ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021

08:57 | 06/04/2021

ຍສໝ - ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ໄດ້ສາບານຕົວວ່າ: "ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ”.

ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ
ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ
ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່. ພາບ:Vietnamnet

ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ 2021, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.

ມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໂດຍທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ ກ່າວປາໄສ, ມະຕິ: ເລືອກຕັ້ງສະຫາຍ ຟ້າມມີງຈິງ, ກຳມະການກົມການເມືອງສະໄໝທີ XIII, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ XIV ໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ອາຍຸການ 2016-2021.

ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຮັບຟັງທ່ານ ເຈິ່ນແທງເໝິນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ໃນນາມຕາງໜ້າກໍາມາທິການສະພາແຫ່ງຊາດ, ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນຂອງການປຶກສາຫາລືກ່ຽວກັບການຄາດຄະເນບຸກຄະລາກອນ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ.

ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ໄດ້ສາບານຕົວວ່າ: "ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.”

ກ່າວຄຳເຫັນພາຍຫຼັງພິທີສາບານຕົວ, ທ່ານ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ເລື່ອງສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປະເທດແຫ່ງສສ.ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງກໍ່ແມ່ນພາລະບົດບາດທີ່ໜັກໜ່ວງເຊິ່ງພັກ, ລັດ ແລະ ປະຊາຊົນເຊື່ອໝັ້ນມອບໝາຍໃຫ້.

ຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງຂອງນາຍົກລັດຖະມົນຕີ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ໄດ້ມອບຊໍ່ດອກໄມ້ຊົມເຊີຍທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ.

ທ່ານຟ້າມມິງຈິງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານ ທ່ານ ຟ້າມມີງຈິງ ແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.

ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ

ວັນທີ 22 ມີນາ 2021, ທ່ານນາງ ດັ້ງ ທິ ຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມ ເຊີຍ ເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນດັ່ງນີ້:

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ

ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ...

ຫວຽດນາມ: ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ຫວຽດນາມ: ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ

ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020.

ໄຊພອນ

ເຫດການ
302 Found

Found

The document has moved here.