| ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ | |
| ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ |
ໃນວັນທີ 11 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ (HUFO) ຮ່ວມກັບ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ໄທ, ສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ຄະນະພຸດທະສາສະໜາສາກົນ ໄດ້ຈັດງານສະເຫຼີມສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ໄທ ຂຶ້ນຢູ່ທີ່ວັດ ໂຜມິງ.
![]() |
| ບັນດາຜູ້ແທນໄດ້ເຂົ້າຮ່ວມ ແລະ ແບ່ງປັນຄວາມເບີກບານມ່ວນຊື່ນໃນໂອກາດປີໃໝ່ຂອງ ປະເທດລາວ, ກຳປູເຈຍ ແລະ ໄທ. |
ນີ້ແມ່ນກິດຈະກຳທີ່ຈັດຂຶ້ນເປັນປະຈຳທຸກປີ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ ກັບບັນດາປະເທດໃກ້ຄຽງ, ທັງເປັນການຊຸກຍູ້ການແລກປ່ຽນວັດທະນະທຳ, ຮັດແໜ້ນສາຍພົວພັນການຮ່ວມມືໃນຫຼາຍຂົງເຂດ ລະຫວ່າງ ປະຊາຊົນນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ກັບບັນດາປະເທດເພື່ອນມິດໃນພາກພື້ນ.
![]() |
| ທ່ານ ໂຮ່ ຊວນ ເລີມ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນ. |
ກ່າວຄຳປາໄສທີ່ລາຍການ, ທ່ານ ໂຮ່ ຊວນ ເລີມ, ຮ່ອງປະທານ HUFO ໄດ້ເນັ້ນໜັກວ່າ: ຫວຽດນາມ, ກຳປູເຈຍ, ລາວ ແລະ ໄທ ແມ່ນບັນດາປະເທດໃກ້ຄຽງທີ່ສະໜິດສະໜົມ, ດຳລົງຊີວິດຮ່ວມກັນໃນປະຊາຄົມ ອາຊຽນ, ມີມູນເຊື້ອຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕະຫຼອດໄລຍະການສ້າງສາ ແລະ ພັດທະນາປະເທດຊາດ.ບັນດາປະເທດໄດ້ ແລະ ພວມພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ຮ່ວມມືກັນພັດທະນາ, ແນໃສ່ເປົ້າໝາຍສ້າງປະຊາຄົມ ອາຊຽນ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
![]() |
| ພຣະອາຈານ ທິກ ທ້ຽນ ເຕີມ – ຮອງປະທານສະພາບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ ເປັນປະທານໃນພິທີທາງສາສະໜາ. |
ເນື່ອງໃນໂອກາດບຸນປີໃໝ່ ໂຈນຈະນຳທະໄມ (Chol Chnam Thmay) ຂອງກຳປູເຈຍ, ບຸນປີໃໝ່ລາວ ແລະ ບຸນສົງການ ຂອງໄທ, ຄະນະຈັດຕັ້ງໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງປະຊາຊົນທັງ 3 ປະເທດ, ຂໍໃຫ້ແຕ່ລະປະເທດຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນເລື້ອຍໆ.
ຜ່ານການຈຳລອງບັນດາຮີດຄອງປະເພນີ ແລະ ພິທີກຳທີ່ເປັນເອກະລັກໃນໂອກາດປີໃໝ່, ງານບຸນບໍ່ພຽງແຕ່ສ້າງບັນຍາກາດທາງດ້ານວັດທະນະທຳທີ່ເຕັມໄປດ້ວຍເອກະລັກເທົ່ານັ້ນ, ແຕ່ຍັງສ້າງໂອກາດໃຫ້ປະຊາຊົນ, ນັກສຶກສາສາກົນ ແລະ ຊຸມຊົນບັນດາປະເທດທີ່ພວມດຳລົງຊີວິດ ແລະ ສຶກສາຢູ່ນະຄອນ ໂຮ່ຈີມິນ ໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ ແລະ ຮັດແໜ້ນສາຍພົວພັນມິດຕະພາບໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
![]() |
| ທ່ານ ໂພໄຊ ອຸ່ນມີໄຊ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນ ໂຮ່ຈີມິນ |
ທ່ານ ໂພໄຊ ອຸ່ນມີໄຊ ໄດ້ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມງານທີ່ມີຄວາມໝາຍນີ້. ທ່ານກ່າວວ່າ, ໃນກາງເດືອນເມສາຂອງທຸກໆປີ ແມ່ນໂອກາດບຸນປີໃໝ່ປະເພນີຂອງບັນດາປະເທດ: ລາວ, ກຳປູເຈຍ, ມຽນມາ ແລະ ໄທ; ສະເພາະຢູ່ປະເທດລາວ, ບຸນປີໃໝ່ລາວ ປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 13 ຫາ 15 ເມສາ. ຕາມທັດສະນະຂອງທ່ານ, ນະຄອນ ໂຮ່ຈີມິນ ໄດ້ກາຍເປັນ "ເຮືອນຫຼັງທີສອງ", ບ່ອນທີ່ຊຸມຊົນຄົນລາວໄດ້ຮັບຄວາມເອົາໃຈໃສ່ ແລະ ສາມາດສະເຫຼີມສະຫຼອງປີໃໝ່ໃນບັນຍາກາດທີ່ອົບອຸ່ນ.
![]() |
| ພິທີກຳທາງປະເພນີໄດ້ດຳເນີນໄປຢ່າງສົມກຽດ, ສ່ອງແສງໃຫ້ເຫັນເຖິງເອກະລັກວັດທະນະທຳຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. |
ເຂົ້າຮ່ວມງານບຸນຍັງມີນັກສຶກສາ ລາວ, ກຳປູເຈຍ, ໄທ ເປັນຈຳນວນຫຼວງຫຼາຍ ທີ່ພວມສຶກສາຢູ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ ໃນທົ່ວຕົວເມືອງ. ບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ສະໜິດສະໜົມຂອງລາຍການ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ.
Long Pinita, ນັກສຶກສາຈາກມະຫາວິທະຍາໄລການແພດ ຟ້າມງອກແທັກ ໄດ້ແບ່ງປັນດ້ວຍຄວາມຕື່ນເຕັ້ນວ່າ: "ນ້ອງຮູ້ສຶກອົບອຸ່ນຫຼາຍ ເພາະວ່າ ຫວຽດນາມ ໄດ້ຈັດບຸນປີໃໝ່ໃຫ້ພວກເຮົາ. ສຳລັບນ້ອງແລ້ວ, ນະຄອນ ໂຮ່ຈີມິນ ແມ່ນງາມ ແລະ ທັນສະໄໝຫຼາຍ. ຢູ່ໂຮງຮຽນ, ຄູອາຈານຍາມໃດກໍຊ່ວຍເຫຼືອ ແລະ ເອົາໃຈໃສ່ພວກເຮົາ. ໝູ່ເພື່ອນຊາວຫວຽດນາມກໍໜ້າຮັກຫຼາຍ. ນ້ອງເຫັນວ່າ ກຳປູເຈຍ ແລະ ຫວຽດນາມ ແມ່ນມີຄວາມສະໜິດສະໜົມກັນຫຼາຍ, ຄືກັນກັບອ້າຍນ້ອງກັນ. ນ້ອງປາດຖະໜາວ່າ ຫວຽດນາມ ແລະ ກຳປູເຈຍ ຈະນັບມື້ນັບມີຄວາມສາມັກຄີ ແລະ ພ້ອມກັນພັດທະນາ."
![]() |
| ໃນໂອກາດນີ້, ຕົວແທນຈາກວິສາຫະກິດແຫ່ງໜຶ່ງ ກໍໄດ້ມອບທຶນການສຶກສາ 40 ທຶນ ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ອີກດ້ວຍ. |
| ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”. ຍສໝ - ວັນທີ 12 ຕຸລາ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ”, ເພື່ອແນໃສ່ເພີ່ມທະວີການພົວພັນຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ, ສ້າງເງື່ອນໄຂໃຫ້ບັນດານັກສຶກສາສາກົນເຂົ້າໃຈເຖິງມູນເຊື້ອປະຕິວັດ, ວັດທະນະທໍາ ແລະປະຊາຊົນຫວຽດນາມ ກ່ວາອີກ. |
| ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ ຍສໝ - ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດິຈິຕອນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ແມ່ນຫົວຂໍ້ຫຼັກຂອງເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ - ແຂວງ Hyogo (ຍີ່ປຸ່ນ) ຄັ້ງທີ 7 ປີ 2025. ເຫດການໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ສົມທົບກັບລັດຖະບານແຂວງ Hyogo ຢູ່ນະຄອນ ... |
ແທັງຮັ່ງ





