| ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ | |
| ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່ |
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະ ແລະ ແລກປ່ຽນຄຳເຫັນຮ່ວມກັບ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ (ພັກກິດປະຊາຊົນ - PAP) ສິງກະໂປ, ອະດີດນາຍົກລັດຖະມົນຕີ ສິງກະໂປ ລີຊຽນລຸງ. (ພາບ: Thong Nhat/TTXVN) |
ຕາມການລາຍງານຂອງພິເສດສະກິດສຳນັກຂ່າວສານຫວຽດນາມ (TTXVN), ໃນຕອນຄ່ຳຂອງມື້ວັນທີ 30 ພຶດສະພາ, ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ສິງກະໂປ ຢ່າງເປັນທາງການໃນລະດັບລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນຄຳເຫັນຮ່ວມກັບ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ (ພັກກິດປະຊາຊົນ) ສິງກະໂປ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ.
ເຂົ້າຮ່ວມພາຍໃນວາລະການຕ້ອນຮັບຄັ້ງນີ້ ຍັງມີທ່ານ Teo Chee Hean, ປະທານ Temasek Holdings, ທັງເປັນທີ່ປຶກສາອາວຸໂສ ຫ້ອງວ່າການນາຍົກລັດຖະມົນຕີ ສິງກະໂປ, ອະດີດຮອງນາຍົກລັດຖະມົນຕີ ສິງກະໂປ.
ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ ສິງກະໂປ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ ສະແດງຄວາມປືຕິຍິນດີທີ່ໄດ້ກັບມາພົບກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ອີກຄັ້ງ; ພ້ອມທັງຕີລາຄາສູງຕໍ່ກັບເນື້ອໃນບົດກ່າວປາໄສນຳພາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La, ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິໄສທັດ, ຄວາມຮັບຜິດຊອບອັນສູງສົ່ງ ຕໍ່ກັບບັນດາບັນຫາລວມຂອງພາກພື້ນ, ປະກອບສ່ວນເປີດກວ້າງຈິນຕະນາການຊຸດໃໝ່ ພາຍໃນການຄຸ້ມຄອງວິກິດການ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ກັບບັນດາຜົນສຳເລັດອັນພົ້ນເດັ່ນໃນການພັດທະນາ ຂອງສິງກະໂປ, ໂດຍສາມາດຮັກສາທີ່ຕັ້ງການເປັນສູນກາງທາງດ້ານການເງິນ, ເຕັກໂນໂລຊີ ແລະ ການຫັນປ່ຽນໃໝ່ປະດິດສ້າງ ຊັ້ນນຳຂອງພາກພື້ນ ກໍຄືຂອງໂລກ, ຕະຫຼອດຮອດການປັບຕົວຢ່າງມີຄວາມຢືດຢຸ່ນ ຕໍ່ໜ້າບັນດາການຜັນແປຂອງສະພາບແວດລ້ອມສາກົນ; ພ້ອມທັງສະແດງຄວາມເຄົາລົບ ແລະ ຍົກຍ້ອງຕໍ່ກັບບັນດາການປະກອບສ່ວນອັນສຳຄັນຍິ່ງ ຂອງອະດີດນາຍົກລັດຖະມົນຕີ ລີກວນຢູ ແລະ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ ຕໍ່ກັບຂະບວນການກໍ່ສ້າງ, ພັດທະນາ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ຕະຫຼອດໄລຍະເວລາຫຼາຍທົດສະວັດທີ່ຜ່ານມາ, ມີສ່ວນຊ່ວຍຊຸກຍູ້ໃຫ້ສາຍພົວພັນ ຫວຽດນາມ - ສິງກະໂປ ກາຍເປັນໜຶ່ງໃນແບບຢ່າງແຫ່ງການຮ່ວມມື ທີ່ມີຄວາມຕັ້ງໜ້າ ແລະ ມີປະສິດທິຜົນຊັ້ນນຳ ພາຍໃນອາຊຽນ.
ໂດຍມີຄວາມພາກພູມໃຈ ຕໍ່ກັບການຂະຫຍາຍຕົວໄປໃນທິດທາງຕັ້ງໜ້າ, ແທ້ຈິງ ແລະ ມີປະສິດທິຜົນ ພາຍໃນທຸກຂົງເຂດການຮ່ວມມືລະຫວ່າງສອງປະເທດ ໃນໄລຍະເວລາໜຶ່ງປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ອະດີດນາຍົກລັດຖະມົນຕີ ລີຊຽນລຸງ ໄດ້ຮ່ວມກັນແລກປ່ຽນຄຳເຫັນ ກ່ຽວກັບບາງທິດທາງ ເພື່ອແນໃສ່ຮັດແໜ້ນສາຍພົວພັນຂອງສອງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກ ພາຍໃຕ້ໄລຍະແຫ່ງການພັດທະນາຊຸດໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມີຄຳສະເໜີໃຫ້ ສິງກະໂປ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ສະໜັບສະໜູນ ຫວຽດນາມ ພາຍໃນບັນດາຂົງເຂດການຝຶກອົບຮົມພະນັກງານ, ແບ່ງປັນປະສົບການກ່ຽວກັບການປະຕິຮູບການບໍລິຫານ, ຍົກສູງຂີດຄວາມສາມາດ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນ ຂອງກົນໄກກົມກອງລັດ ພ້ອມທັງປັບປຸງບູລະນະນະໂຍບາຍ, ກົນໄກພາຍໃນບັນດາຂົງເຂດການພັດທະນາຊຸດໃໝ່.
ທ່ານ ລີຊຽນລຸງ ຕີລາຄາສູງຕໍ່ກັບການສ້າງຕັ້ງກົນໄກການໂອ້ລົມສົນທະນາທາງດ້ານຍຸດທະສາດ ລະຫວ່າງພັກກິດປະຊາຊົນ ສິງກະໂປ ແລະ ພັກກອມມູນິດຫວຽດນາມ, ໂດຍຢັ້ງຢືນວ່າ ພາຍໃຕ້ຕຳແໜ່ງໜ້າທີ່ການເປັນທີ່ປຶກສາອາວຸໂສ ຂອງພັກກິດປະຊາຊົນ ສິງກະໂປ ຈະສືບຕໍ່ໃຫ້ການສະໜັບສະໜູນ ຍູ້ແຮງສາຍພົວພັນການຮ່ວມມືລະຫວ່າງສອງພັກ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາແຜນງານການຮ່ວມມືອັນສຳຄັນ ລະຫວ່າງສອງປະເທດ.
ທ່ານເລຂາທិການໃຫຍ່, ປະທານປະເທດ ໂຕເລິມ ແລະ ອະດີດນາຍົກລັດຖະມົນຕີ ລີຊຽນລຸງ ໄດ້ມີຄວາມເຫັນພ້ອມເປັນເອກະພາບຮ່ວມກັນວ່າ ພາຍໃຕ້ບໍລິບົດສະພາບການທົ່ວໂລກທີ່ມີການຜັນແປຢ່າງສັບສົນ, ສອງປະເທດຈຳເປັນຕ້ອງເພີ່ມທະວີການປະສານງານຢ່າງແໜ້ນແຟ້ນກວ່າເກົ່າ, ເພື່ອຄວາມກ້າວໜ້າພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ພາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
| ຍົກລະດັບສາຍພົວພັນ ຫວຽດນາມ - ສິງກະໂປ ແລະ ຖານະບົດບາດຂອງ ຫວຽດນາມ ໃນເວທີສາກົນ ຍສໝ - ເນື່ອງໃນໂອກາດທີ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ພັນລະຍາ ຈະເດືອນທາງໄປຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ເຂົ້າຮ່ວມ, ກ່າວປາໄສໃນກອງປະຊຸມເວທີປາໄສການສົນທະນາ Shangri-La Dialogue, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສິງກະໂປ ໄດ້ມີການຮ່ວມແລກປ່ຽນກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ... |
| ເວທີປາໄສອະນາຄົດ ອາຊຽນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ກຳນົດອະນາຄົດແຫ່ງການພັດທະນາຂອງ ອາຊຽນ ຍສໝ - ເມື່ອ 2 ປີກ່ອນ, ວັນທີ 23 ເມສາ 2024, ເວທີປາໄສອະນາຄົດ ອາຊຽນ 2024 ໄດ້ຖືກຈັດຂຶ້ນເປັນຄັ້ງທຳອິດຢ່າງສຳເລັດຜົນຢູ່ ຫວຽດນາມ (VietNam). ເວທີປາໄສນີ້ແມ່ນຂໍ້ລິເລີ່ມທີ່ສະເໜີໂດຍ ຫວຽດນາມ, ທັງເປັນເວທີປາໄສທຳອິດທີ່ມີເປົ້າໝາຍຫຼັກແມ່ນ ອາຊຽນ, ຈັດຂຶ້ນສະເພາະໃຫ້ແກ່ ອາຊຽນ, ເປັນຂອງ ອາຊຽນ, ເພື່ອ ອາຊຽນ ... |
