ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ

14:14 | 15/04/2021

ຍສໝ - ຕາງໜ້າບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳ ຮ່າໂນ້ຍ, ທ່ານ Pengiran Haji Sahari bin Pengiran Haji Salleh, ເອກອັກຄະລັດຖະທູດບຣູໄນ ຊົມເຊີຍທ່ານ ຫງວຽນຊວນຟຸກ ທ່ີໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງໃໝ່.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ
ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ມາອວຍພອນເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ ຫວຽດນາມ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນມາ ອວຍພອນເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນປະທານປະເທດຫວຽດນາມ.

ທີ່ການຕ້ອນຮັບ, ຕາງໜ້າບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳ ຮ່າໂນ້ຍ, ທ່ານ Pengiran Haji Sahari bin Pengiran Haji Salleh, ເອກອັກຄະລັດຖະທູດບຣູໄນ ຊົມເຊີຍທ່ານ ຫງວຽນຊວນຟຸກ ທ່ີໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງໃໝ່.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ເຂົ້າຮ່ວມການຮ່ວມມືອາຊຽນ ຍາມໃດກໍ່ແມ່ນໜຶ່ງໃນບັນດາບູລິມະສິດພົວພັນຕ່າງປະເທດສຳຄັນຂອງຫວຽດນາມ ແລະການພົວພັນມິດຕະພາບການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດໃນອາຊຽນ ໄດ້ກາຍເປັນພື້ນຖານຈຳເປັນໃນການພົວພັນສອງຝ່າຍຂອງຫວຽດນາມ. ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຈິດໃຈສະໜິດຕິດພັນ ແລະເປັນເຈົ້າການຮັບມືໄດ້ຊ່ວຍໃຫ້ອາຊຽນ ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປີ 2020, ໂດຍສະເພາະແມ່ນບັນດາຜົນກະທົບຈາກພະຍາດໂຄວິດ-19 ຕໍ່ກັບຊີວິດການເປັນຢູ່ດ້ານເສດຖະກິດ-ສັງຄົມໃນພາກພື້ນ. ບົນຈິດໃຈສາມັກຄີ, ສະໜິດຕິດພັນ, ຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ເຊີດຊູບົດບາດໃຈກາງຂອງອາຊຽນ ມີຄວາມໝາຍສຳຄັນໃນການຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ສິ່ງທ້າທາຍມຸ່ງໄປເຖິງປະຊາຄົມອາຊຽນ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ. ທ່ານປະທານປະເທດ ທ່ານ ຫງວຽນຊວນຟຸກ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງໃໝ່, ທ່ານຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ນ້ຳໃຈມິດຕະພາບ, ການພົວພັນຮ່ວມມື, ຄວາມສະໜິດຕິດພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກຂອງອາຊຽນ.

ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງກຳປູເຈຍ, ລາວ, ໄທ , ມຽນມາ ແລະ ບຸນ Ramadan ຂອງບັນດາປະເທດອິດສະລາມໃນອາຊຽນ, ທ່ານ ປະທານ ປະເທດຫວຽດນາມ ຫງວຽນຊວນຟຸກ ຂໍສົ່ງຄຳອວຍພອນທີ່ດີທີ່ສຸດເຖິງການນຳ ແລະ ປະຊາຊົນບັນດາປະເທດອາຊຽນ.

ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021 ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021

ຍສໝ - ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ໄດ້ສາບານຕົວວ່າ: "ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ...

ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ວັນທີ 22 ມີນານີ້, ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ

ວັນທີ 22 ມີນາ 2021, ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວທີ່ ນະຄອນຫຼວງວຽງຈັນ ມີເນື້ອໃນດັ່ງນີ້:

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.