ຫວຽດນາມ ໜູນຊ່ວຍກໍາປູເຈຍ ເຄື່ອງຫາຍໃຈ 800 ເຄື່ອງ, ຜ້າອັດປາກ-ອັດດັງ 2 ລ້ານອັນ, ຜ້າອັດປາກ-ອັດດັງ N95 300.000 ອັນ ແລະອຸປະກອນການແພດອື່ນ

15:49 | 24/04/2021

ຍສໝ - ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຊີ້ແຈ້ງວ່າ ບັນດາຮາກຖານປິ່ນປົວຂອງກໍາປູເຈຍ ຈະເຊື່ອມຕໍ່ກັບຫວຽດນາມ ແລະຫວຽດນາມ ຈະຈັດສົ່ງທ່ານໝໍ, ນັກຊ່ຽວຊານໄປແລກປ່ຽນພ້ອມກັບທ່ານໝໍຂອງກໍາປູເຈຍ ເພື່ອປິ່ນປົວໃຫ້ມີປະສິດທິຜົນໃຫ້ດີທີ່ສຸດ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ
ຫວຽດນາມ ສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ ຫວຽດນາມ ສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ
undefined
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ຫວ່າງແລ້ວນີ້, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກກັບທ່ານ Mam Bunheng ລັດຖະມົນຕີກະຊວງສາທາລະນະສຸກກໍາປູເຈຍ ເພື່ອແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ທີ່ກອງປະຊຸມ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ກໍາປູເຈຍ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ຫງວຽນແທັງລອງ ກໍ່ຊີ້ແຈ້ງວ່າ ບັນດາຮາກຖານປິ່ນປົວຂອງກໍາປູເຈຍ ຈະເຊື່ອມຕໍ່ກັບຫວຽດນາມ ແລະຫວຽດນາມ ຈະຈັດສົ່ງທ່ານໝໍ, ນັກຊ່ຽວຊານໄປແລກປ່ຽນພ້ອມກັບທ່ານໝໍຂອງກໍາປູເຈຍ ເພື່ອປິ່ນປົວໃຫ້ມີປະສິດທິຜົນໃຫ້ດີທີ່ສຸດ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຈັດສົ່ງນັກຊ່ຽວຊານ, ທ່ານໝໍໄປໜູນຊ່ວຍ ກໍາປູເຈຍ ຖ້າປະເທດເພື່ອນມິດມີຄວາມຕ້ອງການ. ໃນສະພາບພະຍາດໂຄວິດ-19 ຍັງມີການຜັນແປສັບສົນຫຼາຍຢ່າງຄືໃນປະຈຸບັນ, ບັນຫາອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແມ່ນຮີບດ່ວນ ແລະຈໍາເປັນທີ່ສຸດສຳລັບກໍາປູເຈຍ. ນາຍົກລັດຖະມົນຕີຫວຽດນາມ ໄດ້ລະດົມແຫຼ່ງກໍາລັງຂອງລັດ ແລະປະຊາຊົນຕັດສິນໃຈໜູນຊ່ວຍກໍາປູເຈຍ ເຄື່ອງຫາຍໃຈ 800 ເຄື່ອງ, ຜ້າອັດປາກ-ອັດດັງ 2 ລ້ານອັນ, ຜ້າອັດປາກ-ອັດດັງ N95 300.000 ອັນ ແລະອຸປະກອນການແພດອື່ນ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ, ປະທານພັກປະຊາຊົນ ກຳປູເຈຍ ໄດ້ສົ່ງຈົດໝາຍຂອບໃຈມາຍັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ທີ່ໄດ້ສົ່ງສານຢື້ຢາມຖາມຂ່າວສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ແບ່ງເບົາກັບ ກຳປູເຈຍ ໃນທຸກສະພາບການ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ, ຄວາມຮັບຜິດຊອບ ກໍຄືການປະກອບສ່ວນຂອງ ຫວຽດນາມ ໃນວຽກງານສະກັດກັ້ນໂລກລະບາດທົ່ວໂລກ ດ້ວຍການໜູນຊ່ວຍປະຊາຄົມສາກົນ, ໃນນັ້ນ ມີ ກຳປູເຈຍ.

ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ

ຍສໝ - ໃນປີ 2020, ໃນຖານະເປັນ ປະທານ ອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວ ເມື່ອສົມທົບກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາ.

ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ

ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ ...

ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

ຍສໝ - ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.