ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ

11:24 | 12/04/2026

ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ.

ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ
ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ
(ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Ciampino)

ຕອນ​ເຊົ້າ​ວັນ​ທີ 11 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ເຈ​ິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ພັນ​ລະ​ຍາ, ພ້ອ​ມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​​ເດີນ​ທາງໄປ​ຮອດ​ສະ​ໜາມ​ບິນ Ciampino, ນະ​ຄອນ​ຫຼວງ ໂຣມ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 11 15 ເມ​ສາ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ມີ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ​, ລວມ​ມີ: ການ​ພົບ​ປະ​ສົນ​ທະ​ນາ​ກັບ​ທ່ານ Sergio Mattarella, ປະ​ທາ​ນາ​ທິ​ບໍ​ດີ ອີ​ຕາ​ລີ; ​ໂອ້​ລົມເຈ​ລະ​ຈາ​ກັບ​ການ​ນຳ​ສະ​ພາ​ຕ​່ຳ, ສະ​ພາ​ສູງ ອີ​ຕາ​ລີ; ພົບ​ປະ, ເຮັດ​ວຽກກັບ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມ​ິດ​ຕະ​ພາບ ຫວຽດ​ນາມ - ອີ​ຕາ​ລີ; ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ອີ​ຕາ​ລີ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້ 2 ຝ່າຍກວດ​ກາ​ ແລະ ກຳ​ນົດ​ທິດ​ສ້າງ​ຂອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ, ສ້າງ​ພື້ນ​ຖານ​ທີ່​ສະ​ດວກ​ໃຫ້​ແກ່​ການ​ເປີດກວ້າງ​ການ​ຮ່ວມ​ມື 2 ຝ່າຍ, ຍົກ​ລະ​ດັບ​ການ​ພົວ​ພັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕາມ vov.vn

ຕາມhttps://vovworld.vn/lo-LA/khaawedn/thaanpathaansaphaaeihngsaad-echineithngehmiin-ediinthaangaipd-orm-eliimhonkaanynymyaam-siihaalii-2426817.vov5

ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາງ Alessandra Priante, ຜູ້​ອຳ​ນວຍ​ການ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ອີ​ຕາ​ລີ (ENIT) ທີ່​ລາຍການ​ແນະ​ນຳການ​ທ່ອງ​ທ່ຽວ​ ຫວຽດ​ນາມ ໂດຍ​ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ ສົມທົບ​ກັບ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ, ຈັດຂຶ້ນໃນວັນ​ທີ 27 ມີຖຸນາ, ຢູ່​ນະ​ຄອນ Milan (ອິຕາລີ).

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ