ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ

10:31 | 13/04/2021

ວັນທີ 5 ເມສາ 2021, ສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 14 ໄດ້ເລືອກຕັ້ງ ທ່ານ ຟ້າມມິງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ຕາມສື່ມວນຊົນ ແລະ ຄວາມຄິດເຫັນຂອງປະຊາຊົນ, ທ່ານ ຟ້າມມິງຈິງ ເປັນຜູ້ນຳຍຶດໝັ້ນແນວຄວາມຄິດ ແລະ ວິໄສທັດຍຸດທະສາດ. ຄຸນລັກສະນະດັ່ງກ່າວ ຂອງນາຍົກລັດຖະມົນຕີຄົນໃໝ່ ສສ ຫວຽດນາມ ແມ່ນໜຶ່ງໃນບັນດາປັດໄຈ ເພື່ອສ້າງການປ່ຽນແປງໃໝ່, ຊ່ວຍໃຫ້ແຂວງ ກວາງນິງ ເຂົ້າສູ່ເສັ້ນທາງພັດທະນາໃໝ່ໃນເວລາທ່ານເປັນ ເລຂາຄະນະບໍລິຫານງານ ພັກແຂວງກວາງນິງ ໄລຍະແຕ່ປີ 2011 ຫາ 2015.

ຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບ ສສ ຫວຽດນາມ ຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບ ສສ ຫວຽດນາມ
ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021 ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ

ໃນເວລາປະຕິບັດໜ້າທີ່ ເປັນຜູ້ນຳພາສູງສຸດຂອງ ແຂວງກວາງນິງ ແລະ ດ້ວຍຄວາມຕັດສິນໃຈ, ປະສົບການຕົວຈິງ, ມີວິໄສທັດທີ່ດີເດັ່ນ ແລະ ມີແນວຄິດເບິ່ງກວ້າງເຫັນໄກ, ທ່ານໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ນັບແຕ່ສູນກາງຫາ ທ້ອງຖິ່ນ ແລະ ປະຊາຊົນແຂວງກວາງນິງ ເພື່ອກໍ່ສ້າງ ແລະພັດທະນາແຂວງ ຫັນໄປຕາມທິດພັດທະນາໃໝ່. ໂດຍອີງໃສ່ທ່າແຮງເປັນ “ມໍລະດົກທຳມະຊາດ ທີ່ນຳໜ້າຂອງໂລກ” ເພື່ອເຮັດໃຫ້ແຂວງກວາງນິງ ກາຍເປັນແຂວງ ທີ່ກ້າວໜ້າ ແລະ ເຂົ້າສູ່ລະດັບສາກົນ. ດ້ວຍບັນດາທ່າແຮງທີ່ມີ ໃນໄລຍະຜ່ານມາ ແຂວງກວາງນິງ ບໍ່ໄດ້ຮັບການສົ່ງເສີມ ຍ້ອນຂາດກົນໄກ ທີ່ເໝາະສົມ, ຂາດພື້ນທີ່ເພື່ອຫັນເປັນແຫລ່ງ ພັດທະນາຊັບພະຍາກອນ ທີ່ທັນສະໄໝ, ທ່ານໄດ້ຕັດສິນໃຈ ຢ່າງເດັດຂາດ ໂດຍການສ້າງສະພາບແວດລ້ອມ ການລົງທຶນທີ່ເປັນມິດ ແລະ ໂປ່ງໃສ, ສະໜັບສະໜູນທຸລະກິດ, ຊຸກຍູ້ການພັດທະນາ, ເປີດໂອກາດທີ່ດີໃຫ້ນັກລົງທຶນ, ໂດຍສະເພາະແມ່ນຜູ້ທີ່ມີຄວາມສາມາດ, ຍຶດໝັ້ນຄຳໝັ້ນ ສັນຍາຂອງຕົນ, ມີຄວາມພະຍາຍາມດຶງດູດ ນັກລົງທຶນ ຢ່າງຫລວງຫລາຍໃນໄລຍະ 2011-2015, ແຂວງກວາງນິງ ກາຍເປັນແຂວງທີ່ໜ້າເຊື່ອຖື ໃນການປະຕິບັດຄຳໝັ້ນສັນຍາ ຕໍ່ປະຊາຊົນ ແລະ ນັກລົງທຶນ.

ເພື່ອສ້າງແຂວງກວາງນິງ ພັດທະນາໄປຕາມຍຸດທະສາດ ທ່ານໄດ້ເນັ້ນໜັກເຖິງຮູບພາບ “ກວາງນິງແມ່ນ ພາບຈຳລອງ ຂອງຫວຽດນາມ” ແລະ ຫັນປ່ຽນຮູບແບບ ເສດຖະກິດມາເປັນ “ສີຂຽວ”. ອັນສະແດງໃຫ້ເຫັນວິໄສທັດ ແລະ ຄວາມປາຖະໜາ ຂອງການພັດທະນາຢ່າງແທ້ຈິງ. ບໍ່ພຽງແຕ່ແຂວງກວາງນິງເທົ່ານັ້ນ, ທ່ານໄດ້ນຳພາ ແຂວງກວາງນິງ ປະຕິບັດນະໂຍບາຍ “ເອົາການລົງທຶນຂອງລັດເປັນແບບເພື່ອ ນຳພາການລົງທຶນອື່ນໆ”, ໂດຍແມ່ນຂໍ້ລິເລີ່ມ ເພື່ອກໍ່ສ້າງ ເສັ້ນທາງດ່ວນ ຮາລອງ-ຫາຍຟອງ, ສັ້ນລົງ 50 ກິໂລແມັດ, ຈາກຮາລອງໄປຫາ ສະໜາມບິນກາດບີ ແລະ ເຊື່ອມຕໍ່ເສັ້ນທາງຫລວງ 5B ຫາຍຟອງ-ຮ່າໂນ້ຍ ສ້າງການເຊື່ອມຕໍ່ການພັດທະນາ ບໍ່ພຽງແຕ່ສໍາລັບກວາງນິງ ເທົ່ານັ້ນ. ເພື່ອກໍ່ສ້າງເສັ້ນທາງນີ້, ກວາງນິງ ໄດ້ຊະນະແນວຄິດເກົ່າ, ຍຶດໝັ້ນເສັ້ນທາງ ເດີມຍາວກວ່າເສັ້ນທາງເກົ່າສາມເທົ່າ, ແກ້ໄຂສະພາບການຂອງທ້ອງຖິ່ນ, ຄວາມຂັດແຍ່ງດ້ານຜົນປະໂຫຍດ ແລະ ຄວາມຫຍຸ້ງຍາກໃນແຫລ່ງທຶນ. ຖະໜົນເສັ້ນນີ້ເຊື່ອມຕໍ່ ກັບເມືອງຫາຍຟອງ, ເພີ່ມແຮງຈູງໃຈໃນການພັດທະນາ ສຳລັບຫາຍຟອງ, ເພີ່ມຈຳນວນພາຫະນະ ທີ່ເຄື່ອນຍ້າຍ ໃນເສັ້ນທາງຫລວງ 5B ເພື່ອຊ່ວຍຫລຸດຜ່ອນ ຕົ້ນທຶນໃຫ້ລັດ.

ພ້ອມນີ້ ເພິ່ນໄດ້ປັບປຸງສັບຊ້ອນກໍ່ສ້າງສູນລວມ ບໍລິຫານລັດ, ປະຕິຮູບກົງຈັກບໍລິຫານ ໂດຍການເສັງທຽບ ລະຫວ່າງ ບັນດາຫົວໜ້າພະແນກ ແລະ ຂະແໜງການ, ດັດປັບແລະ ຫລຸດຜ່ອນພະນັກງານ ທີ່ບໍ່ຈຳເປັນ, ວິທີແກ້ໄຂຂອງເພິ່ນ ເຮັດໃຫ້ກົງຈັກ ອຳນາດການປົກຄອງ ເຄື່ອນໄຫວແບບເປີດເຜີຍ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມ ການຄ້າທີ່ເປີດກວ້າງສຳລັບທຸລະກິດ. ພ້ອມກັນນັ້ນ, ທ່ານກໍ່ສະໜັບສະໜູນ ເພື່ອດຶງດູດ ບັນດາວິສາຫະກິດ ທີ່ມີຄວາມສາມາດມາລົງທຶນ, ແຂວງກວາງນິງ ຕ້ອງກະກຽມຊັບພະຍາກອນ ທີ່ດີໂດຍຜ່ານການ ກໍ່ສ້າງພື້ນຖານໂຄງລ່າງ, ການຝຶກອົບຮົມແຫລ່ງ ຊັບພະຍາກອນມະນຸດ; ກົງກັນຂ້າມ, ຕ້ອງມີນະໂຍບາຍ ເພື່ອດຶງດູດຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ຈາກສະຖານທີ່ອື່ນໆ ຕາມລະບຽບການຂອງການແຂ່ງຂັນ ໃນຕະຫລາດ. ໃນບົດບາດເປັນຫົວໜ້າຄະນະ ຈັດຕັ້ງສູນກາງພັກໄລຍະປີ (2016-2020), ທ່ານ ຟ້າມມິງຈິງ ຍັງມີຫົວຄິດປະດິດສ້າງ ຢ່າງກ້າຫານດ້ວຍນະໂຍບາຍ ປ່ຽນແປງໃໝ່ຫລາຍຢ່າງ.

ຄະນະຈັດຕັ້ງສູນກາງພັກ ແມ່ນອົງການທຳອິດຂອງຫວຽດນາມ ທີ່ດຳເນີນການເສັງທຽບ ສຳລັບຕຳແໜ່ງ ຊັ້ນນຳໃນລະດັບຂັ້ນກົມ ແລະ ພະແນກນັບແຕ່ປີ 2017 ເປັນຕົ້ນມາ. ມາຮອດປັດຈຸບັນ, ຄະນະຈັດຕັ້ງໄດ້ຈັດຕັ້ງ ການສອບເສັງຢ່າງ ປະສົບຜົນສຳເລັດ ແລະ ແຕ່ງຕັ້ງຕຳແໜ່ງຜູ້ນຳ ຫລາຍຕຳແໜ່ງ ໃນລະດັບຂັ້ນກົມ ແລະ ພະແນກ ໂດຍຜ່ານການສອບເສັງ, ການຈັດຕັ້ງວຽກງານ ບຸກຄະລາກອນ ບັນລຸໄດ້ໝາກຜົນຢ່າງຈະແຈ້ງ. ຜູ້ນຳກະຊວງພາຍໃນ ຫວຽດນາມ ກ່າວວ່າ, ການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ຕໍ່ເປົ້າໝາຍການຈັດຕັ້ງ ແລະການຈັດຕັ້ງປະຕິບັດໜ້າທີ່ ຂອງນາຍົກລັດຖະມົນຕີຄົນໃໝ່ ທ່ານ ຟ້າມມິງຈິງ ແມ່ນກຳລັງແຮງຊຸກຍູ້ ໃຫ້ກະຊວງພວກເຮົາ ປະຕິບັດໜ້າທີ່ຂອງຕົນ ຢ່າງມີປະສິດທິຜົນ. ສະພາບຄວາມເປັນຈິງ ສະແດງໃຫ້ເຫັນວ່າ, ໃນການປັບປຸງກົງຈັກພະນັກງານ ທີ່ມີຄວາມຫຍຸ້ງຍາກທີ່ສຸດ, ບັນຫາຍາກ ທີ່ສຸດແມ່ນວ່າ ບໍ່ມີຜູ້ນຳເປັນແກນນຳ, ບໍ່ແມ່ນໃຜກໍ່ຮູ້ວ່ານີ້ ແມ່ນວຽກເພື່ອສ່ວນລວມ, ແມ່ນເປົ້າໝາຍລວມທີ່ຈະເຮັດ. ປະຊາຊົນຫລາຍຄົນ ຍັງຮັກສາແນວຄິດເກົ່າ, ຢ້ານຈະແຕະຕ້ອງ ເຖິງເຄື່ອງຈັກ ແລະ ຄົນ, ສະນັ້ນເຂົາເຈົ້າ ບໍ່ຢາກເຮັດ ຫລື ເຮັດມັນໃນລະດັບປານກາງ ແລະ ບໍ່ມີປະສິດຕິຜົນ.

ສະນັ້ນ, ເພື່ອເຮັດສິ່ງນີ້ ໄດ້ຮຽກຮ້ອງໃຫ້ມີຜູ້ນຳ ທີ່ມີຄວາມກະຕືລືລົ້ນ, ມີຄວາມຮັບຜິດຊອບ ແລະ ກ້າຫານ. ເມື່ອມີຄວາມຕັ້ງໃຈ ເປັນແກນນຳ ຜູ້ສູງສຸດ ຂອງລັດຖະບານ, ມັນຈະສ້າງແຮງ ຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ລະບົບການເມືອງທັງໝົດ. ຄຽງຂ້າງນັ້ນ, ແນວທາງ, ມະຕິຂອງພັກກ່ຽວກັບ ການເສີມຂະຫຍາຍ ພະນັກງານເພດຍິງ, ພະນັກງານໜຸ່ມ, ພະນັກງານ ຊົນເຜົ່າ…ລ້ວນ ແຕ່ສະແດງໃຫ້ເຫັນຕົວເລກ. ນີ້ແມ່ນບັນດາປະສົບ ການທີ່ລ້ຳຄ່າ, ສ້າງຄວາມໄວ້ ເນື້ອເຊື່ອໃຈ ກັບປະຊາຊົນ. ໃນຊຸມປີຕໍ່ໜ້າ, ພາຍໃຕ້ການເປັນນາ ຍົກລັດຖະມົນຕີ ຂອງທ່ານຟ້າມມິງຈີງ, ສສ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສືບຕໍ່ເຕີບໂຕຢ່າງແຂງແຮງ, ດ້ວຍສະພາບແວດລ້ອມ ດ້ານຄວາມໝັ້ນຄົງ ທາງດ້ານການ ເມືອງ ແລະ ສະພາບ ແວດລ້ອມ ແຫ່ງການລົງທຶນເປີດກວ້າງ, ຫວຽດນາມ ຈະແມ່ນຈຸດນັດພົບ ທີ່ດຶງດູດສຳລັບບັນດາ ນັກລົງທຶນຕ່າງປະເທດ.

“ອາຊຽນ ໃນໃຈຂອງພວກເຮົາ” - ຫົວຂໍ້ໃໝ່ໃນງານວາງສະແດງຮູບພາບ ແລະ ຮູບເງົາທີ່ແຂວງບິ່ງເຟືອກ ສສ.ຫວຽດນາມ “ອາຊຽນ ໃນໃຈຂອງພວກເຮົາ” - ຫົວຂໍ້ໃໝ່ໃນງານວາງສະແດງຮູບພາບ ແລະ ຮູບເງົາທີ່ແຂວງບິ່ງເຟືອກ ສສ.ຫວຽດນາມ

ຍສໝ - ຈຸດປະສົງຂອງງານວາງສະແດງຮູບພາບ ແລະ ຮູບເງົາ ໃນຄັ້ງນີ້ແມ່ນເພື່ອນຳມາສູ່ປະຊາຊົນຫວຽດນາມເວົ້າລວມ ແລະຊາວບິ່ງເຟືອກເວົ້າສະເພາະກ່ຽວກັບຄວາມງາມຂອງປະເທດ ແລະ ຜູ້ຄົນໃນປະຊາຄົມອາຊຽນ. ພ້ອມດຽວກັນນັ້ນກໍ່ເວົ້າເຖິງການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນຊຸມຊົນອາຊຽນ.

VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

ສະຖານີວິທະຍຸ ແລະ ໂທລະພາບແຂວງໄຊສົມບູນ ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ສ້າງສຳເລັດແລ້ວ 70% ສະຖານີວິທະຍຸ ແລະ ໂທລະພາບແຂວງໄຊສົມບູນ ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ສ້າງສຳເລັດແລ້ວ 70%

ສະຖານີວິທະຍຸໂທລະພາບນີ້ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ 118 ຕື້ດົງ, ໃນນີ້ລັດຖະ ບານລາວສົມທົບທຶນ 1,8 ຕື້ກີບໂດຍບໍລິສັດໂກເອໂກຫວຽດນາມຮັບເໝົາກໍ່ສ້າງແຕ່ເດືອນກຸມພາເປັນຕົ້ນມາ.

ຂປລ

ເຫດການ
302 Found

Found

The document has moved here.