![]() |
| ມາຮອດປະຈຸບັນ, ຢູ່ເຂດນະຄອນ ໂຮ່ຈີມິນ (HoChiMinh) ມີກຳປັ່ນຫາປາ 80 ລຳ ໄດ້ທົດລອງຕິດຕັ້ງປຶ້ມບັນທຶກອີເລັກໂຕຣນິກຢູ່ເທິງກຳປັ່ນ, ເຊິ່ງໃນເບື້ອງຕົ້ນໄດ້ສ້າງປະສິດທິຜົນສູງ. (ຮູບພາບ: ຮວ່າງຍີ (HoangNhi) / TTXVN) |
ພາຍຫຼັງການຜັນຂະຫຍາຍທົດລອງເປັນເວລາ 3 ປີກວ່າ, ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ, ເພີ່ມທະວີຄວາມໂປ່ງໃສຂອງຂໍ້ມູນ ແລະ ຄວບຄຸມກິດຈະກຳການຂຸດຄົ້ນອາຫານທະເລຕາມລະບຽບການ.
ທ່າເຮືອ ລົກອານ (LocAn) (ຕາແສງ ເຟືອກຫາຍ - PhuocHai) ໃນແຕ່ລະວັນປະຈຸບັນມີກຳປັ່ນຫາປາເຂົ້າ-ອອກຫຼາຍສິບລຳ, ບັນຍາກາດແມ່ນມີຄວາມຄຶກຄື້ນຢູ່ສະເໝີ. ຄຽງຄູ່ກັບກິດຈະກຳການຍົກຍ້າຍອາຫານທະເລແລ້ວ, ນີ້ຍັງແມ່ນຈຸດສະໜັບສະໜູນຊາວປະມົງໃນການເຂົ້າຫາ ແລະ ເຮັດຄວາມລຶ້ງເຄີຍກັບເຕັກໂນໂລຢີໃໝ່. ຊາວປະມົງຫຼາຍທ່ານໄດ້ເປັນເຈົ້າການໄປຫາພະນັກງານຄຸ້ມຄອງທ່າເຮືອ ເພື່ອຂໍຄຳແນະນຳໃນການຕິດຕັ້ງແອັບພລິເຄຊັນ (App) ແລະ ວິທີການບັນທຶກອີເລັກໂຕຣນິກ ກ່ອນການອອກທະເລແຕ່ລະຄັ້ງ.
ທ່ານ ຮວິ່ງວັນຖິນ, ຊາວປະມົງຕາແສງ ເຟືອກຫາຍ, ໃຫ້ຮູ້ວ່າ ການຜັນຂະຫຍາຍປຶ້ມບັນທຶກການຂຸດຄົ້ນແບບອີເລັກໂຕຣນິກໃນເບື້ອງຕົ້ນ ເຮັດໃຫ້ທ່ານມີຄວາມຮູ້ສຶກແປກໃໝ່ ແລະ ຂັດຂ້ອງ ຍ້ອນຍັງບໍ່ທັນລຶ້ງເຄີຍກັບການນຳໃຊ້ໂທລະສັບເພື່ອບັນທຶກ. ເຖິງຢ່າງໃດກໍ່ຕາມ, ຍ້ອນໄດ້ຮັບຄຳແນະນຳຢ່າງຈິງຈັງຈາກພະນັກງານ, ມາຮອດປະຈຸບັນທ່ານສາມາດນຳໃຊ້ໄດ້ຢ່າງຄ່ອງແຄ້ວ, ໂດຍປະເມີນວ່າວິທີການນີ້ແມ່ນມີຄວາມສະດວກ ແລະ ມີປະສິດທິຜົນກວ່າວິທີການບັນທຶກແບບດັ້ງເດີມໃນເມື່ອກ່ອນ.
ໃນລັກສະນະດຽວກັນ, ທ່ານ ເລມິງຍຶດ (ຊາວປະມົງຕາແສງ ເຟືອກຫາຍ) ແບ່ງປັນວ່າ: “ຊາວປະມົງພວກເຮົາສ່ວນໃຫຍ່ປະຈຸບັນແມ່ນຜູ້ສູງອາຍຸ, ມີການສຶກສາໜ້ອຍ, ການນຳໃຊ້ເຕັກໂນໂລຢີເຂົ້າໃນວຽກງານການຫາປາແມ່ນມີຄວາມຫຍຸ້ງຍາກຫຼາຍ. ແຕ່ຍ້ອນບັນດາພະນັກງານຕາແສງ ແລະ ພະນັກງານທ່າເຮືອຫາປາໄດ້ແນະນຳຢ່າງໃກ້ຊິດແບບ ‘ຈັບມືເຮັດ’ ມາຮອດປະຈຸບັນພວກເຮົາສ່ວນໃຫຍ່ກໍ່ນຳໃຊ້ປຶ້ມບັນທຶກອີເລັກໂຕຣນິກໄດ້ຢ່າງຄ່ອງແຄ້ວ, ທຸກຢ່າງແມ່ນງ່າຍດາຍ, ສະດວກ ແລະ ວ່ອງໄວກວ່າເມື່ອກ່ອນຫຼາຍ. ດຽວນີ້ພວກເຮົາຈະນັ່ງຢູ່ເຮືອ ຫຼື ຢູ່ບ່ອນໃດກໍ່ຕາມ ກໍ່ສາມາດແຈ້ງຂໍ້ມູນການເຄື່ອນໄຫວຂອງກຳປັ່ນຫາປາຕົນເອງຜ່ານແອັບໂທລະສັບໄດ້ເລີຍ.”
ນັບແຕ່ປີ 2023, ກຳປັ່ນຫາປາຈຳນວນໜຶ່ງທີ່ມີຄວາມຍາວແຕ່ 15 ແມັດຂຶ້ນໄປ ຢູ່ຕາແສງ ບິ່ງເຈົາ (BinhChau) ໄດ້ຮັບການຄັດເລືອກເພື່ອທົດລອງລະບົບປຶ້ມບັນທຶກການຂຸດຄົ້ນອີເລັກໂຕຣນິກ. ເມື່ອກຳປັ່ນເຂົ້າທຽບທ່າເຮືອ, ຂໍ້ມູນຈະຖືກດຶງອອກມາໂດຍກົງຈາກອຸປະກອນ ຫຼື ຊອບແວ (Software), ຊ່ວຍໃຫ້ພາກສ່ວນທີ່ກ່ຽວຂ້ອງກຳໄດ້ຜົນຜະລິດການຂຸດຄົ້ນຢ່າງວ່ອງໄວ, ເພື່ອຮັບໃຊ້ໃຫ້ແກ່ການຢືນຢັນແຫຼ່ງທີ່ມາຂອງສິນໃນນ້ຳ ແລະ ສັງລວມບົດລາຍງານ.
ທ່ານ ຫງວຽນເຈືອງຈິ້ນ, ຊາວປະມົງຕາແສງ ບິ່ງເຈົາ, ໃຫ້ຮູ້ວ່າ: “ຕອນທຳອິດທີ່ຍັງບໍ່ທັນໄດ້ສຶກສາກ່ຽວກັບປຶ້ມບັນທຶກອີເລັກໂຕຣນິກ ຂ້ອຍຄິດວ່າມັນຈະໃຊ້ຍາກ. ແຕ່ເມື່ອໄດ້ເລີ່ມລົງມືໃຊ້ແລ້ວ ກໍ່ເຫັນວ່າມັນຂ້ອນຂ້າງງ່າຍ, ພວກເຮົາບໍ່ຈຳເປັນຕ້ອງມາບັນທຶກດ້ວຍມືໃນທຸກໆວັນອີກ. ດຽວນີ້ພຽງແຕ່ເຮັດຜ່ານຊອບແວໃນໂທລະສັບ ຂໍ້ມູນກໍ່ຈະຖືກບັນທຶກໄວ້ຢ່າງຄົບຖ້ວນ.”
ຕາມຕົວເລກສະຖິຕິຂອງພະແນກກະສິກຳ ແລະ ຊັບພະຍາກອນທຳມະຊາດ ນະຄອນ ໂຮ່ຈີມິນ (HoChiMinh), ປະຈຸບັນໃນທົ່ວນະຄອນມີກຳປັ່ນຫາປາ 4.445 ລຳ, ໃນນັ້ນມີກຳປັ່ນຫາປາທາງໄກ 80 ລຳ ພວມຜັນຂະຫຍາຍທົດລອງປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ. ນີ້ແມ່ນບາດກ້າວທີ່ສຳຄັນໃນແຜນການຫັນເປັນດິຈິຕອນຂອງຂະແໜງສິນໃນນ້ຳ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງການຂຸດຄົ້ນຕາມທິດທາງທີ່ຍືນຍົງ.
ລະບົບປຶ້ມບັນທຶກອີເລັກໂຕຣນິກ ພວມຊ່ວຍຫຼຸດຜ່ອນເວລາ ແລະ ຂໍ້ຜິດພາດໃນການບັນທຶກດ້ວຍມືຂອງບັນດາເຈົ້າຂອງກຳປັ່ນຫາປາໄດ້ຢ່າງຫຼວງຫຼາຍ.
ທ່ານ ຫງວຽນວັນຮຸຍ, ພະນັກງານຢູ່ທ່າເຮືອ ລົກອານ, ໃຫ້ທັດສະນະວ່າ ການປ້ອນຂໍ້ມູນໃນປະຈຸບັນແມ່ນຕ້ອງການພຽງແຕ່ຂັ້ນຕອນງ່າຍໆ ເຊັ່ນ: ການປ່ອຍດາງ, ການເກັບດາງ ແລະ ການອັບເດດຜົນຜະລິດ. ເມື່ອກຳປັ່ນເຂົ້າທຽບທ່າເຮືອ, ລະບົບຈະສັງລວມ ແລະ ພິມປຶ້ມບັນທຶກອອກມາໂດຍອັດຕະໂນມັດ ເພື່ອໃຫ້ຊາວປະມົງເຊັນຢືນຢັນ.
ໃນຂະນະດຽວກັນ, ທ່ານ ກູ່ຢຸຍກາວວີ, ຜູ້ຕາງໜ້າຄະນະຄຸ້ມຄອງເຂດຈອດເຮືອຫຼົບໄພພາຍຸ ເບັ້ນໂລ້ຍ-ບິ່ງເຈົາ (BenLoi-BinhChau) (ຕາແສງ ບິ່ງເຈົາ), ປະເມີນວ່າການນຳໃຊ້ປຶ້ມບັນທຶກອີເລັກໂຕຣນິກ ຊ່ວຍໃຫ້ແຫຼ່ງທີ່ມາຂອງສິນໃນນ້ຳມີຄວາມໂປ່ງໃສ, ພ້ອມທັງສະໜັບສະໜູນກຳລັງເຈົ້າໜ້າທີ່ໃນການກວດກາຜົນຜະລິດ ແລະ ກິດຈະກຳການຂຸດຄົ້ນໃຫ້ມີປະສິດທິຜົນກວ່າເກົ່າ.
ຕາມແຜນການ, ນັບແຕ່ວັນທີ 1 ກໍລະກົດ 2026, ປຶ້ມບັນທຶກການຂຸດຄົ້ນອີເລັກໂຕຣນິກ ຈະຖືກບັງຄັບໃຊ້ສຳລັບກຳປັ່ນຫາປາທີ່ມີຄວາມຍາວແຕ່ 24 ແມັດຂຶ້ນໄປ; ນັບແຕ່ວັນທີ 1 ກັນຍາ 2026 ຈະນຳໃຊ້ກັບກຳປັ່ນແຕ່ 15 ແມັດ ຫາ ຕ່ຳກວ່າ 24 ແມັດ ແລະ ນັບແຕ່ວັນທີ 1 ມັງກອນ 2027 ຈະຂະຫຍາຍການນຳໃຊ້ໃຫ້ກັບກຳປັ່ນແຕ່ 12 ແມັດ ຫາ ຕ່ຳກວ່າ 15 ແມັດ.
ຊອບແວປຶ້ມບັນທຶກການຂຸດຄົ້ນອີເລັກໂຕຣນິກ ໄດ້ຮັບການອອກແບບດ້ວຍຈຸດເດັ່ນຄື ຍັງຄົງສາມາດເຮັດວຽກໄດ້ຢ່າງມີສະຖຽນລະພາບໃນເງື່ອນໄຂທີ່ບໍ່ມີສັນຍານໂທລະສັບ. ໃນຕະຫຼອດຂະບວນການຂຸດຄົ້ນຢູ່ທະເລ, ຊາວປະມົງຍັງສາມາດບັນທຶກຂໍ້ມູນໄດ້ຢ່າງຄົບຖ້ວນ, ເມື່ອກຳປັ່ນເຄື່ອນຍ້າຍເຂົ້າສູ່ເຂດໃກ້ຝັ່ງທີ່ມີສັນຍານ, ຂໍ້ມູນທັງໝົດຈະຖືກຊິງໂຄຣໄນ (Sync) ເຂົ້າສູ່ລະບົບໂດຍອັດຕະໂນມັດ, ຮັບປະກັນຄວາມຕໍ່ເນື່ອງ, ຊັດເຈນ ແລະ ບໍ່ມີການຂັດຈັງຫວະ.
ທ່ານນາງ ຟ້າມທິນາ, ຮອງຜູ້ນຳໄຈພະແນກກະສິກຳ ແລະ ຊັບພະຍາກອນທຳມະຊາດ ນະຄອນ ໂຮ່ຈີມິນ, ຢືນຢັນວ່າ ການນຳໃຊ້ເຕັກໂນໂລຢີປຶ້ມບັນທຶກການຂຸດຄົ້ນອີເລັກໂຕຣນິກ ມີຄວາມໝາຍສຳຄັນໃນການສ້າງລະບົບສືບຫາແຫຼ່ງທີ່ມາຂອງສິນໃນນ້ຳ, ນັບແຕ່ຂັ້ນຕອນການຂຸດຄົ້ນຢູ່ທະເລ, ການເຂົ້າທຽບທ່າເຮືອ ຈົນເຖິງການປຸງແຕ່ງ ແລະ ການສົ່ງອອກໄປຍັງຕະຫຼາດທີ່ມີຂໍ້ກຳນົດເຂັ້ມງວດ ເຊັ່ນ: ສະຫະພາບເອີຣົບ. ຜ່ານນັ້ນ, ປະກອບສ່ວນຍົກສູງຄວາມໂປ່ງໃສ ແລະ ມູນຄ່າຂອງຜະລິດຕະພັນສິນໃນນ້ຳ ຫວຽດນາມ.
“ໃນຕໍ່ໜ້າ, ຂະແໜງການຈະຜັນຂະຫຍາຍລະບົບປຶ້ມບັນທຶກການຂຸດຄົ້ນອີເລັກໂຕຣນິກຢ່າງເປັນເອກະພາບ. ລະບົບນີ້ອະນຸຍາດໃຫ້ຊາວປະມົງບັນທຶກ ແລະ ລາຍງານຜົນຜະລິດ, ຕຳແໜ່ງການຂຸດຄົ້ນໄດ້ຢ່າງຊັດເຈນ, ໂດຍຜ່ານນັ້ນ ຮັບໃຊ້ວຽກງານສືບຫາແຫຼ່ງທີ່ມາຢ່າງມີປະສິດທິຜົນ ແລະ ກ້າວໄປສູ່ການຄຸ້ມຄອງການປະມົງຕາມທິດທາງທີ່ທັນສະໄໝ ແລະ ຍືນຍົງ,” ທ່ານນາງ ນາ ກ່າວ.
ນອກຈາກນັ້ນ, ການຜັນຂະຫຍາຍບັນດາວິທີການຄຸ້ມຄອງຢ່າງເປັນເອກະພາບ ເຊັ່ນ: ລະບົບຕິດຕາມການເດີນເຮືອຂອງກຳປັ່ນຫາປາ (VMS), ປຶ້ມບັນທຶກການຂຸດຄົ້ນອີເລັກໂຕຣນິກ ແລະ ການຄວບຄຸມຜົນຜະລິດຢູ່ທ່າເຮືອ ແມ່ນຄາດຫວັງວ່າຈະຊ່ວຍໃຫ້ ຫວຽດນາມ ສາມາດແກ້ໄຂຄຳເຕືອນ “ບັດເຫຼືອງ” IUU ໄດ້ໂດຍໄວ ພາຍຫຼັງຄວາມພະຍາຍາມປະຕິບັດມາເປັນເວລາ 9 ປີກວ່າ. ນີ້ແມ່ນເງື່ອນໄຂສຳຄັນເພື່ອໃຫ້ຂະແໜງສິນໃນນ້ຳຂະຫຍາຍຕະຫຼາດ, ຊຸກຍູ້ການສົ່ງອອກ ແລະ ເພີ່ມທະວີມູນຄ່າທາງດ້ານເສດຖະກິດ.
ເຖິງວ່າຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ, ແຕ່ຂະບວນການຜັນຂະຫຍາຍຍັງຄົງປະເຊີນກັບຄວາມຫຍຸ້ງຍາກບໍ່ໜ້ອຍ, ໂດຍສະເພາະແມ່ນເມື່ອຊາວປະມົງພາກສ່ວນໜຶ່ງຍັງມີຂໍ້ຈຳກັດດ້ານທັກສະເຕັກໂນໂລຢີ, ຄ່າໃຊ້ຈ່າຍໃນການລົງທຶນອຸປະກອນຍັງສູງ. ຕໍ່ກັບສະພາບຕົວຈິງດັ່ງກ່າວ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ພວມເພີ່ມທະວີການໂຄສະນາເຜີຍແຜ່, ຈັດຕັ້ງການຝຶກອົບຮົມ, ສະໜັບສະໜູນການຕິດຕັ້ງ ແລະ ການນຳໃຊ້ຊອບແວໃຫ້ແກ່ຊາວປະມົງ.
| ໂດຍປະຕິບັດຕາມຄໍາແນະນໍາຂອງ EC, ຫຼາຍທ້ອງຖິ່ນກໍາລັງເລັ່ງລັດການລົບລ້າງ "ບັດເຫຼືອງ" ຂອງ IUU ຍສໝ - ອານຢາງ, ເລີມດົ່ງ, ແລະ ດ່ານັ້ງ ພວມຈັດຕັ້ງປະຕິບັດວິທີແກ້ໄຂທີ່ຄົບຖ້ວນຕາມຄໍາແນະນໍາຂອງຄະນະກໍາມະການເອີຣົບ (EC), ຕັ້ງແຕ່ການເພີ່ມທະວີການຄຸ້ມຄອງເຮືອຫາປາ ແລະ ການຕິດຕາມຈົນເຖິງການຈັດການກັບການລະເມີດ, ເພື່ອຍົກເລີກ "ບັດເຫຼືອງ" IUU ຢ່າງວ່ອງໄວ ແລະ ພັດທະນາການປະມົງແບບຍືນຍົງ. ຍສໝ - ອານຢາງ, ເລີມດົ່ງ, ແລະ ດ່ານັ້ງ ພວມຈັດຕັ້ງປະຕິບັດວິທີແກ້ໄຂທີ່ຄົບຖ້ວນຕາມຄໍາແນະນໍາຂອງຄະນະກໍາມະການເອີຣົບ (EC), ຕັ້ງແຕ່ການເພີ່ມທະວີການຄຸ້ມຄອງເຮືອຫາປາ ... |
| ຍົກເລີກ 'ບັດເຫຼືອງ' ຂອງ IUU: ອານຢາງ ມຸ່ງໝັ້ນທີ່ຈະຮັບປະກັນວ່າບໍ່ມີເຮືອປະມົງທີ່ມີ "ສາມຂໍ້ບໍ່" ໄດ້ອອກທະເລ. ຍສໝ - ອີງຕາມທ່ານ ເລຮຶວຕວານ, ຜູ້ອຳນວຍການພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ອານຢາງ, ແຂວງກຳລັງເຂັ້ມງວດການຄຸ້ມຄອງກອງເຮືອຫາປາໂດຍໃຊ້ເຕັກໂນໂລຢີດີຈີຕອນ, ກຳຈັດສະຖານະການເຮືອຫາປາ “ສາມຂໍ້ບໍ່” ທີ່ດຳເນີນງານຢູ່ໃນບໍລິເວນຫາປາ. |
