ນາຍທະຫານຫວຽດນາມ 63 ຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້

00:00 | 12/08/2023

ຍສໝ - ໃນ​ຕອນ​ເຊົ້າ​ວັນ​ທີ 24 ມິຖຸນາ​ນີ້ ຢູ່ທ່າເຮືອ ຍາໂຣງ, ກ່ອນຈະໄປ​ປະຕິບັດ​ໜ້າ​ທີ່​ຢູ່ ​ຊູ​ດັງ​ໃຕ້, ບັນດາ​ນາຍ​ທະຫານ ​ແລະ ແພດທະຫານ​ໂຮງໝໍເຄື່ອນທີ່​ຂັ້ນ 2 ​ເລກທີ 5 ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ ​ແລະ ປຸກລະດົມ​ຂະບວນການແຂ່ງຂັນສ້າງຜົນງານເພື່ອຖະຫວາຍແດ່ລຸງໂຮ່.

ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້ ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້
ຫ້ອງກວດຜະດຸງຄັນທໍາອິດຂອງໂຮງໝໍພາກສະໜາມຫວຽດນາມ ຢູ່ຊູດັງໃຕ້ ຫ້ອງກວດຜະດຸງຄັນທໍາອິດຂອງໂຮງໝໍພາກສະໜາມຫວຽດນາມ ຢູ່ຊູດັງໃຕ້

ໂດຍໄດ້​ຮູ້​ວ່າ ນາຍທະຫານ​ຈຳນວນ 63 ຄົນ​ຈະ​ໄປ​ປະຕິບັດ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຕິບັດ​ງານ​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ຢູ່​ຊູ​ດັງ​ໃຕ້​ ໃນ​ວັນ​ທີ 30 ມິຖຸນາ​ນີ້. ໄລຍະເວລາປະຕິບັດ​ໜ້າ​ທີ່ ແມ່ນແຕ່ວັນທີ 1 ກໍລະກົດ 2023 ຫາວັນທີ 1 ກໍລະກົດ 2024.

ທ່ານພົນຈັດຕະວາ ເຈີ່ນກວກຫວຽດ, ຫົວໜ້າໂຮງໝໍແພດທະຫານ​ 175 ໄດ້ກ່າວຄຳປາໄສໃນການມອບໝາຍໜ້າທີ່ໃຫ້ບັນດານາຍທະຫານ ຕ້ອງປະຕິບັດວຽກງານ​​ຝຶກ​ອົບຮົມ, ຮັກສາ​ການ​ປະຕິບັດ​ລະບອບ, ຂໍ້ກຳນົດ​ກົດລະບຽບ, ມີວິໄນ, ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ, ກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບ ​ແລະ ຂໍ້ກຳນົດຂອງ​ສະຫະ​ປະຊາ​ຊາດໃຫ້ເປັນຢ່າງດີ. ບັນດານາຍທະຫານ​ຕ້ອງ​ມີ​ສະຕິ​ພະຍາຍາມ​ບໍ່​ໃຫ້​ມີ​ການ​ກະທຳ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຄົນ, ພາຫະນະ ​ແລະ ອຸປະກອນ​ຢ່າງ​ແທ້​ຈິງ.

ນາຍທະຫານຫວຽດນາມ 63 ຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້

ນາຍທະຫານຫວຽດນາມ 63 ຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້

ນອກ​ນັ້ນ, ທ່ານພົນຈັດຕະວາ ເຈີ່ນກວກຫວຽດ ກໍ່​ໄດ້​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ກິລາ ​ກັບ​ພະນັກງານ, ລັດຖະກອນ​ຂອງ​ສຳນັກງານ​ອົງການ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​ຢູ່ ຊູ​ດັງ​ໃຕ້ ​ແລະ ບັນດາ​ຫົວໜ່ວຍ​ຂອງ​ບັນດາ​ປະ​ເທດ​ທີ່​ປະຈຳ​ປະຕິບັດ​ພາລະກິດ, ປະກອບສ່ວນ​ເພີ່ມ​ທະວີ ແລະ ​ຮັດ​ແໜ້ນ​ການ​ຮ່ວມ​ມື ​ແລະ ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ບັນດາ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.