Petrovietnam ບັ​ນ​ລຸ​ລາຍ​ຮັບ​ສູງ​ກ່​ວາ 24 ຕື້ USD

14:00 | 12/01/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ, ຕາງ​ໜ້າ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ການ​ນຳ, ພະ​ນັກ​ງານ, ກຳ​ມະ​ກອນ Petrovietnam ທຸກ​ຄົນ ກ່ຽວ​ກັບ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ອາດ​ເວົ້າ​ໄດ້​ວ່າ, ປີ 2020 ແມ່ນ​ປີ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ອາ​ຍຸ​ການ 5 ປີ 2016 – 2020, ໃນ​ນັ້ນ ໄດ້​ປະ​ກອບ​ສ່ວນ​ໂດຍ​ກົງ ແລະ ສຳ​ຄັນ ຂອງ Petrovietnam.

VGP ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ກັບ ຫ້ອງ​ວ່າການ​ນະ​ຍົກ​ລັດ​ຖະ​ມົນ​ຕີ ລາວ
ຄະນະຊ່ຽວຊານ ຕ່າງປະເທດ ທີ່ຊ່ວຍຄະ​ນະຮັບ​ຜິດ​ຊອບ ​ສືບ​ສວນ -ສອບ​ສວນ ສາ​ເຫດ​ຄູ​ກັນ​ນ້ຳ​ເຂື່ອນ​ໄຟ​ຟ້າ​ເຊປຽນ -ເຊ​ນ້ຳ​ນ້ອຍ
Petrovietnam ບັ​ນ​ລຸ​ລາຍ​ຮັບ​ສູງ​ກ່​ວາ 24 ຕື້ USD
ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ (ພາບ: Nhandan)

ຕອນ​ບ່າຍ​ວັນ​ທີ 11 ມັງ​ກອນ, ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2020 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2021 ຂ​ອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດ​ນາມ (Petrovietnam). ຕາມ​ການ​ລາຍ​ງານ​ຂອງ​ກຸ່ມ​ບໍ​ລິ​ສັດ, ບາງ​ດັດ​ຊະ​ນີ​ສຳ​ຄັນ​ຂອງ​ກຸ່ມ​ບໍ​ລິ​ສັດ​ໄດ້​ສຳ​ເລັດ​ກ່ອນແຜນ​ການ​​ເປັນ​ວາ​ລາ 19 ວັນ ຫຼື 6 ເດືອນ.

ປະ​ລິ​ມານ​ນ້ຳ​ມັນ​ຂຸດ​ຄົ້ນ​ສຳ​ເລັດ​ຕາມ​ແຜນ​ການ​ປີ ກ່ອນ​ປະ​ມ​ານ 26 ວັນ, ບັນ​ລຸ 11,47 ລ້ານ​ໂຕນ, ເກີນ​ແຜນ​ການ 8%, ໃນ​ນັ້ນ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ຢູ່​ພາຍ​ໃນ​ປະ​ເທດ​ສຳ​ເລັດ​ແຜນ​ການ​ຂອງ​ທົ່ວ​ປີ, ບັນ​ລຸ​ໄດ້ 9,65 ລ້ານ​ໂຕນ. ການ​ຂຸດ​ຄົ້ນ​ນ້ຳ​ມັນ​ຢູ່​ຕ່າງ​ປະ​ເທດ​ສຳ​ເລັດ​ຕາມ​ແຜນ​ການ, ບັນ​ລຸ 1,82 ລ້ານ​ໂຕນ. ປະ​ລິ​ມານ​ຂຸດ​ຄົ້ນ​ອາຍ​ແກັດ​ບັນ​ລຸ 9,16 ຕື້ ແມດກ້ອນ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ, ຕາງ​ໜ້າ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ການ​ນຳ, ພະ​ນັກ​ງານ, ກຳ​ມະ​ກອນ Petrovietnam ທຸກ​ຄົນ ກ່ຽວ​ກັບ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ອາດ​ເວົ້າ​ໄດ້​ວ່າ, ປີ 2020 ແມ່ນ​ປີ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ອາ​ຍຸ​ການ 5 ປີ 2016 – 2020, ໃນ​ນັ້ນ ໄດ້​ປະ​ກອບ​ສ່ວນ​ໂດຍ​ກົງ ແລະ ສຳ​ຄັນ ຂອງ Petrovietnam.

ໃນ​ຂະ​ນະ​ທີ່​ການ​ເຄື່ອນ​ໄຫວ​ຂອງຫຼາຍ​ກຸ່ມ​ບໍ​ລິ​ສັດ,ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ໃນ​ທົ່ວ​ປະ​ເທດ​ຂາດ​ທຶນ​ຂຶ້ນ​ເຖິງຫຼາຍ​ຕື້ USD, ຊ້ຳ​ບໍ່​ໜຳ​ຖືກ​ລົ້ມ​ລະ​ລາຍ, Petrovietnam ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ບັນ​ດາ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ບັນ​ລຸ​ໄດ້​ກຳ​ໄລທີ່​ດີ, ລາຍ​ລະ​ອຽດ​ແມ່ນຍອດ​ລາຍ​ຮັບ​ຂອງ​ກຸ່ມ​ບໍ​ລິ​ສັດ​ບັນ​ລຸ​ໄດ້ 566 ພັນ​ຕື້ ດົ່ງ (ກ່​ວາ 24 ຕື້ USD).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງວ່າ ການ​ນຳ​ກຸ່ມ​ບໍ​ລິ​ສັດ, ອົງຄະ​ນະ​ພັກ​ກຸ່ມ​ບໍ​ລິ​ສັດ ໄດ້​ປະ​ຕິ​ບັດ​ວຽກ​ງານ​ຊີ​ນຳ​ພັກ​, ວຽກ​ງານ​ການ​ເມືອງ, ມີ​ແນວ​ຄິດ ແລະ ການ​ຄວບ​ຄຸມ​ສະ​ມາ​ຊິກ​ພັກ, ການ​ນຳ​ໃນ​ທົ່ວ​ລະ​ບົບ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ສ້າງ​ຄະ​ນະ​ພັກ​ໃຫ້​ເຂັ້ມ​ແຂງ. ກຸ່ມ​ບໍ​ລິ​ສັດ​ໄດ້​ເອົາ​ໃຈ​ໃສ່​ນຳ​ເອົາ​ບັນ​ດາ​ໂຄງ​ການ​ໃໝ່​ເຂົ້າ​ການ​ເຄື່ອນ​ໄຫວ, ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ຜ່ານ​ແຜ່​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19… ໃນ​ສະ​ພາບ​ການ​ຫຍຸ້ງ​ຍາກ​, ປະ​ເທດ​ຫວຽດ​ນາມ​ຍິ່ງ​ເຂັ້ມ​ແຂວງ, ຍິ່ງ​ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ​ຜ່ານ​ຜ່າ​ທຸກ​ສິ່ງ​ທ້າ​ທາຍ.

ຫວຽດ​ນາມ ແລະ ອາ​ເມ​ລິກ​າສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ກາ​ນ​ຄ້າ

ຍ​ສ​ໝ - ຕາມ​ໜັງ​ສື​ພິມ Inside Trade ແລ້ວ, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ ດ້ວຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ. ຈັດ​ວາງ​ພາ​ສີ​ບໍ່​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ທັງ​ຫວຽດ​ນາມ ແລະ ອາ​ເມ​ລິກ​າ​ກໍ່​ຄື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

Gulf Today: ຫວຽດນາມກຳລັງນຳໜ້າ ໃນການເຕີບໂຕຂອງເສດຖະກິດ

ຍ​ສໝ - ຜູ້ອຳນວຍການ WB ປະຈຳຫວຽດນາມເນັ້ນໜັກ ວ່າການຄວບຄຸມໂລກລະບາດຢ່າງສຳເລັດຜົນໄດ້ຊ່ວຍໃຫ້ຫວຽດນາມກວມ​ເອົາ​ໄດ້​ສ່ວນໃຫຍ່​ຕະຫລາດການຄ້າໂລກ ແລະ ການລົງທືນໂດຍກົງຈາກຕ່າງປະເທດ (FDI) ໃນປີ 2020.

ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

ຍ​ສ​ໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.