ຫວຽດ​ນາມ ແລະ ອາ​ເມ​ລິກ​າສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ກາ​ນ​ຄ້າ

16:30 | 10/01/2021

ຍ​ສ​ໝ - ຕາມ​ໜັງ​ສື​ພິມ Inside Trade ແລ້ວ, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ ດ້ວຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ. ຈັດ​ວາງ​ພາ​ສີ​ບໍ່​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ທັງ​ຫວຽດ​ນາມ ແລະ ອາ​ເມ​ລິກ​າ​ກໍ່​ຄື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ສະ​ມາ​ຊິກ​ສາ​ຂາ​ສະ​ມາ​ຄົມ​​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ແຂວງ​ຫ໋າຍ​ຝ່ອງ ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ
ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021
ຫວຽດ​ນາມ ແລະ ອາ​ເມ​ລິກ​າສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ກາ​ນ​ຄ້າ
ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump (ພາບ: TTXVN)

ອາ​ທິດ​ຜ່ານ​ມາ, ໜັງ​ສື​ພິມ Inside Trade ໄດ້​ມີ​ບົດ​ຂຽນ​ທີ່​ມີ​ຫົ​ວ​ຂໍ້​ວ່າ “ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ພວມ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອຫຼີກ​ລ້ຽງ​ບັນ​ດາ​ມາດ​ຕະ​ການ​ຈັດ​ວາງ​ພາ​ສີ​ຈາກ​ບັນ​ດາ​ການ​ສືບ​ສວນ​ຕາມ​ມະ​ຕິ​ເລກ​ທີ 301.”

ຕາມ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ ວໍ​ຊິງ​ຕັນ​ແລ້ວ, ບົດ​ຂຽນ​ໄດ້​ເນັ້ນ​ໜັກ “ສອງ​ຝ່າຍ​ໄດ້​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ການ​ຄ້າ​ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ ການ​ຮ່ວມ​ມື. ຫວ່າງ​ແລ້ວນີ້, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້​ນສູງດ້ວຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ. ກາ​ນ​ຈັດ​ວາງ​ພາ​ສີ​ບໍ່​ພຽງ​ແຕ່​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ກໍ່​ຄື​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ”.

Inside Trade ກໍ່​ໄດ້​ລົງ​ຂ່າວ​ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ກໍ່​ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Mike Pompeo. ໜັງ​ສື​ພິມ​ໄດ້​ຄັດ​ສະ​ເໜີ​ຂ່າວ​ຂອງ Vietnamnews, ຢູ່​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ທ່ານ Robert Lighthizer ຜູ້​ຕາ​ງ​ໜ້າ​ທາງ​ການ​ຄ້າ ອາ​ເມ​ລິ​ກາ (USTR) ແລະ ທ່ານ ເຈິ່ນ​ຕ໊ວນ​ແອັງ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ, USTR ໃຫ້​ຮູ້​ວ່າ ຍັງ​ຢູ່​ໃນ​ໄລ​ຍະ​ເກັບ​ກຳ ແລະ ໄຈ້​ແຍກ​ຂໍ້​ມູນ ແລະ ຍັງ​ບໍ່​ທັນ​ວາງ​ອອກ​ບໍ່​ວ່າການ​ສະຫຼຸບ​ໃດໆ.

ຕາມ​ທ່ານ ເຈິ່ນ​ຕວັ​ນ​ແອງ​ແລ້ວ, ການ​ສືບ​ສວນ 301 ອາດ​ຈະ​ສ້າງ​ບັນ​ດາ​ຜົນ​ຕາມ​ມາ​ທີ່​ບໍ່​ຄື​ຄວາມ​ຫວັງ, ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ ແລະ ກໍ່​ຜົນ​ທະ​ທົບ​ຕໍ່​ວິ​ສາ​ຫະ​ກິດ​ນັບ​ພັນໆ​ແຫ່ງ, ຜູ້​ອອກ​ແຮງ​ງານ​ນັບ​ລ້ານໆ​ຄົນ ແລະ ຜູ້​ບໍ​ລິ​ໂພກ​ຢູ່​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 7 ມັງ​ກອນ, ມີ​ວິ​ສາ​ຫະ​ກິດ​ກ່​ວາ 150 ແຫ່ງ (ໃນ​ນັ້ນ​ມີ: Tory Burch, ALDO, Columbia Sportwear, Converse, FILA, Everlane, New Balance, Nike, Puma, Samsung, Sony, LG...) ແລະ ສະ​ຫະ​ສະ​ມາ​ຄົມ 50 ແຫ່ງ ໄດ້​ພ້ອມ​ກັນ​ສົ່ງ​ຈົດ​ໝາຍ​ໄປ​ເຖິງ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເພື່ອ​ສະເໜີບໍ​ຈັດ​ວາ​ງ​ພາ​ສີ​ໃສ່​ສິ​ນ​ຄ້າ​ຫວຽດ​ນາມ, ແລະ ຖື​ວ່າ ບັນ​ດາ​ມາດ​ຕະ​ການ​ຈັດ​ວາ​ງ​ພາ​ສີ​ຈະ​ເຮັດ​ໃຫ້​ຄວາມ​ແກ້ງ​ແຍ້ງ​ທົ່ວ​ໂລກ​ຂອງ​ອາ​ເມ​ລິ​ກາ​ກໍ່​ອ່ອນ​ລົງ​ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ວິ​ສາ​ຫະ​ກິດ ແລະ ຜູ້​ບໍ​ລິ​ໂພກ​ອາ​ເມ​ລິ​ກາ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

ຕາມ​ຄະ​ນະ​ການ​ຄ້າ​ສາ​ກົນ​ຂອງ​ອາ​ເມ​ລິ​ກາ, ມູນ​ຄ່າ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ອາ​ເມ​ລິ​ກາ​ສົ່ງ​ອອກ​ໄປ​ຍັງ ຫວຽດ​ນາມ​ພວມ​ເພີ່ມ​ຂຶ້ນ 97 ລ້ານ USD ໃນ​ໄລ​ຍະ 2015 – 2019 ມູ​ນ​ຄ່າ​ເກີບ​ສົ່ງ​ອອກ​ເພີ່ມ​ຂຶ້ນ 170 ລ້ານ USD… ດັ່ງ​ນັ້ນ​ສິນ​ຄ້າ​ປະ​ເພດ​ດັ່ງ​ກ່າວ​ກໍ່​ຈະ​ຮັບ​ຜົນ​ສະ​ທ້ອນ​ຈາກ​ການ​ຈັດ​ວາງ​ພາ​ສີໃສ່ສິນ​ຄ້າ​ຫວຽດ​ນາມ​ຂອງ​ອາ​ເມ​ລິ​ກາ.

ສະ​ມາ​ຊິກ​ສາ​ຂາ​ສະ​ມາ​ຄົມ​​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ແຂວງ​ຫ໋າຍ​ຝ່ອງ ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ

ຍ​ສ​ໝ - ເຂົ້າ​ຮ່ວມ​ມີ​ການ​ນຳ​ສະ​ມາ​ຄົມ​​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແຂວງ​ຫ໋າຍ​ຝ່ອງ, ຫ້ອງວ່າ​ການ​ສະ​ມາ​ຄົມ, ມະ​ໂມ​ສົນ​ບົດ​ກ້ອນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຄະ​ນະ​ບໍ​ລິ​ຫານ​ສາ​ຂະ​ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ພ້ອມ​ກັບ​ສະ​ມາ​ຊິກ​ຂອງ​ສາ​ຂາ​ສະ​ມາ​ຄົມ.

ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021

ຍ​ສ​ໝ - ກຸ່ມ​ບໍ​ລິ​ສັດ​ສິນ​ໃນ​ນ້ຳ​ຟຸ​ມິງ​ ໃນຫຼາຍ​ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນຫຼາຍ​ໝາ​ກ​ຜົນ​ສຳ​ຄັນ​ໃຫ້​ແກ່​ໝາກ​ຜົນ​ລວມ​ຂອງ​ຂະ​ແໜງ. ກຸ່ມ​ບໍ​ລິ​ສັດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ເພື່ອ​ຈັດ​ຕັ້ງ​ການ​ຜະ​ລິດ​ດ້ວຍຍອດ​ປະ​ລິ​ມານ​ກຸ່ມ​ປຸງ​ແຕ່ງ​ສົ່ງ​ອອກ​ບັນ​ລຸ 55.000 ໂຕນ, ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ 580 ລ້ານ USD, ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ 5000 ຄົນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

ຍ​ສ​ໝ - ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາ​ເມ​ລິ​ກາຢືນຢັນວ່າສະຫະລັດອາເມລິກາຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ,ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບັນດາສະຖາບັນການເມືອງ, ແລະໃຫ້ຄຳໝັ້ນສັນຍາຢ່າງແຮງໃນການສືບຕໍ່ ສົ່ງເສີມສາຍພົວພັນໃຫ້ເລິກເຊິ່ງແລະໝັ້ນຄົງກ່​ວາ​ເກົ່າໃນໄລຍະຈະມາເຖິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.