ທ່ານໝໍຫວຽດນາມຊ່ວຍເຫຼືອປະຊາຊົນຊູດັງໃຕ້

16:48 | 22/06/2022

ຍສໝ-ບັນດານັກຮົບໝວກເບເລສີຂຽວ​​ຂອງ​ໂຮງໝໍ​ກາງສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່ນັກຮຽນ​ໂຮງຮຽນ​ປະຖົມ Charles Kuot, ລັດ Unity, ຊູ​ດັັງ​ໃຕ້.

ທ່ານໝໍຫວຽດນາມ ປິ່ນປົວຄົນເຈັບ, ແຈກຢາຍຢຸກຢາ ໃຫ້ປະຊາຊົນລາວ ທ່ານໝໍຫວຽດນາມ ປິ່ນປົວຄົນເຈັບ, ແຈກຢາຍຢຸກຢາ ໃຫ້ປະຊາຊົນລາວ
ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້ ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້
ທ່ານໝໍຫວຽດນາມຊ່ວຍເຫຼືອປະຊາຊົນຊູດັງໃຕ້
ບັນດານັກຮົບໝວກເບເລສີຂຽວ​​ ຫວຽດນາມ ຖ່າຍຮູບກັບເດັກນ້ອຍ ຊູ​ດັັງໃຕ້(ພາບ: BVDC 2.4)

ຫວ່າງ​ມໍ່ໆ​ນີ້, ໂຮງໝໍ​ກາງສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ທີ່ຄະນະ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​ຢູ່​ຊູ​ດັັງໃຕ້ (UNMISS) ​ໄດ້​ມີ​ການ​ເຄື່ອນ​ໄຫວ​ລະຫວ່າງ​ທະຫານປະຊາຊົນ ສົມທົບກັນ (CIMIC), ໄປຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ແກ່​ເດັກນ້ອຍ​ຂອງ​ລັດ​ Unity ​ເນື່ອງໃນ​ໂອກາດ​ເດັກນ້ອຍ​ອາ​ຟຼິກກາ ວັນທີ 16 ມີຖຸນາ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະນະ​ອຳນວຍ​ການ, ບັນດາ​ສະມາຊິກ​ຂອງໂຮງໝໍກາງສະໜາມ ​ຂັ້ນ 2 ​ເລກ 4 ​ໄດ້​ກະກຽມ​ຂອງ​ຂວັນ​ເພື່ອ​ສົ່ງ​ນ້ຳ​ໃຈຂອງ​ພະນັກງານໂຮງໝໍ, ເຊິ່ງໄດ້ນຳ​ມາ​ຈາກ ຫວຽດນາມ ​ເຊັ່ນ:ເສື້ອຢືດ,​ ​ອຸປະກອນການຮຽນ​, ຮູບ​ແຕ້ມ ​ແລະ ອື່ນໆ. ໂດຍການມາຢາມກະຊວງ​ການ​ສຶກສາ ທີ່ລັດ Unity, ຊູ​​ດັັງໃຕ້, ຄະນະ​ໂຮງໝໍ​ກາງສະໜາມ ຂັ້ນ 2 ​ເລກ 4 ​ໄດ້​ສະ​ແດງ​ຄວາມ​ແບ່ງປັນ, ​ເຂົ້າ​ໃຈຕໍ່ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ ​ແລະ ​ເດັກນ້ອຍ​ຢູ່​ທີ່​ນີ້. ບັນດານັກຮົບໝວກເບເລສີຂຽວ​​ຂອງ​ໂຮງໝໍ​ກາງສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ກໍ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່ນັກຮຽນ​ໂຮງຮຽນ​ປະຖົມ Charles Kuot, ລັດ Unity, ຊູ​​ດັັງ​ໃຕ້.

ກ່ອນນັ້ນ, ໂຮງໝໍ​ ກໍ​ໄດ້​ຈັດ​ຕັ້ງ​ການຝຶກ​ອົບຮົມ ​ແລະ ອັບເດດຄວາມ​ຮູ້​ໃຫ້ແກ່ບັນດາ​ໂຮງໝໍ​ ຂັ້ນ 1 ​ທີ່​ຄະນະ​ UNMISS ຢ່າງຮີບດ່ວນ ດ້ວຍ​ຫົວ​ຂໍ້​ວ່າ “ສະພາບ​ການ​ລະບາດ, ການ​ບົ່ງມະຕິພະຍາດ, ການປິ່ນປົວ ​ແລະ ການກຽມເພື່ອຕ້ານພະຍາດຝີຕຸ່ມລິງ, ​ໂດຍ​ການ​ຊີ້​ນຳ​ຂອງ​ທ່ານ​ພັນຕີ ເລຫວຽດແອັງ, ຮອງ​ຜູ້​ອຳ​ນວຍ​ການ​ວິຊາ​ການ ໂຮງໝໍກາງສະໜາມ ຂັ້ນ 2 ເລກ 4.

ຫອມມາລາ

ເຫດການ
302 Found

Found

The document has moved here.