຜົນປະໂຫຍດຮ່ວມກັນໃນການຍົກສູງ ແລະ ປະຕິບັດກົດໝາຍສາກົນທາງທະເລ, ໂດຍສະເພາະແມ່ນ ສັນຍາສາກົນວ່າດ້ວຍກົດໝາຍທະເລປີ 1982 (UNCLOS), ກໍ່ຄືການຄຸ້ມຄອງທະເລ ແລະ ມະຫາສະໝຸດຢ່າງຍືນຍົງ. ຫວຽດນາມ ມີຄວາມປາດຖະໜາທີ່ຈະຊຸກຍູ້ການຮ່ວມມື, ການສົນທະນາ, ແລກປ່ຽນປະສົບການ ແລະ ການປະຕິບັດຕົວຈິງກັບ ອາກຊັງຕິນ (Argentina) ຢູ່ບັນດາອົງການ ແລະ ເວທີປາໄສທະເລສາກົນ, ບົນພື້ນຖານນັ້ນ ຫວຽດນາມ ສະເໜີໃຫ້ ອາກຊັງຕິນ ສະໜັບສະໜູນຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ເຂົ້າໃນຕຳແໜ່ງຜູ້ພິພາກສາສານສາກົນວ່າດ້ວຍກົດໝາຍທະເລ (ITLOS) ວາລະປີ 2026-2035.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ປາໂບຼ ກີໂນ (Pablo Quirno) ໄດ້ສະແດງທັດສະນະວ່າ ອາກຊັງຕິນ ແລະ ບັນດາປະເທດ ອາຊຽນ ນັບມື້ນັບມີຜົນປະໂຫຍດ ແລະ ຄວາມສົນໃຈຮ່ວມກັນໃນການຂະຫຍາຍການພົວພັນ ແລະ ການຮ່ວມມື. ອາກຊັງຕິນ ສວມບົດບາດສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານຂອງໂລກ ໃນບໍລິບົດທີ່ມີສົງຄາມ, ຄວາມຂັດແຍ່ງ ແລະ ຄວາມບໍ່ສະຫງົບຢູ່ ເອີຣົບ ແລະ ຕາເວັນອອກກາງ.
ຕາມທ່ານ ກີໂນ, ໃນຂົງເຂດຄວາມໝັ້ນຄົງດ້ານພະລັງງານ ແລະ ການຂຸດຄົ້ນບໍ່ແຮ່, ອາກຊັງຕິນ ໄດ້ກາຍເປັນພາກສ່ວນທີ່ສຳຄັນ ດ້ວຍທີ່ຕັ້ງຍຸດທະສາດຢູ່ ອາເມລິກາໃຕ້, ມີແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ ແລະ ມີທ່າແຮງໃນການຂຸດຄົ້ນຢ່າງມະຫາສານ.
ປະຈຸບັນ ອາກຊັງຕິນ ໄດ້ສົ່ງອອກພະລັງງານ ແລະ ມີລະດັບການເກີນດຸນພະລັງງານຢ່າງຫຼວງຫຼາຍ ທຽບເທົ່າກັບການເກີນດຸນສະບຽງອາຫານ. ອາກຊັງຕິນ ປາດຖະໜາທີ່ຈະຂະຫຍາຍການຮ່ວມມືກັບ ອາຊີ - ປາຊີຟິກ, ໂດຍສະເພາະແມ່ນໃນບັນດາໂຄງການພະລັງງານ ແລະ ການຂຸດຄົ້ນແຮ່ທາດທີ່ຈຳເປັນ.
ທ່ານລັດຖະມົນຕີການຕ່າງປະເທດ ກີໂນ ຍັງເນັ້ນໜັກວ່າ ອາກຊັງຕິນ ມີຈຸດແຂງຫຼາຍຢ່າງໃນຂົງເຂດນິວເຄຼຍພົນລະເຮືອນ ແລະ ອະວະກາດ, ດັ່ງນັ້ນ ຈຶ່ງຢາກຂະຫຍາຍການຮ່ວມມືກັບບັນດາປະເທດ ອາຊຽນ ໃນຂົງເຂດນີ້, ພ້ອມທັງໃຫ້ຮູ້ວ່າ ພື້ນຖານເສດຖະກິດໃຫຍ່ອັນດັບສອງຂອງ ອາເມລິກາໃຕ້ ແຫ່ງນີ້ ກໍ່ພວມມີຄວາມສົນໃຈ ແລະ ພິຈາລະນາການຍື່ນຄຳຮ້ອງຂໍເຂົ້າຮ່ວມ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ທີ່ກອງປະຊຸມດັ່ງກ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເຟີນັນໂດ ບຣູນ (Fernando Brun) ໄດ້ຕີລາຄາສູງຕໍ່ໝາກຜົນຂອງກອງປະຊຸມຄັ້ງທີ VIII ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ, ເຕັກໂນໂລຢີ ລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ໃນເດືອນຕຸລາ 2025, ແລະ ເນັ້ນໜັກວ່າ ອາກຊັງຕິນ ປາດຖະໜາທີ່ຈະສ້າງຕັ້ງກົນໄກການຮ່ວມມືໃນລັກສະນະດຽວກັນນີ້ກັບບັນດາປະເທດ ອາຊຽນ ອື່ນໆໂດຍໄວ. ອາກຊັງຕິນ ຈະປະສານງານຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຊຸກຍູ້ການເຈລະຈາ PTA ຫວຽດນາມ - ເມກໂກຊູ (Mercosur) ໃຫ້ບັນລຸໝາກຜົນໂດຍໄວໃນຕໍ່ໜ້າ.
ໃນຂອບເຂດຂອງການຕ້ອນຮັບ, ທ່ານນາງເອກອັກຄະລັດຖະທູດ ຟີລິບປິນ, ເກຣຊ ທີ. ຄຣູສ-ຟາເບລລາ (Grace T. Cruz-Fabella), ປະທານຄະນະກຳມະການ ອາຊຽນ ປະຈຳ ບົວໂນສໄອເຣສ, ໄດ້ມອບຈົດໝາຍຂອງທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ, ມາເຣຍ ເທເຣຊາ ລາຊາໂຣ (Maria Theresa Lazaro), ເພື່ອເຊື້ອເຊີນທ່ານ ປາໂບຼ ກີໂນ ເຂົ້າຮ່ວມພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງວັນເຊັນສົນທິສັນຍາມິດພາບ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ທີ່ນະຄອນຫຼວງ ມານີລາ ໃນເດືອນກໍລະກົດທີ່ຈະມາເຖິງນີ້. ບັນດາທ່ານເອກອັກຄະລັດຖະທູດ ອາຊຽນ ທ່ານອື່ນໆ ກໍ່ໄດ້ກ່າວຄຳເຫັນກ່ຽວກັບການພົວພັນສອງຝ່າຍກັບ ອາກຊັງຕິນ.
ນີ້ແມ່ນຄັ້ງທຳອິດທີ່ທ່ານລັດຖະມົນຕີ ປາໂບຼ ກີໂນ ໄດ້ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ ອາຊຽນ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງໃນເດືອນຕຸລາ 2025 ເປັນຕົ້ນມາ.
| ຫວຽດນາມ ມີນັກວິທະຍາສາດ 6 ທ່ານ ຍາດໄດ້ລາງວັນປະດິດຄິດສ້າງ ອາຊີ ຍສໝ - ລາງວັນປະດິດຄິດສ້າງ ອາຊີ ຂອງກອງທຶນ Hitachi ທົ່ວໂລກ ຫາກໍ່ໄດ້ປະກາດລາຍຊື່ນັກວິທະຍາສາດ 15 ທ່ານທີ່ຊະນະເລີດໃນປີ 2024, ໃນນັ້ນ ຫວຽດນາມ ໄດ້ຮັບລາງວັນໃຫຍ່ດີເລີດ 2 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ. |
| ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ... |

