ອີຕາລີ ແລະ ຍີ່ປຸ່ນ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ

11:22 | 17/06/2026

ຍສໝ - ວັນທີ 15 ມິຖຸນາ, ຢູ່ທີ່ Rome, ທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni ໄດ້ດຳເນີນວາລະເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi, ໂດຍໄດ້ຢືນຢັນເຖິງຄວາມມຸ່ງໝັ້ນທີ່ຈະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພາຍໃດຫຼາກຫຼາຍຂົງເຂດ, ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ອີຕາລີ - ຍີ່ປຸ່ນ ຄົບຮອບ 160 ປີ (1866-2026).

ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ

ອີງຕາມບົດລາຍງານຂອງນັກຂ່າວ TTXVN ປະຈຳ Rome ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເດີນທາງມາເຖິງ ປະເທດ ອີຕາລີ ພາຍໃດໄລຍະແຫ່ງການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 7 ປະເທດອຸດສາຫະກຳຊັ້ນນຳຂອງໂລກ (G7) ຢູ່ທີ່ ປະເທດ ຝຣັ່ງ. ວາລະພົບປະດັ່ງກ່າວແມ່ນດຳເນີນໄປພາຍໃດສະພາບການທີ່ ປະເທດ ອີຕາລີ ແລະ ປະເທດ ຍີ່ປຸ່ນ ພວມເພີ່ມທະວີການປະସານງານຮ່ວມກັນ ແນໃສ່ຮັບມືກັບບັນດາສິ່ງທ້າທາຍທາງດ້ານຄວາມໝັ້ນຄົງ ແລະ ເເສດຖະກິດທົ່ວໂລກ.

ອີຕາລີ ແລະ ຍີ່ປຸ່ນ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ
ທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni ກ່າວປາໄສຢູ່ພາຍໃດວາລະຖະແຫຼງຂ່າວ ຢູ່ທີ່ນະຄອນຫຼວງ ໂຣມ. (ພາບ: TTXVN)

ຢູ່ພາຍໃດວາລະເຈລະຈາ, ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ, ເປັນພິເສດແມ່ນໂດຍຜ່ານແຜນງານການພັດທະນາເຮືອບິນຮົບຍຸກໃໝ່ GCAP ເຊິ່ງ ປະເທດ ອີຕາລີ ແລະ ປະເທດ ຍີ່ປຸ່ນ ພວມຜັນຂະຫຍາຍຮ່ວມກັບ ປະເທດ ອັງກິດ. ໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບການຖືວ່າເປັນເສົາຄ້ຳໜຶ່ງພາຍໃດຍຸດທະສາດການເພີ່ມທະວີສະມັດຖະພາບດ້ານການປ້ອງກັນຊາດ ແລະ ເປີດກວ້າງການຮ່ວມມືດ້ານຄວາມໝັ້ນຄົງ ລະຫວ່າງ ບັນດາຄູ່ຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນຢູ່ເອີຣົບ ກໍຄືເຂດມະຫາສະໝຸດອິນເດຍ - ປາຊີຟິກ.

ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນທີ່ຈະເປີດກວ້າງການຮ່ວມມືພາຍໃດບັນດາຂົງເຂດຄວາມໝັ້ນຄົງທາງດ້ານເສດຖະກິດ, ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ທາງທະເລ, ເຕັກໂນໂລຊີສູງ ກໍຄືອະວະກາດ. ພາຍໃດນັ້ນ, ປະເທດ ອີຕາລີ ແລະ ປະເທດ ຍີ່ປຸ່ນ ຈະຊຸກຍູ້ການເຈລະຈາລະຫວ່າງລັດຖະບານກ່ຽວກັບອະວະກາດ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການອະວະກາດ ແລະ ບັນດາກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຊີສູງ ຂອງສອງປະເທດ.

ໃນປັດຈຸບັນ, ປະເທດ ຍີ່ປຸ່ນ ແມ່ນຄູ່ຮ່ວມຄ້າໃຫຍ່ອັນດັບສາມຂອງ ປະເທດ ອີຕາລີ ຢູ່ພາກພື້ນອາຊີ. ພາຍໃດປີ 2025, ມູນຄ່າການຄ້າທະວິພາຄີບັນລຸໄດ້ 12,3 ຕື້ເອີໂຣ, ເທົ່າກັບ 14,2 ຕື້ USD; ພາຍໃດນັ້ນ ປະເທດ ອີຕາລີ ບັນທຶກໄດ້ລະດັບການເກີນດຸນການຄ້າ 4,4 ຕື້ເອີໂຣ.

ມຸ່ງໜ້າສູ່ບັນດາກອງປະຊຸມສຸດຍອດ G7 ແລະ G20 ທີ່ພວມຈະມາເຖິງນີ້, ການນຳ ອີຕາລີ ແລະ ຍີ່ປຸ່ນ ໄດ້ຮ່ວມກັນຢືນຢັນຄືນໃໝ່ກ່ຽວກັບຄຳໝັ້ນສັນຍາທີ່ຈະປະສານງານກັນ ແນໃສ່ຫຼຸດຜ່ອນຄວາມສ່ຽງຈາກການຢຸດສະງັກຂອງຕ່ອງໂສ້ອຸປະທານວັດຖຸດິບຍຸດທະສາດ, ໃນຂະນະດຽວກັນ ກໍສະໜັບສະໜູນບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ ຢູເຄຣນ ກໍຄືພາກພື້ນຕາເວັນອອກກາງ.

ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ

ຍສໝ - ທ່ານປະທານສະພາຕ່ຳ ອີຕາລີ Lorenzo Fontana ຢືນຢັນ ຈະຂົນຂວາຍສະພາແຫ່ງຊາດບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫລືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

ຍສໝ -​ ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ