| ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”. | |
| ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ |
ຕາມຂໍ້ມູນຈາກໂຮງຮຽນມິດຕະພາບ 80, ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດລາວ, ສະຖານທູດກຳປູເຈຍ ປະຈຳຫວຽດນາມ, ກະຊວງສຶກສາທິການ ແລະ ກິລາ, ບັນດາສະມາຄົມມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ແລະ ອຳນາດການປົກຄອງທ້ອງຖິ່ນ.
ບັນດາກິດຈະກຳໄດ້ດຳເນີນໄປໃນບັນຍາກາດທີ່ເຕັມໄປດ້ວຍເອກະລັກວັດທະນະທຳ, ດ້ວຍບັນດາລາຍການສິລະປະວັນນະຄະດີ ໂດຍນັກສຶກສາສະແດງ ແລະ ການແນະນຳກ່ຽວກັບຕົ້ນກຳເນີດ, ຄວາມໝາຍ, ຮີດຄອງປະເພນີບຸນປີໃໝ່ ຂອງແຕ່ລະປະເທດ.
![]() |
| ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ເຊີີນເຕີຍ ມອບຊໍ່ດອກໄມ້ອວຍພອນ ຄະນະນັກສຶກສາລາວ. (ຮູບ: ໂຮງຮຽນມິດຕະພາບ 80) |
ກ່າວປາໄສໃນລາຍການສະຫຼອງບຸນປີໃໝ່, ທ່ານນາງ ຈູກິມເຟືອງ, ອຳນວຍການໂຮງຮຽນມິດຕະພາບ 80 ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພະນັກງານສະຖານທູດລາວ ປະຈຳຫວຽດນາມ ແລະ ບັນດານັກສຶກສາ, ພ້ອມທັງຢືນຢັນວ່າ ທາງໂຮງຮຽນຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາໄດ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມໃນສະພາບແວດລ້ອມທີ່ສາມັກຄີ, ສະໜິດສະໜົມ, ຮັກສາ ແລະ ສົ່ງເສີມເອກະລັກວັດທະນະທຳຂອງຊາດ. ທ່ານນາງ ໃຫ້ຮູ້ວ່າ, ສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນພິເສດ, ໄດ້ຮັບການເພີ່ມພູນຄູນສ້າງດ້ວຍ "ຄວາມຈິງໃຈ, ຄວາມຮັກແພງທີ່ຊື່ສັດບໍລິສຸດ, ການສະໜັບສະໜູນທີ່ເຕັມໄປດ້ວຍໄມຕີຈິດມິດພາບ".
ທ່ານ ອິນທະວົງ ມະນີທອງ, ທີ່ປຶກສາດ້ານວັດທະນະທຳ ແລະ ການສຶກສາ ສະຖານທູດລາວ ປະຈຳຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ທາງໂຮງຮຽນທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ນັກສຶກສາລາວໄດ້ຈັດຕັ້ງບຸນປີໃໝ່ປະເພນີ, ພ້ອມທັງໃຫ້ຮູ້ວ່າ: "ຜູ້ທີ່ພວມດຳລົງຊີວິດຢູ່ຫ່າງໄກຈາກປະເທດຊາດຄືພວກຂ້າພະເຈົ້າ ແມ່ນຍັງສາມາດສຳພັດໄດ້ເຖິງຄວາມອົບອຸ່ນຂອງບ້ານເກີດເມືອງນອນ ຜ່ານພິທີໃນມື້ນີ້".
![]() |
| ລາຍການສິລະປະວັນນະຄະດີລາຍການໜຶ່ງ ໂດຍນັກສຶກສາກຳປູເຈຍ ສະແດງ. (ຮູບພາບ: ໂຮງຮຽນມິດຕະພາບ 80) |
ຢູ່ທີ່ລາຍການສະຫຼອງບຸນໂຈນຈະນຳທະໄມ, ທ່ານນາງ ຈູກິມເຟືອງ ສືບຕໍ່ຢືນຢັນວ່າ ການເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈ ໃຫ້ແກ່ນັກສຶກສາສາກົນ ແມ່ນໜ້າທີ່ສຳຄັນ; ການຈັດຕັ້ງບຸນປີໃໝ່ປະເພນີ ຊ່ວຍໃຫ້ບັນດານ້ອງໆ ຜ່ອນຄາຍຄວາມຄິດຮອດບ້ານເກີດເມືອງນອນ, ເພີ່ມທະວີຄວາມຜູກພັນກັບໂຮງຮຽນ ແລະ ປະເທດຫວຽດນາມ
ທ່ານ ທົດ ສົກພາຣັດ, ເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ ໄດ້ສະແດງຄວາມຕື້ນຕັນໃຈຕໍ່ກັບຄວາມເອົາໃຈໃສ່ຂອງທາງໂຮງຮຽນ, ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານ, ກະຊວງສຶກສາທິການ ແລະ ກິລາ ຫວຽດນາມ ແລະ ໂຮງຮຽນມິດຕະພາບ 80 ທີ່ໄດ້ຊ່ວຍເຫຼືອນັກສຶກສາກຳປູເຈຍ ໃນຕະຫຼອດໄລຍະເວລາການຮ່ຳຮຽນ; ເນື່ອງໃນໂອກາດປີໃໝ່, ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງບັນດານັກສຶກສາ.
| ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ ຍສໝ - ຕອນເຊົ້າວັນທີ 17 ກັນຍາ, ຄະນະກຳມະການ ແນວໂຮມປະເທດຊາດຫວຽດນາມ ແຂວງ ຟູ້ຢວນ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຂອງເມືອງ ໄດ້ຈັດຕັ້ງງານບຸນແລກປ່ຽນວັດທະນະທຳ ໃນຫົວຂໍ້ “ງານບຸນເຊື່ອມຈອດວົງແຂນທີ່ກວ້າງໃຫຍ່” ຄັ້ງທີ 3 ປີ 2023. |
| ນັກສຶກສາລາວ, ກຳປູເຈຍ ສະຫງ່າງາມໃນຊຸດອ໋າວຢ່າຍປະຈໍາຊາດຂອງຫວຽດນາມ ຍສໝ - ຄວາມຕື້ນຕັນໃຈ, ຄວາມພາກພູມໃຈ..... ນັ້ນເປັນຄວາມຮູ້ສືກຂອງນັກສືກສາລາວ, ກໍາປູເຈຍຫຼາຍຄົນເມື່ອໄດ້ຮັບຂອງຂັວນເຊີ່ງເປັນຊຸດເສື້ອຍາວ - ຊຸດອ໋າວຢ່າຍປະຈໍາຊາດຫວຽດນາມຈາກບັນດາຜູ້ເປັນແມ່, ເປັນເອື້ອຍ, ເປັນໝູ່ເພື່ອນຄົນຫວຽດ. |
ແທັງຮັ່ງ

