ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030

15:30 | 17/06/2026

ຍສໝ - ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ທີ່ນະຄອນ ຫາຍຟ່ອງ, ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ ໄດ້ຮ່ວມກັນຈັດຕັ້ງ ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7.

ເວທີປາໄສອະນາຄົດອາຊຽນ 2026: ຂີດໝາຍຂອງຫວຽດນາມ ແລະ ສານແຫ່ງຄວາມສາມັກຄີພາກພື້ນ
ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026
ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030
ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7 ໄຂຂຶ້ນໃນຕອນເຊົ້າວັນທີ 17 ມິຖຸນາ. (ພາບ: baophapluat.vn)

ທ່ານກໍາມະການກົມການເມືອງ, ລັດຖະມົນຕີກະຊວງຍຸຕິທຳ ຮວ່າງແທັງຕຸ່ງ ແລະ ທ່ານກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ໄດ້ຮ່ວມກັນເປັນປະທານຮ່ວມກອງປະຊຸມ.

ກອງປະຊຸມມີການເຂົ້າຮ່ວມ ຂອງຄະນະຜູ້ແທນ ຫວຽດນາມ - ລາວ ຫຼາຍກວ່າ 150 ທ່ານ, ລວມມີ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂັ້ນສູນກາງ, ການນຳພະແນກຍຸຕິທຳ, ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ ຂອງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ແລະ ບັນດາທ້ອງຖິ່ນທີ່ມີສາຍພົວພັນແຮກສ່ຽວຮ່ວມກັນ ພາຍໃດຂົງເຂດກົດໝາຍ ແລະ ຍຸຕິທຳ.

ປົກປັກຮັກສາເສັ້ນຊາຍແດນສັນຕິພາບ, ພູນຄູນສ້າງສາຍພົວພັນຄວາມສາມັກຄີອັນພິເສດ ຫວຽດນາມ - ລາວ

ກ່າວປາໄສໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຮວ່າງແທັງຕຸ່ງ ໄດ້ເນັ້ນໜັກວ່າ, ກອງປະຊຸມຄັ້ງທີ 7 ນີ້ ໄດ້ຮັບການຈັດຕັ້ງຂຶ້ນພາຍໃດສະພາບການທີ່ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຈົບງາມ, ສອງກະຊວງຍຸຕິທຳ ໄດ້ຮ່ວມກັນລົງນາມ ບົດບັນທຶກຂໍ້ຕົກລົງການຮ່ວມມືໄລຍະປີ 2026-2030, ແລະ ພວມຕັ້ງໜ້າຜັນຂະຫຍາຍບັນດາແຜນງານການຮ່ວມມືພາຍໃດປີ 2026.

ທ່ານລັດຖະມົນຕີ ໄດ້ເນັ້ນໜັກວ່າ, ກົນໄກກອງປະຊຸມແນວຊາຍແດນ ແມ່ນຂອບການຮ່ວມມືຕົວຈິງ ແລະ ມີປະສິດທິຜົນ ເພື່ອໃຫ້ບັນດາອົງການຍຸຕິທຳ ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງຂັ້ນທ້ອງຖິ່ນ ຂອງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ໄດ້ຮ່ວມກັນປຶກສາຫາລື, ສະເໜີບັນດາມາດຕະການເພີ່ມທະວີການຮ່ວມມື ລະຫວ່າງ ບັນດາອົງການຍຸຕິທຳ ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ ຂອງສອງປະເທດ ຢ່າງເປັນປະຈຳ ແລະ ໂດຍກົງ, ປະກອບສ່ວນຮັບປະກັນຊີວິດການເປັນຢູ່ອັນສະຫງົບສຸກຂອງປະຊາຊົນ ແລະ ປົກປັກຮັກສາເສັ້ນຊາຍແດນສັນຕິພາບ ຫວຽດນາມ - ລາວ.

ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ໄດ້ສະເໜີໃຫ້ບັນດາຜູ້ແທນ ຫວຽດນາມ - ລາວ ເສີມຂະຫຍາຍຈິດໃຈຄວາມສາມັກຄີອັນພິເສດ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ສຸມໃສ່ຕີລາຄາຢ່າງພາວະວິໄສ, ຮອບດ້ານ ຕໍ່ກັບຜົນສຳເລັດແຫ່ງການຜັນຂະຫຍາຍ ບົດສະຫຼຸບກອງປະຊຸມຄັ້ງທີ 6; ຮ່ວມກັນແລກປ່ຽນຢ່າງກົງໄປກົງມາ, ແທ້ຈິງ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງທີ່ຍັງຄົງມີຢູ່, ໃນຂະນະດຽວກັນ ກໍສະເໜີບັນດາມາດຕະການ, ກົນໄກການປະສານງານທີ່ມີປະສິດທິຜົນກວ່າເກົ່າພາຍໃດໄລຍະຕໍ່ໜ້າ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030
ທ່ານລັດຖະມົນຕີກະຊວງຍຸຕິທຳ ຮວ່າງແທັງຕຸ່ງ ກ່າວປາໄສໄຂກອງປະຊຸມ. (ພາບ: baophapluat.vn)

ທ່ານລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມໝາຍອັນພິເສດຂອງກອງປະຊຸມໃນຄັ້ງນີ້ ແລະ ຄວາມມຸ່ງໝັ້ນທາງດ້ານການເມືອງອັນສູງສົ່ງຂອງສອງຝ່າຍ ພາຍໃດການຫັນບັນດາຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງພັກ, ສອງລັດໃຫ້ເປັນຮູບປະທຳ, ກອງປະຊຸມຈະບັນລຸໄດ້ຫຼາກຫຼາຍຜົນສຳເລັດຕົວຈິງ, ສືບຕໍ່ເພີ່ມທະວີປະສິດທິຜົນການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສອງປະເທດ, ເຮັດໃຫ້ເນື້ອໃນສາຍພົວພັນ “ການຜູກພັນຍຸດທະສາດ” ທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນເດືອນທັນວາ ປີ 2025 ມີຄວາມເລິກເຊິ່ງຍິ່ງຂຶ້ນ.

ໂດຍມີຄວາມເຫັນພ້ອມກັບບັນດາການຕີລາຄາ ຂອງທັກລັດຖະມົນຕີ ຮວ່າງແທັງຕຸ່ງ, ທ່ານລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ໄດ້ຢືນຢັນວ່າ ກະຊວງຍຸຕິທຳລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຕີລາຄາສູງຕໍ່ກັບການສະໜັບສະໜູນຊ່ວຍເຫຼືອທີ່ມີປະສິດທິຜົນ ຂອງກະຊວງຍຸຕິທຳ ຫວຽດນາມ ຕະຫຼອດໄລຍະເວລາຜ່ານມາ; ພ້ອມທັງເນັ້ນໜັກເຖິງຄວາມໝາຍຂອງກົນໄກກອງປະຊຸມແນວຊາຍແດນ ພາຍໃດການເພີ່ມທະວີສາຍພົວພັນການຮ່ວມມື ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ, ປະກອບສ່ວນຮັດແໜ້ນສາຍພົວພັນຄວາມສາມັກຄີອັນພິເສດ ຫວຽດນາມ - ລາວ.

ຍູ້ແຮງການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳພາຍໃດໄລຍະໃໝ່

ພາຍຫຼັງພິທີເປີດ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຫງວຽນແທັງຕິ້ງ (Nguyễn Thanh Tịnh) ແລະ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳລາວ ສີສູດາ ໂສພາວັນດີ ໄດ້ຮ່ວມກັນເປັນປະທານວາລະສົນທະນາ. ສອງຝ່າຍໄດ້ນຳສະເໜີບົດປະກອບຄຳເຫັນ, ແລກປ່ຽນກ່ຽວກັບບັນດາຂົງເຂດທະບຽນຄອບຄົວ, ສັນຊາດ, ການເຜີຍແຜ່ສຶກສາອົບຮົມກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ, ການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານຍຸຕິທຳທາງແພ່ງ, ການອົບຮົມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານກົດໝາຍ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ກ່າວປາໄສຢູ່ພາຍໃດກອງປະຊຸມ. (ພາບ: baophapluat.vn)

ກອງປະຊຸມຍັງໄດ້ຮັບຮູ້ຫຼາຍຜົນສຳເລັດໃນແງ່ດີພາຍໃດໄລຍະເວລາຜ່ານມາ. ຢູ່ຂັ້ນສູນກາງ, ສອງກະຊວງຍຸຕິທຳ ຍັງຄົງສືບຕໍ່ຮັກສາຢ່າງມີປະສິດທິຜົນ ບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ, ການເຈລະຈາ, ການລົງນາມ ແລະ ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງການຮ່ວມມື; ປະສານງານກັນກໍ່ສ້າງ ແລະ ຈັດຕັ້ງປະຕິບັດບັນດາຂັ້ນຕອນຊຸກຍູ້ ໂຄງການສະໜັບສະໜູນຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ແກ່ ກະຊວງຍຸຕິທຳລາວ ວ່າດ້ວຍການຍົກສູງສະມັດຖະພາບວຽກງານກົດໝາຍ ໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ; ເພີ່ມທະວີການຮ່ວມມືພາຍໃດການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານຍຸຕິທຳທາງແພ່ງ, ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ, ການອົບຮົມບຳລຸງສ້າງພະນັກງານ, ການເຜີຍແຜ່ສຶກສາອົບຮົມກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍ.

ຢູ່ຂັ້ນທ້ອງຖິ່ນ, ບັນດາພະແນກຍຸຕິທຳ, ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ ຂອງບັນດາແຂວງ, ນະຄອນ ຂອງສອງປະເທດ ຍັງຄົງສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ, ປະສານງານກັນແກ້ໄຂບັນດາບັນຫາທາງດ້ານກົດໝາຍທີ່ເກີດຂຶ້ນຢູ່ເຂດຊາຍແດນ, ປະກອບສ່ວນຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃຫ້ດີຍິ່ງຂຶ້ນ ກໍຄືການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.

ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ມີຄວາມຕັ້ງເອກະພາບກັນ ຕໍ່ກັບຫຼາກຫຼາຍທິດທາງການຮ່ວມມືອັນສຳຄັນພາຍໃດໄລຍະຕໍ່ໜ້າ, ໂດຍສຸມໃສ່ວຽກງານການຜັນຂະຫຍາຍ ບົດບັນທຶກຂໍ້ຕົກລົງການຮ່ວມມືໄລຍະປີ 2026-2030 ຢ່າງມີປະສິດທິຜົນ; ຊຸກຍູ້ການອະນຸມັດ ແລະ ຜັນຂະຫຍາຍໂຄງການສະໜັບສະໜູນຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ແກ່ ກະຊວງຍຸຕິທຳລາວ; ເພີ່ມທະວີການແບ່ງປັນບົດຮຽນປະສົບການພາຍໃດການສ້າງ ແລະ ປັບປຸງບູລະນະກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຫັນປ່ຽນເປັນດິຈິຕອນ ແລະ ການອົບຮົມບຳລຸງສ້າງພະນັກງານ; ສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ ກົນໄກກອງປະຊຸມແນວຊາຍແດນ; ເພີ່ມທະວີວຽກງານການເຜີຍແຜ່, ສຶກສາອົບຮົມກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ປະຊາຊົນເຂດຊາຍແດນ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຮ່ວມຖ່າຍພາບທີ່ລະລຶກ. (ພາບ: baophapluat.vn)

ສອງຝ່າຍໄດ້ມີຄວາມຕັ້ງເອກະພາບກັນ ທີ່ຈະສະໜັບສະໜູນເຊິ່ງກັນແລະກັນ ແລະ ເພີ່ມທະວີການຮ່ວມມື ພາຍໃດບັນດາກົນໄກການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ພາຍໃດຂອບເຂດອາຊຽນ (ASEAN), ພ້ອມທັງມຸ່ງໜ້າສູ່ການຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ຂອງສອງຝ່າຍພາຍໃດປີ 2027. ອັນສະເພາະແມ່ນ: ຄົບຮອບ 45 ປີ ແຫ່ງສາຍພົວພັນການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ (1987-2027), ຄົບຮອບ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການຕ່າງປະເທດ ຫວຽดນາມ - ລາວ (1962-2027) ແລະ ຄົບຮອບ 50 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (1977-2027).

ສອງຝ່າຍໄດ້ເອກະພາບກັນ ຈະຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 8 ຢູ່ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພາຍໃດປີ 2028.

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ

ຍສໝ - ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນແມ້ງເກືອງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (AFF 2026) ຈະເປັນເວທີເປີດກວ້າງໃຫ້ແກ່ບັນດາຜູ້ນຳ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ພ້ອມດ້ວຍບັນດາຄູ່ຮ່ວມມື ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂ ແນໃສ່ຮັດແໜ້ນບົດບາດສູນກາງຂອງອາຊຽນ, ເພີ່ມທະວີຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາໂດຍເອົາປະຊາຊົນເປັນສູນກາງ ທາມກາງສະພາບແວດລ້ອມພາກພື້ນ ແລະ ທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ