| ສານຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ອວຍພອນບຸນປີໃໝ່ລາວ | |
| ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ |
![]() |
| ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ. |
![]() |
| ບັນດາຜູ້ແທນທີ່ເຂົ້າຮ່ວມງານ. |
ໃນບັນຍາກາດອັນອົບອຸ່ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນ ແລະ ນັກສຶກສາລາວ ໄດ້ຮ່ວມກັນທົບທວນຄືນມູນເຊື້ອແຫ່ງບຸນປີໃໝ່ລາວ; ຊົມການສະແດງສິລະປະວັນນະຄະດີ ທີ່ເຕັມໄປດ້ວຍເອກະລັກວັດທະນະທຳລາວ, ສັນລະເສີນຄວາມສາມັກຄີ, ຄວາມຜູກພັນ ແລະ ສາຍພົວພັນມິດຕະພາບ ການຮ່ວມມືຂອງປະຊາຊົນສອງຊາດ ຫວຽດນາມ - ລາວ; ຈັດຕັ້ງພິທີບາສີສູ່ຂວັນມັດແຂນ, ພິທີຫົດນ້ຳ...
![]() |
| ການນຳພະແນກການຕ່າງປະເທດ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ |
![]() |
| ການນຳວິທະຍາໄລ ເຊີນລາ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ. |
![]() |
| ການນຳວິທະຍາໄລ ມອບລາງວັນທີ 1 ຂອງການແຂ່ງຂັນກິລາປະເພດຕ່າງໆ ໃຫ້ແກ່ທີມທີ່ຊະນະເລີດ. |
ກ່ອນໜ້ານັ້ນ, ທາງວິທະຍາໄລກໍໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ໃຫ້ແກ່ນັກສຶກສາລາວ ເພື່ອສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ຟົດຟື້ນ ເຊັ່ນ: ປຸກລະດົມຂະບວນການອະນາໄມສິ່ງແວດລ້ອມ, ສ້າງຫໍພັກໃຫ້ຂຽວ, ສະອາດ, ສວຍງາມ, ມີອາລິຍະທຳ ແລະ ປອດໄພ; ຈັດການແຂ່ງຂັນກິລາ, ແລກປ່ຽນວັດທະນະທຳ ແລະ ການຫຼິ້ນເກມຕ່າງໆ...
![]() |
| ພາບລວມຂອງພິທີບາສີສູ່ຂວັນມັດແຂນ. |
|
![]() |
| ພິທີບາສີສູ່ຂວັນມັດແຂນ. |
![]() |
| ບັນດາຜູ້ແທນຮ່ວມກັນຫົດນ້ຳອວຍພອນ. |
![]() |
| ລາຍການສະແດງສິລະປະພາຍໃນງານ. |
ງານດັ່ງກ່າວຈັດຂຶ້ນເພື່ອເປັນການໃຫ້ກຳລັງໃຈແກ່ຄະນະພະນັກງານ ແລະ ນັກສຶກສາລາວ ທີ່ກຳລັງດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ພາຍໃນແຂວງ; ທັງເປັນການຊ່ວຍໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂອງວິທະຍາໄລ ໄດ້ເຂົ້າໃຈຕື່ມກ່ຽວກັບຄວາມສວຍງາມຂອງວັດທະນະທຳຮີດຄອງປະເພນີຂອງປະເທດລາວເພື່ອນມິດ, ເສີມສ້າງການແລກປ່ຽນ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງນັກສຶກສາສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
| ບຸນປີໃໝ່ລາວ 2025 ຈັດຂຶ້ນຢ່າງຟົດຟື້ນຢູ່ແຂວງດັກລັກ ຍສໝ - ບຸນປີໃໝ່ປະຈໍາຊາດລາວ (ພສ. 2568, ນັບແຕ່ວັນທີ 13 – 15 ເມສາ) ປີ 2025 ແລະວັນບຸນວັດທະນະທໍາບັນດາເຜົ່າເມືອງ ບວນໂດນ ໄດ້ດໍາເນີນໃນລະຫວ່າງວັນທີ 12-13 ເມສາ, ຢູ່ເກາະໄອໂນ, ດັກລັກ. |
| ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ ຍສໝ - ໃນປີ 2024, ເປັນຄັ້ງທຳອິດ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ລາວປະເພນີ ໂດຍເຕົ້າໂຮມຢູ່ສະຖາບັນສູນກາງ (ຢູ່ 135 ຖະໜົນ ຫງວຽນຟ່ອງສັກ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ). ບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ໄດ້ນຳເອົາຄວາມຮູ້ສຶກຄືກັບຢູ່ບ້ານມາໃຫ້ນັກສຶກສາຕ່າງປະເທດຢູ່ທີ່ນີ້. |
ແທັງຮັ່ງ









