ຄະນະຊ່ຽວຊານ ຕ່າງປະເທດ ທີ່ຊ່ວຍຄະ​ນະຮັບ​ຜິດ​ຊອບ ​ສືບ​ສວນ -ສອບ​ສວນ ສາ​ເຫດ​ຄູ​ກັນ​ນ້ຳ​ເຂື່ອນ​ໄຟ​ຟ້າ​ເຊປຽນ -ເຊ​ນ້ຳ​ນ້ອຍ

14:00 | 22/08/2018

ຍສໝ - ໃນຕອນເຊົ້າມື້ວານນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ Prof. Dr. Schliess Anton J ຜູ້ຊ່ຽວຊານອາວຸໂສ ທັງເປັນປະທານກິຕິມະສັກ ອົງການເຂື່ອນໃຫຍ່ສາກົນ ICOLD ພ້ອມດ້ວຍຄະນະວິສະວະກອນຕ່າງປະເທດ ໃນໂອກາດເດີນທາງມາຮ່ວມເຮັດວຽກ ກັບຄະນະສືບສວນຫາສາເຫດ ​ຄູ​ກັນ​ນ້ຳຂອງ​ເຂື່ອນ​ໄຟ​ຟ້າ​ເຊປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ພັງ ຕາມຂໍ້ຕົກລົງເລກທີ 54/ນຍ.

ຄະນະຊ່ຽວຊານ ຕ່າງປະເທດ ທີ່ຊ່ວຍຄະ​ນະຮັບ​ຜິດ​ຊອບ ​ສືບ​ສວນ -ສອບ​ສວນ ສາ​ເຫດ​ຄູ​ກັນ​ນ້ຳ​ເຂື່ອນ​ໄຟ​ຟ້າ​ເຊປຽນ -ເຊ​ນ້ຳ​ນ້ອຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕ້ອນຮັບ ທ່ານ Prof. Dr. Schliess Anton J ອົງການເຂື່ອນໃຫຍ່ສາກົນ ICOLD.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມເປັນຄະນະສືບສວນນາໆຊາດ ໃນເຫດການເຂື່ອນແຕກໃນຄັ້ງນີ້, ໂດຍສະເພາະ ແມ່ນການລົງຮວບຮວມ, ເກັບກໍາຂໍ້ມູນທາງ ດ້ານການສຳຫລວດ, ອອກແບບ, ການກໍ່ສ້າງ ແລະ ລົງໄປສຳຫລວດເບິ່ງສະຖານທີ່ເກີດເຫດ ໃນວັນທີ 19-20 ສິງຫາ 2018 ທີ່ຜ່ານມາ.

ໂອກາດດັ່ງກ່າວ, ທ່ານ Prof.Dr.Schliess Anton J ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງສະແດງຄວາມເສຍໃຈ ຕໍ່ຜົນເສຍ ຫາຍ ທີ່ ເກີດຂຶ້ນ ທັງຊີວິດ ແລະ ຊັບສິນຂອງປະຊາຊົນ ເມືອງສະໜາມໄຊ ໃນໄລຍະທີ່ຜ່ານມາ. ຫລັງຈາກນັ້ນ, ກໍໄດ້ລາຍງານໃຫ້ ທ່ານນາຍົກ ລັດຖະມົນຕີ ຮັບຊາບ ການລົງເຮັດວຽກຕົວຈິງ ຮ່ ວມກັບຄະ​ນະຮັບ​ຜິດ​ຊອບ​ສືບ​ສວນ-ສອບ​ສວນ ແລະ ບໍລິສັດທີ່ກ່ຽວຂ້ອງໃນໂຄງການ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມາໄດ້ໄລຍະໜຶ່ງ ເຫັນວ່າມີຄວາມຄືບໜ້າດີພໍສົມຄວນ ແລະ ໄດ້ຮັບການຮ່ວມມືຈາກທຸກ ສໍາລັບການກວດກາ ຂອງຄະນະ ສືບ ສວນ ນາໆ ຊາດ ໃນຄັ້ງນີ້, ຈະໄດ້ເກັບກໍາຂໍ້ມູນລະອຽດ ເປັນຕົ້ນ ຂໍ້ມູນ ແລະ ເຕັກນິກການສໍາຫລວດ, ການປະເມີນ, ການອອກແບບ, ເຊິ່ງ ທ່ານ Prof. Dr. Schliess Anton J ຍັງຈະໄດ້ເອົາຂໍ້ມູນທັງໝົດ ໄປຮ່ວມ ເຮັດ ວຽກ ກັບ ທີມງານອີກ 2 ທ່ານ ທີ່ບໍ່ໄດ້ມາຮ່ວມເກັບກຳຂໍ້ມູນໃນຄັ້ງນີ້. ຄາດວ່າໃນເດືອນຕຸລາ 2018 ນີ້ ຄະນະທັງສາມທ່ານ ພ້ອມດ້ວຍຄະນະວິສະວະກອນ ຂອງຕ່າງປະເທດ ອີກຈຳນວນໜຶ່ງ ຈະໄດ້ມາເບິ່ງພາກສະ ໜາມ ຕົວ ຈິງອີກ ຄັ້ງ ແລະ ພະຍາຍາມສະຫລຸບ ຫາສາເຫດທີ່ແທ້ຈິງ, ເຊິ່ງຄາດວ່າ ຈະໄດ້ຄຳຕອບທີ່ຊັດເຈນເວລາໃນທ້າຍປີ 2018 ຫລື ຕົ້ນປີ 2019 ເປັນຢ່າງຊ້າ.

ຄະນະຊ່ຽວຊານ ຕ່າງປະເທດ ທີ່ຊ່ວຍຄະ​ນະຮັບ​ຜິດ​ຊອບ ​ສືບ​ສວນ -ສອບ​ສວນ ສາ​ເຫດ​ຄູ​ກັນ​ນ້ຳ​ເຂື່ອນ​ໄຟ​ຟ້າ​ເຊປຽນ -ເຊ​ນ້ຳ​ນ້ອຍ

ບັນຍາກາດການຕ້ອນຮັບ.

ທ່ານ Prof. Dr. Sc hliess Anton J ໄດ້ກ່າວວ່າ: ອຸບັດເຫດແມ່ນສາມາດເກີດໄດ້ກັບທຸກຢ່າງ ແລະ ເກີດໄດ້ຢູ່ທຸກປະເທດ ບໍ່ວ່າຈະເປັນປະເທດທີ່ຈະເລີນ ແລະ ມີເຕັກນິກວິຊາການສູງແລ້ວກໍ່ຕາມ ແຕ່ເມື່ອເກີດແລ້ວ ກໍຕ້ອງໄດ້ຊອກຫາສາເຫດໃຫ້ໄດ້ ເພື່ອເປັນບົດຮຽນ ແລະ ວາງມາດຕະການສະກັດກັ້ນບໍ່ໃຫ້ເກີດຂຶ້ນອີກ ເພາະການພັດທະນາໂຄງການເຂື່ອນໄຟຟ້າ ເປັນສິ່ງທີ່ດີຕໍ່ຄວາມຈະເລີນຮຸ່ງເຮືອງຂອງປະເທດ, ທັງເປັນແຫລ່ງພະລັງງານທີ່ ສະອາດ ແລະ ສັງຄົມມະນຸດ ຍັງຕ້ອງການພະລັງງນ.

ໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ Prof. Dr. Schliess Anton J ທີ່ໄດ້ໃຫ້ຂໍ້ມູນສໍາຄັນ ແລະ ເປັນປະໂຫຍດ ເພື່ອເຮັດໃຫ້ການ​ສືບ​ສວນ-ສອບ​ສວນ ໃນຄັ້ງນີ້ິ ມີປະສິດທິຜົນ, ໂປ່ງໃສ, ຍຸຕິທຳ ແລະ ທັນເວລາ. ພ້ອມດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກໃຫ້ຄະນະຊ່ຽວຊານຕ່າງປະເທດ ສືບຕໍ່ປະສານສົມທົບກັບຄະນະສືບສວນ-ສອບສວນຂອງຝ່າຍ ສປປ ລາວ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິ ບັດວຽກງານ ການ​ສືບ​ສວນ-ສອບ​ສວນ ສາ​ເຫດ​ຄູ​ກັນ​ນ້ຳຂອງ​ເຂື່ອນ​ໄຟ​ຟ້າ​ເຊປຽນ-ເຊ​ນ້ຳ​ນ້ອຍ ​ ແຕກ​ພັງ ລວມທັງ ບັນດາເຂື່ອນທີ່ສ້າງແລ້ວ ແລະ ກຳລັງດຳເນີນການກໍ່ສ້າງ ຢູ່ ສປປ ລາວ ມີຜົນສຳເລັດຕາມແຜນ ການ ທີ່ ວາງໄວ້.

ກ່ອນໜ້ານັ້ນ ທີ່ກອງປະຊຸມ ສະໄໝສາມັນປະຈຳເດີືອນສິງຫາ 2018 ທີ່ຜ່ານມາ ລັດຖະບານໄດ້ ຕົກລົງແຕ່ງຕັ້ງ ຄະນະສືບສວນ-ສອບສວນ ຄະນະໜຶ່ງຂຶ້ນ ໂດຍມອບໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນຫົວໜ້າຄະນະ. ຄະນະຮັບຜິດຊອບສືບສວນ-ສອບສວນ ສາມາດຮັບເອົາການຊ່ວຍເຫລືອ ທາງດ້ານການເງິນ, ເຕັກນິກ ແລະ ຊ່ຽວຊານ ຈາກຕ່າງປະເທດ ທີ່ມີມາດຕະຖານສາກົນ ມາຊ່ວຍພິສູດ, ກວດກາທາງດ້ານເຕັກນິກ, ຊອກໃຫ້ເຫັນສາເຫດ ທີ່ພາໃຫ້ມີການແຕກຂອງເຂື່ອນ ແລະ ສາມາດເຊີນ ຕົວແທນຂອງລັດຖະບານ ຂອງປະເທດທີ່ມີບໍລິສັດຜູ້ປະກອບການ ແລະ ຂາຮຸ້ນ ມາໃຫ້ຄຳປຶກສາ. ທັງນີ້ກໍແນ່ໃສ່ໃຫ້ການສືບສວນ-ສອບສວນ ມີຄຸນນະພາບສູງ, ມີຄວາມໂປ່ງໃສ ແລະ ເປັນທີ່ຍອມຮັບ ຕໍ່ທັງພາຍໃນ ແລະ ຕ່າງປະ ເທດ. ພ້ອມ ດຽວກັນນັ້ນ, ກອງປະຊຸມ ກໍ່ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການລະດັບສູງຂອງລັດຖະບານ ເພື່ອກວດກາເຖິງຄວາມຮັບຜິດຊອບ ຂອງເຈົ້າໜ້າທີລັດທີ່ກ່ຽວຂ້ອງ ກັບການອະນຸມັດ ຕະຫລອດເຖິງການເຕືອນ ໄພລ່ວງໜ້າຕ່າງໆ ທີ່ພົວ ພັນ ກັບເລື່ອງທີ່ເກີດຂຶ້ນນີ້ ພາຍໃຕ້ການຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ, ປະທານອົງການກວດກາລັດຖະບານ.

ຕົກລົງ ໃຫ້ຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ແຕ່ງຕັ້ງຄະນະ ແລະ ດຳເນີນການ ປະເມີນຜົນເສຍຫາຍ ແລະ ຜົນກະທົບ ຂອງໄພພິບັດຄັ້ງນີ້ໂດຍໄວ. ຄຽງຄູ່ກັນນີ້, ກໍໃຫ້ຄະນະດັ່ງກ່າວ ສ້າງຕັ້ງໜ່ວຍງານໜຶ່ງຂຶ້ນ ເພື່ອສ້າງແຜນຟື້ນຟູໄພພິບັດ ທັງສະເພາະໜ້າ ແລະ ຍາວນານ ເພື່ອລາຍງານລັດຖະບານ ແລະ ກຳນົດບູລິມະສິດການລົງທຶນ, ຈັດສັນງົບປະມານ ແລະ ເລີ່ມລົງມືດໍາເນີນການຟື້ນຟູໂດຍໄວ ພາຍຫລັງນ້ຳລົດລົງ.

ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ກວດກາຄືນ ທາງດ້ານເຕັກນິກ ແລະ ຄຸນນະພາບ ໃນການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆ ທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວ ໃນທົ່ວປະເທດ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບ ກັບກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊ່ຽວຊານຈາກສາກົນ ຖ້າກວດເຫັນສິ່ງຜິດປົກກະຕິ ໃນການອອກແບບ ຫລື ໃນມາດຕະຖານກໍ່ສ້າງ ກໍໃຫ້ມີການປັບ ປຸງແກ້ໄຂ. ພ້ອມກັນນີ້ ລັດຖະບານຈະໃຫ້ໂຈະຊົ່ວຄາວ ໃນການພິຈາລະນາຮັບເອົາການສະເໜີໂຄງການໃໝ່ໄວ້ກ່ອນ ເພື່ອສຶກສາຄືນໃໝ່ຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟຟ້າ ໃນ ສປປ ລາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.