| ນິງບິ່ງລະດົມກຳລັງແຮງຕ້ານການຫາປາ IUU, ກະກຽມໃຫ້ແກ່ວຽກງານກວດກາ EC ຄັ້ງທີ 5. | |
| ແຄງຮວ່າ ຜະລິດຜົນການປະຊາສຳພັນ, ກວດກາ ຮືບຮົບການປ້ອງກັນການປະມົງ IUU |
ຫັນເປັນຫຼາຍຮູບແບບ, ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່
ເຂດທີ່ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) ຄຸ້ມຄອງແມ່ນເຂດ ບັກຢານ (BacGianh), ເຊິ່ງເປັນບ່ອນທີ່ມີແນວຊາຍຝັ່ງທະເລຍາວສົມຄວນ ດ້ວຍປະຊາກອນເກືອບ 32.800 ຄົນ, ໃນນັ້ນ, ຊາວປະມົງກວມອັດຕາສ່ວນໃຫຍ່, ດຳລົງຊີວິດດ້ວຍອາຊີບຂຸດຄົ້ນອາຫານທະເລເປັນຕົ້ນຕໍ. ທົ່ວເຂດມີກຳປັ່ນຫາປາ 551 ລຳ ດ້ວຍແຮງງານ 2.720 ຄົນ ທີ່ເຄື່ອນໄຫວໂດຍກົງຢູ່ທະເລ, ໃນນັ້ນມີກຳປັ່ນຫາປາທາງໄກ 130 ລຳ. ຈຸດພິເສດນີ້ໄດ້ວາງຄວາມຮຽກຮ້ອງຕ້ອງການສູງທີ່ສຸດໃນວຽກງານຄຸ້ມຄອງ, ໂດຍສະເພາະແມ່ນເມື່ອສະພາບການລະເມີດການຂຸດຄົ້ນ IUU ຍັງຄົງມີຄວາມສ່ຽງຫຼາຍຢ່າງ.
ທ່ານພັນໂທ ເລກວາງຮ່າ, ຫົວໜ້າການເມືອງຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ, ໃຫ້ຮູ້ວ່າ, ໂດຍກຳນົດວ່າການໂຄສະນາເຜີຍແຜ່ແມ່ນວິທີການແກ້ໄຂພື້ນຖານ ແລະ ຕໍ່ເນື່ອງ, ທາງກົມກອງໄດ້ສ້າງແຜນການຢ່າງເປັນລະບົບ, ຜັນຂະຫຍາຍຫຼາຍຮູບແບບໃຫ້ແທດເໝາະກັບແຕ່ລະກຸ່ມເປົ້າໝາຍ. ບໍ່ພຽງແຕ່ຢຸດຢູ່ທີ່ບັນດາກອງປະຊຸມລວມເທົ່ານັ້ນ, ພະນັກງານ ແລະ ນັກຮົບຍັງໄດ້ລົງໄປຫາແຕ່ລະລຳເຮືອ, ທ່າເຮືອ, ແຕ່ລະຄອບຄົວຊາວປະມົງໂດຍກົງ ເພື່ອໂຄສະນາ ແລະ ອະທິບາຍລະບຽບກົດໝາຍຢ່າງລະອຽດ ແລະ ເຂົ້າໃຈງ່າຍ. ຈຸດທີ່ໜ້າສົນໃຈແມ່ນເນື້ອໃນການໂຄສະນາບໍ່ແມ່ນການບັງຄັບ ແຕ່ຕິດພັນກັບຜົນປະໂຫຍດຕົວຈິງຂອງຊາວປະມົງ. ບັນດາຜົນຮ້າຍຢ້ອນຫຼັງຈາກການຂຸດຄົ້ນ IUU ເຊັ່ນ: ການຖືກຈັບກຸມ, ການຖືກປັບໄໝຢູ່ຕ່າງປະເທດ, ຄວາມເສຍຫາຍທາງດ້ານເສດຖະກິດ, ຜົນກະທົບຕໍ່ຊື່ສຽງຂອງປະເທດຊາດ... ໄດ້ຮັບການວິເຄາະຢ່າງຊັດເຈນ, ຈາກນັ້ນຊ່ວຍໃຫ້ຊາວປະມົງມີຄວາມຮັບຮູ້ທີ່ຖືກຕ້ອງ ແລະ ຄົບຖ້ວນກວ່າເກົ່າ. ຄຽງຄູ່ກັນນັ້ນ, ກົມກອງຍັງໄດ້ຈັດຕັ້ງໃຫ້ເຈົ້າຂອງເຮືອ ແລະ ນາຍເຮືອ ເຊັນບົດບັນທຶກຊ່ວຍຈຳບໍ່ໃຫ້ລະເມີດເຂດທະເລຕ່າງປະເທດ, ຮັກສາການຕິດຕໍ່ພົວພັນກັບເຈົ້າໜ້າທີ່ຢ່າງເປັນປະຈຳ. ແມ່ນວິທີການເຮັດແບບ “ຈັບມືເຮັດ” ນີ້ເອງ ທີ່ໄດ້ສ້າງການຫັນປ່ຽນຢ່າງຊັດເຈນກ່ຽວກັບຄວາມຮັບຮູ້ ແລະ ສະຕິໃນການປະຕິບັດກົດໝາຍຂອງຊາວປະມົງ.
ເພື່ອໃຫ້ວຽກງານໂຄສະນາເຜີຍແຜ່ບໍ່ມີລັກສະນະ “ແຂງກະດ້າງ”, ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ ໄດ້ປ່ຽນແປງໃໝ່ວິທີການເຂົ້າຫາຢ່າງຄ່ອງຕົວ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ກົມກອງໄດ້ສົມທົບຈັດຕັ້ງກອງປະຊຸມໂຄສະນາເຜີຍແຜ່ລວມໃຫ້ແກ່ພະນັກງານທ້ອງຖິ່ນ, ເຈົ້າຂອງເຮືອ ແລະ ນາຍເຮືອ 65 ທ່ານ; ພ້ອມທັງນຳໃຊ້ລະບົບໂທລະໂຄ່ງເພື່ອອອກອາກາດເນື້ອໃນທີ່ກ່ຽວຂ້ອງກັບການຕ້ານການຂຸດຄົ້ນ IUU ຫຼາຍກວ່າ 45 ຊົ່ວໂມງ. ນອກຈາກນັ້ນ, ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ ຍັງໄດ້ຈັດຕັ້ງການລາດຕະເວນ 25 ຄັ້ງ ດ້ວຍພະນັກງານ ແລະ ນັກຮົບ 130 ເທື່ອຄົນ, ທັງປະຕິບັດໜ້າທີ່ກວດກາ, ທັງສອດແຊກການໂຄສະນາໂດຍກົງຢູ່ທະເລ. ຢູ່ບັນດາດ່ານກວດກາທະຫານຊາຍແດນ, ຢູ່ເທິງເຮືອແຕ່ລະລຳ ຫຼື ຢູ່ໃນແຕ່ລະຄອບຄົວຊາວປະມົງ, ຂໍ້ມູນກົດໝາຍໄດ້ຮັບການສົ່ງຕໍ່ຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ຄວາມຮັບຮູ້ “ປົກຄຸມ” ໄປທົ່ວ. ການແຈກຢາຍໃບປິວ 315 ໃບ ກ່ຽວກັບ 14 ພຶດຕິກຳການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ລະບຽບການປັບໄໝຕາມລັດຖະດຳລັດຂອງລັດຖະບານ; ການມອບທຸງຊາດ 80 ຜືນ ໃຫ້ແກ່ຊາວປະມົງທີ່ອອກທະເລ; ການສ້າງປ້າຍໂຄສະນາໃໝ່... ບໍ່ພຽງແຕ່ມີຄວາມໝາຍທາງດ້ານຂໍ້ມູນເທົ່ານັ້ນ, ແຕ່ຫາກຍັງປຸກລະດົມຈິດສຳນຶກຄວາມຮັບຜິດຊອບ, ຄວາມພາກພູມໃຈ ແລະ ສະຕິຕໍ່ອຳນາດອະທິປະໄຕເຂດທະເລ ແລະ ເກາະດອນ ໃນຕົວຊາວປະມົງແຕ່ລະຄົນ. ໂດຍສະເພາະ, ກົມກອງໄດ້ເອົາໃຈໃສ່ແນະນຳຢ່າງລະອຽດກ່ຽວກັບຂັ້ນຕອນການນຳໃຊ້ອຸປະກອນຕິດຕາມການເດີນເຮືອ, ວິທີການແກ້ໄຂເມື່ອສັນຍານຂາດຫາຍ ຫຼື ເດີນເຮືອເກີນຂອບເຂດທີ່ອະນຸຍາດ. ນີ້ແມ່ນບັນດາບັນຫາທີ່ຜ່ານມາຊາວປະມົງຫຼາຍຄົນຍັງຂັດຂ້ອງ, ເຮັດໃຫ້ເກີດການລະເມີດໂດຍບໍ່ໄດ້ຕັ້ງໃຈ.
ທ່ານ ຫງວຽນວັນບິ່ງ, ເຈົ້າຂອງກຳປັ່ນຫາປາ QB 92629TS ໃຫ້ຮູ້ວ່າ: “ໃນນາມເປັນຊາວປະມົງຄົນໜຶ່ງທີ່ດຳລົງຊີວິດຢູ່ໃນເຂດນີ້, ພວກເຮົາໄດ້ຮັບການເຜີຍແຜ່ ແລະ ໂຄສະນາຈາກທະຫານຊາຍແດນກ່ຽວກັບກົດໝາຍວ່າດ້ວຍສິນໃນນ້ຳ, ການຕ້ານການຂຸດຄົ້ນ IUU ເປັນປະຈຳ ດັ່ງນັ້ນຈຶ່ງເຂົ້າໃຈແຈ້ງວ່າການຫາປາແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດ, ການບໍ່ຕິດຕັ້ງອຸປະກອນຕິດຕາມການເດີນເຮືອ ຫຼື ການຕັດການເຊື່ອມຕໍ່ແມ່ນການລະເມີດກົດໝາຍ. ຍ້ອນແນວນັ້ນ, ທຸກໆຄັ້ງທີ່ອອກທະເລ, ຂ້ອຍລ້ວນແຕ່ກວດກາເຄື່ອງຈັກຕິດຕາມການເດີນເຮືອຢ່າງຄົບຖ້ວນ, ເຮັດລະບຽບການອອກທ່າເຮືອ ແລະ ບັນທຶກປຶ້ມເດີນເຮືອໃນຕະຫຼອດຂະບວນການຫາປາຢູ່ສະເໝີ”.
![]() |
| ພະນັກງານຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) ລົງໄປຫາແຕ່ລະລຳເຮືອ, ພົບປະແຕ່ລະທ່ານ ເພື່ອໂຄສະນາເຜີຍແຜ່ການຕ້ານການຂຸດຄົ້ນ IUU. (ຮູບພາບ: ງັອກແທັງ (NgocThanh)) |
ຮັດແໜ້ນການຄຸ້ມຄອງ, ຈັດການກັບການລະເມີດຢ່າງເຂັ້ມງວດ
ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາກຳລັງເຈົ້າໜ້າທີ່ ເພື່ອຜັນຂະຫຍາຍບັນດາວິທີການຄຸ້ມຄອງກຳປັ່ນຫາປາໃນເຂດຮັບຜິດຊອບຢ່າງເປັນເອກະພາບ. ບັນດາກຳປັ່ນຫາປາທີ່ມີສັນຍານລະເມີດ ຫຼື ບໍ່ປະຕິບັດຕາມລະບຽບການ ແມ່ນຖືກນຳໃຊ້ວິທີການສະກັດກັ້ນຢ່າງທັນການ, ນັບແຕ່ການຍຶດໃບອະນຸຍາດເຄື່ອນໄຫວ, ໃບຢັ້ງຢືນນາຍເຮືອ, ນາຍຊ່າງຈົນເຖິງການປັບໄໝທາງແພ່ງຕາມລະບຽບການ. ສຳລັບກໍລະນີທີ່ລະເມີດຄືນໃໝ່, ກົມກອງໄດ້ເດັດຂາດຈັດການຢ່າງເຂັ້ມງວດ ໂດຍບໍ່ມີການຍົກເວັ້ນ. ຄຽງຄູ່ກັນນັ້ນ, ວຽກງານຕິດຕາມການເດີນເຮືອຂອງກຳປັ່ນຫາປາ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ບັນດາກຳປັ່ນທີ່ມີຄວາມສ່ຽງສູງໃນການລະເມີດ ແມ່ນໄດ້ຖືກຂຶ້ນບັນຊີຕິດຕາມສະເພາະ, ມີການກວດກາ ແລະ ຕັກເຕືອນເປັນປະຈຳ. ເມື່ອພົບເຫັນສັນຍານທີ່ຜິດປົກກະຕິ ເຊັ່ນ: ການຕັດການເຊື່ອມຕໍ່ອຸປະກອນຕິດຕາມ ຫຼື ການເຄື່ອນຍ້າຍໃກ້ກັບເຂດແດນ, ເຈົ້າໜ້າທີ່ກໍ່ຈະຕິດຕໍ່ຫາທັນທີ ເພື່ອຮຽກຮ້ອງໃຫ້ກັບຄືນສູ່ເຂດທະເລທີ່ອະນຸຍາດ. ນີ້ແມ່ນບາດກ້າວທີ່ສຳຄັນ ແນໃສ່ສະກັດກັ້ນການລະເມີດແຕ່ຫົວທີ ແລະ ແຕ່ໄກ, ຫຼີກເວັ້ນບໍ່ໃຫ້ເກີດຜົນຮ້າຍແຮງ ເຊັ່ນ: ການຖືກຕ່າງປະເທດຈັບກຸມ.
ໜຶ່ງໃນບັນດາຈຸດເດັ່ນໃນວິທີການເຮັດວຽກຂອງ ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ ແມ່ນການຕິດພັນວຽກງານຕ້ານການຂຸດຄົ້ນ IUU ເຂົ້າກັບການສ້າງທ່າສະໜາມອັນແໜ້ນແກ່ນຂອງຄວາມໝັ້ນຄົງປະຊາຊົນຢູ່ທະເລ. ບັນດາ “ໜ່ວຍເຮືອສາມັກຄີ”, “ໜ່ວຍຄວາມໝັ້ນຄົງຢູ່ທະເລ”, “ໜ່ວຍເຮືອປອດໄພ” ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍບົດບາດການຄຸ້ມຄອງຕົນເອງ, ຊ່ວຍເຫຼືອກັນໃນການຜະລິດ ແລະ ກວດກາເຊິ່ງກັນ ແລະ ກັນ ໃນການປະຕິບັດກົດໝາຍ. ຊາວປະມົງບໍ່ພຽງແຕ່ແມ່ນເປົ້າໝາຍຂອງການໂຄສະນາເຜີຍແຜ່ເທົ່ານັ້ນ, ແຕ່ຫາກຍັງກາຍເປັນ “ຫູເປັນຕາ” ໃຫ້ແກ່ກຳລັງເຈົ້າໜ້າທີ່. ເມື່ອພົບເຫັນກຳປັ່ນຫາປາມີສັນຍານລະເມີດ ຫຼື ປະສົບອຸບັດເຫດຢູ່ທະເລ, ບັນດາໜ່ວຍເຮືອຈະແຈ້ງການ ແລະ ຊ່ວຍເຫຼືອຢ່າງທັນການ, ປະກອບສ່ວນຫຼຸດຜ່ອນຄວາມສ່ຽງ ແລະ ການລະເມີດ. ພ້ອມກັນນັ້ນ, ກົມກອງກໍ່ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ໂດຍສະເພາະແມ່ນບັນດາອົງການຈັດຕັ້ງທາງສາສະໜາ ເພື່ອປຸກລະດົມ ແລະ ໂຄສະນາເຜີຍແຜ່ໃນຊຸມຊົນ. ດ້ວຍລັກສະນະພິເສດທີ່ມີປະຊາກອນຫຼາຍກວ່າ 41% ນັບຖືສາສະໜາ ກາໂຕລິກ, ການຍາດແຍ່ງເອົາບົດບາດຂອງບັນດາບຸກຄົນທີ່ມີຕຳແໜ່ງທາງສາສະໜາ ແລະ ຜູ້ທີ່ມີຊື່ສຽງ ໄດ້ນຳມາເຊິ່ງປະສິດທິຜົນທີ່ຕັ້ງໜ້າ, ຊ່ວຍໃຫ້ຂໍ້ມູນກົດໝາຍແຜ່ກະຈາຍໄປຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
ຍ້ອນການຜັນຂະຫຍາຍຢ່າງເດັດຂາດ ແລະ ເປັນເອກະພາບ, ວຽກງານຕ້ານການຂຸດຄົ້ນ IUU ຢູ່ເຂດປາກນ້ຳ ຢານ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ໜ້າຊົມເຊີຍ. ຄວາມຮັບຮູ້ຂອງຊາວປະມົງໄດ້ຮັບການຍົກສູງຂຶ້ນຢ່າງຊັດເຈນ, ສະແດງອອກໂດຍຜ່ານການປະຕິບັດຕາມລະບຽບການກ່ຽວກັບການຂຸດຄົ້ນສິນໃນນ້ຳຢ່າງເຂັ້ມງວດ. ມາຮອດປະຈຸບັນ, 100% ຂອງຜົນຜະລິດສິນໃນນ້ຳຜ່ານທ່າເຮືອ ແມ່ນໄດ້ຮັບການກວດກາຢ່າງແໜ້ນແຟ້ນ, ການຢັ້ງຢືນແຫຼ່ງທີ່ມາແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມລະບຽບການ ແລະ ບໍ່ມີຂໍ້ຜິດພາດເກີດຂຶ້ນ. ໂດຍສະເພາະ, ໃນເຂດຮັບຜິດຊອບແມ່ນບໍ່ມີກຳປັ່ນຫາປາທີ່ລະເມີດເຂດທະເລຕ່າງປະເທດແລ້ວຖືກຈັບກຸມ ຫຼື ຖືກຈັດການ, ເຊິ່ງແມ່ນສັນຍານທີ່ສຳຄັນທີ່ສະແດງໃຫ້ເຫັນເຖິງປະສິດທິຜົນຂອງວຽກງານຄຸ້ມຄອງ. ສະພາບການຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມໃນເຂດດັ່ງກ່າວ ໂດຍພື້ນຖານແມ່ນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ ແລະ ມີສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ແກ່ຊາວປະມົງມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການອອກທະເລຫາປາ.
ພຶດຕິກຳຕົວຈິງຢູ່ ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ ໄດ້ສະແດງໃຫ້ເຫັນວ່າ, ການຕ້ານການຂຸດຄົ້ນ IUU ບໍ່ພຽງແຕ່ແມ່ນໜ້າທີ່ຂອງກຳລັງເຈົ້າໜ້າທີ່ເທົ່ານັ້ນ ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນຂອງທັງລະບົບການເມືອງ ແລະ ຊຸມຊົນຊາວປະມົງ. ການຫັນປ່ຽນຈາກຄວາມຮັບຮູ້ໄປສູ່ການກະທຳຂອງຊາວປະມົງ ແມ່ນປັດໄຈທີ່ສຳຄັນທີ່ສຸດ, ປະກອບສ່ວນປົກປັກຮັກສາແຫຼ່ງຜົນປະໂຫຍດຈາກສິນໃນນ້ຳ, ຮັກສາອຳນາດອະທິປະໄຕເຂດທະເລ, ເກາະດອນ ແລະ ຍົກສູງຊື່ສຽງຂອງປະເທດຊາດ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ ພວມຄ່ອຍໆຢັ້ງຢືນບົດບາດເປັນແກນກາງໃນຂະບວນການຮ່ວມກັບທົ່ວປະເທດເພື່ອແກ້ໄຂ “ບັດເຫຼືອງ” IUU, ມຸ່ງໄປສູ່ອາຊີບການປະມົງທີ່ພັດທະນາຢ່າງຍືນຍົງ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງສາກົນ.
| ທ່ານໝໍ ຫວຽດນາມ ກວດກາ, ແຈກຢາຍຢາ, ມອບຂອງຂວັນໃຫ້ປະຊາຊົນຢູ່ ລາວ ຍສໝ - ຕາມຜູ້ຕາງໜ້າພິເສດສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ແລ້ວ, ແຕ່ວັນທີ 5-10 ທັນວາ, ສະມາຄົມມິດຕະພາ ບຫວຽດນາມ - ລາວ ນະຄອນ ໂຮ່ຈິມິນ ສົມທົບກັບມະຫາວິທະຍາໄລແພດສາດ ຟ້າມຫງອກແທກ ແລະ ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາ ... |
| ກຳປູເຈຍ - ລາວ - ຫວຽດນາມຍົກສູງການຕິດຕາມກວດກາການປະຕິບັດຂໍ້ສະເໜີແນະຂອງອົງການກວດສອບບັນຊີລັດ ຍສໝ - ຜູ້ຕາງໜ້າອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ໄດ້ແບ່ງປັນປະສົບການ, ສົນທະນາບັນດາມາດຕະການເພື່ອຍົກສູງປະສິດທິຜົນວຽກງານກວດສອບ. |
