VGP ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ກັບ ຫ້ອງ​ວ່າການ​ນະ​ຍົກ​ລັດ​ຖະ​ມົນ​ຕີ ລາວ

15:00 | 06/12/2020

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ຮົ່ງ​ເຊີມ, ຜູ້​ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ VGP, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ຂອງ ຫ້ອງວ່າ​ການ​ລັດ​ຖະ​ບານ, ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ລັດ​ຖະ​ບານ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ບາງ​ໝາກ​ຜົນ​ປະ​ຕິ​ບັດ​ບົດ​ບັດ​ທຶດ​ຊ່ວຍ​ຈຳ​ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ຫ້ອງວ່າ​ການ​ສອງ​ຝ່າຍ.

vgp ຜ ນ ຂະ ຫຍາຍ ໂຄງ ການ ຮ ວມ ມ ກ ບ ຫ ອງ ວ າການ ນະ ຍ ກ ລ ດ ຖະ ມ ນ ຕ ລາວ ຈິດໃຈສາມັກຄີ, ສະໜິດຕິດພັນແບບພິເສດລະຫວ່າງຫວຽດນາມ-ລາວ
vgp ຜ ນ ຂະ ຫຍາຍ ໂຄງ ການ ຮ ວມ ມ ກ ບ ຫ ອງ ວ າການ ນະ ຍ ກ ລ ດ ຖະ ມ ນ ຕ ລາວ ລາວ-ຍີ່ປຸ່ນ ຮ່ວມມືພັດທະນາຊັບພະຍາກອນມະນຸດດ້ານສາທາລະນະສຸກ
vgp ຜ ນ ຂະ ຫຍາຍ ໂຄງ ການ ຮ ວມ ມ ກ ບ ຫ ອງ ວ າການ ນະ ຍ ກ ລ ດ ຖະ ມ ນ ຕ ລາວ
ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່ງ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ຫ້ອງວ່າ​ການ​ລັດ​ຖະ​ບານ ຫວຽດ​ນາມ ແລະ ຄະ​ນ​ຄຸ້ມ​ຄອງ​ໂຄງ​ການ​ຫ້ອງວ່າ​ການ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ (ພາບ: VGP)

ວັນ​ທີ 5 ທັນ​ວາ, ຕາມ​ປະ​ຕູ​ຖານ​ຂໍ້​ມູນ​ ​ເອ​ເລັກ​ໂຕ​ນິກ ລັດ​ຖະ​ບານ ສ​ສ. ຫວຽດ​ນາມ (VGP), ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ຫ້ອງ​​ວ່າການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ໄດ້​ມາ​ຢ້ຽມ​ຢາມ, ຊອກ​ຮູ້​ການ​ເຄື່ອນ​ໄຫວ​ຂອງ VGP ແລະ ລົງ​ນາມ​ເຂົ້າ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ຫ້ອງວ່າ​ການ​ລັດ​ຖະ​ບານ ຫວຽດ​ນາມ ແລະ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ.

ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ຮົ່ງ​ເຊີມ, ຜູ້​ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ VGP, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ຂອງ ຫ້ອງວ່າ​ການ​ລັດ​ຖະ​ບານ, ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ລັດ​ຖະ​ບານ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ບາງ​ໝາກ​ຜົນ​ປະ​ຕິ​ບັດ​ບົດ​ບັດ​ທຶດ​ຊ່ວຍ​ຈຳ​ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ຫ້ອງວ່າ​ການ​ສອງ​ຝ່າຍ.

ປັດ​ຈຸ​ບັນ, ສອງ​ຝ່າຍ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານ​ເພື່ອ​ສູ້​ຊົນ​ສຳ​ເລັດ​ການ​ຕິດ​ຕັ້ງ ແລະ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທົດ​ລອງ​ໃນ​ທ້າຍ​ເດືອນ ທັນ​ວາ 2021, ສຳ​ເລັດ​ ແລະ​ມອບ​ໂຄງ​ການ​ໃນ​ໄຕ​ມາດ​ທີ I ປີ 2020.

ສ່ວນ​ຜູ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ລັດ​ຖະ​ບານ, ຫ້ອງວ່າ​ການ​ລັດ​ຖະ​ບານ, ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ລັດ​ຖະ​ບານ ຫວຽດ​ນາມ ທີ່​ໄດ້​ໜູນ​ຊ່ວຍ​ລາວ ຜັນ​ຂະ​ຫຍາຍ​ໂຄງ​ການ​ດັ່ງ​ກ່າວ.

ຝ່າຍ​ລາວ​ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມໃນ​ການ​ຕິດ​ຕາມກວດ​ກາ​ຄວາມ​ຄືບ​ໜ້າ​ຂອງ​ແຕ່​ລະ​ໄລ​ຍະ​ຢ່າງ​ແໜ້ນ​ແຟ້ນ. ພ້ອມ​ທັງ​ກຽ​ມ​ພ້ອມ​ທີ່​ຈະ​ຮັບ, ກວດ​ກາ, ຕີ​ລາ​ຄາໂຄງ​ການ​ພາຍຫຼັງ​ພິ​ທີ​ມອ​ບ​ຮັບ, ຕິດ​ຕັ້ງ​ຢູ່​ລາວ.

ຄະ​ນະ​ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກໍ່​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ປະ​ຕູ​ຖານ​ເອ​ເລັກ​ໂຕ​ນິກ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ​ຜ່ານ​ມາ ແລະ ໃຫ້​ຮູ້​ວ່າ, ຮູບ​ແບບ​ການ​ເຄື່ອນ​ໄຫວ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຂອງ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ລັດ​ຖະ​ບານ​ແມ່ນ​ມີ​ຜົນ​ປະ​ໂຫຍດ​ທີ່​ສຸດ​ໃຫ້​ແກ່​ຝ່າຍ​ລາວ​ໃນ​ການ​ຄົ້ນ​ຄ້ວາ, ທາບ​ພາມ​ເພື່ອ​ນຳ​ໃຊ້​ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ລາວ.

vgp ຜ ນ ຂະ ຫຍາຍ ໂຄງ ການ ຮ ວມ ມ ກ ບ ຫ ອງ ວ າການ ນະ ຍ ກ ລ ດ ຖະ ມ ນ ຕ ລາວ ຈິດໃຈສາມັກຄີ, ສະໜິດຕິດພັນແບບພິເສດລະຫວ່າງຫວຽດນາມ-ລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສາງພາສີດ່ານຊາຍແດນແດນສະຫວັນ, ກົມໃຫຍ່ສະສົມແຫ່ງລັດ (ກະຊວງການເງິນຫວຽດນາມ) ໄດ້ຊີ້ນໍາກົມສະສົມແຫ່ງລັດເຂດແງະອານ-ຮ່າຕີ້ງ ປະຕິບັດການອອກສາງ, ຂົນສ່ົງ ແລະມອບເຂົ້າສານ 1.000 ໂຕນ ເພື່ອໜູນຊ່ວຍປະຊາຊົນແຂວງສະຫວັນນະເຂດ ສປປ.ລາວ.

vgp ຜ ນ ຂະ ຫຍາຍ ໂຄງ ການ ຮ ວມ ມ ກ ບ ຫ ອງ ວ າການ ນະ ຍ ກ ລ ດ ຖະ ມ ນ ຕ ລາວ ລາວ-ຍີ່ປຸ່ນ ຮ່ວມມືພັດທະນາຊັບພະຍາກອນມະນຸດດ້ານສາທາລະນະສຸກ

ທ້າຍ​ເດືອນ ​ພະຈິກ 2020 ຜ່ານມາ, ຢູ່ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນ ບົດບັນທຶກການຮ່ວມມື ໃນຂະແໜງການສາທາລະນະສຸກ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ເຄໂສ ທາເກວາກະ, ເອກອັກຄະລາຊະທູດ ຍີ່ປຸ່ນປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ...

vgp ຜ ນ ຂະ ຫຍາຍ ໂຄງ ການ ຮ ວມ ມ ກ ບ ຫ ອງ ວ າການ ນະ ຍ ກ ລ ດ ຖະ ມ ນ ຕ ລາວ ໄຂກອງປະຊຸມໃຫຍ່ຜູ້ແທນ ກຳມະບານລາວທົ່ວປະເທດ ຄັ້ງທີ VIII

ໂອກາດນີ້, ສະຫາຍ ປ້ານ ນ້ອຍມະນີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາ ຮ່າງບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ VII ໃນຕະຫລອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025).

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.