ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

16:30 | 09/01/2021

ຍ​ສ​ໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ  ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo
ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021
ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ
ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດ​ນາມ

ວັນທີ 7 ມັງກອນ (ຕາມເວລາຫວຽດນາມ), ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ປະທານສະພາການຄ້າແລະການລົງທຶນຫວຽດນາມ - ອາເມລິກາ (TIFA) ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາເພື່ອແລກປ່ຽນກ່ຽວກັບບັນຫາເສດຖະກິດແລະການຄ້າສອງຝ່າຍລະຫວ່າງສອງປະເທດ.

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ. ພ້ອມກັນນັ້ນ, ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງປະເທດກັບທິດທາງພັດທະນາທີ່ຖືກຕ້ອງ ຈະສືບຕໍ່ຮັກສາທ່າເຕີບໂຕທີ່ໝັ້ນຄົງ; ໃນນັ້ນ ການຮ່ວມມືດ້ານເສດຖະກິດແລະການຄ້າແມ່ນຈຸດສຸມຕົ້ນຕໍແລະເປັນກຳລັງໜູນເພື່ອຊຸກຍູ້ການພົວພັນສອງຝ່າຍ.

​ທ່ານ ເຈີ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ອາ​ເມ​ລິ​ກາ ເລີ່ມຕົ້ນການສືບສວນຕາມ​ມາດ​ຕາ​ເລກ​ທີ 301 ຂອງກົດໝາຍ ວ່າດ້ວຍການຄ້າປີ 1974 ກ່ຽວກັບນະໂຍບາຍເງິນຕາແລະການນຳເຂົ້າ ແລະ ນຳໃຊ້ໄມ້ຂອງຫວຽດນາມ.

ທ່ານລັດຖະມົນຕີກ່າວວ່າ, ການສືບສວນນີ້ສາມາດສ້າງຜົນກະທົບທີ່ບໍ່ຕ້ອງການຫຼາຍຢ່າງ, ບໍ່ພຽງແຕ່ສ້າງຄວາມເສຍຫາຍຕໍ່ການພົວພັນສອງຝ່າຍ, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດແລະຄວາມພະຍາຍາມໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເທົ່ານັ້ນ ຫາກ​ຍັງ​ສ້າງ​ຜົນ​ກະ​ທົບ​ຢ່າງ​ຫຍໍ້ທໍ້ຕໍ່ ວິ​ສາ​ຫະ​ກິດ, ຜູ້ອອ​ແຮ​ງ​ງານ, ຜູ້ບໍລິໂພກຫລາຍລ້ານຄົນຢູ່ຫວຽດນາມ ແລະ ອາເມລິກາ.

ທ່ານ ເຈີ່ນຕວັນແອງ ໄດ້ຢືນຢັນທັດສະນະຂອງລັດຖະບານຫວຽດນາມແມ່ນ ປັດ​ຈຸ​ບັນ ຫວຽດ​ນາມ ແມ່ນປະເທດພວມພັດທະນາດ້ວຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ຈຳກັດ, ການບໍລິຫານນະໂຍບາຍເງິນຕາແມ່ນແນໃສ່ຄວບຄຸມໄພເງິນເຟີ້ແລະສະຖຽນລະພາບຂອງພື້ນຖານເສດຖະກິດ ມະຫາພາກ, ບໍ່ແມ່ນເພື່ອສ້າງທ່າ​ໄດ້​ປຽບດ້ານການຄ້າໃນສາກົນ. ທ່ານສະເໜີໃຫ້ກະຊວງການຄ້າອາເມລິກາ ດຳເນີນການສືບສວນໂດຍຍຸຕິທຳ, ລະອຽດ ແລະ ກະຈ່າງແຈ້ງ, ພິຈາລະຈາທຸກບັນຫາຢ່າງລະມັດລະວັງ ເພື່ອມີຂໍ້ສະຫຼຸບຢ່າງພາວະວິໄສທີ່ສຸດ ແລະ ເໝາະສົມທີ່ສຸດຕໍ່ການສືບສວນ, ເພື່ອໃຫ້ 2 ຝ່າຍສິ້ນສຸດການສືບສວນດັ່ງກ່າວຢ່າງສະດວກ ແລະ ບໍ່ຈັດວາງພາສີຕໍ່ປະເພດສິນຄ້າຂອງຫວຽດນາມ.

ສ່ວນທ່ານ Robert Lighthizer ໄດ້ຕີລາຄາສູງຕໍ່ໝາກຜົນຂອງການສົນທະນາດ້ານນະໂຍບາຍທີ່ແທດ​ຈິງ ແລະ ມີປະສິດຕິຜົນຜ່ານກົນໄກຂອງສະພາ TIFA ໃນຊຸມປີທີ່ຜ່ານມາ ແລະ ​ຖືວ່າ​ພຽງ​ແຕ່​ໃນ​ໄລ​ຍະເວ​ລາ​ສັ້ນ, ສອງຝ່າຍໄດ້ພ້ອມກັນແລກ​ປ່ຽນ, ຊອກ​ຫາ​ໄດ້ຫຼາຍວິ​ທີ​ການ​ແກ້​ໄຂກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ​ທີ່​ສົມ​ເຫດ​ສົມ​ຜົນ. ແລະທ່ານ Robert Lighthizer ກໍ່ໃຫ້ຮູ້ວ່າ, ປະຈຸບັນ, ກະຊວງການຄ້າອາເມລິກາ ພວມດຳເນີນການສືບສວນຢູ່, ຕີລາຄາທຸກຄຳເຫັນທີ່ກ່ຽວຂ້ອງເຖິງເຫດການ ແລະ ຍັງບໍ່ທັນໄດ້ປຶກສາຫາລືຂໍ້ສະຫຼຸບໃດໆສຳລັບຫວຽນາມ; ພ້ອມກັນນັ້ນ, ທ່ານຍັງໃຫ້ຮູ້ວ່າ ບາງຂໍ້ມູນທີ່ເສຍຫາຍກ່ຽວກັບແຜນການຂອງ ອາເມລິກາ ທີ່ຈັດວາງພາສີໃສ່ສິນຄ້າສົ່ງອອກຂອງຫວຽດນາມ ແມ່ນບໍ່ຖືກຕ້ອງ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021

ຍ​ສ​ໝ - ກຸ່ມ​ບໍ​ລິ​ສັດ​ສິນ​ໃນ​ນ້ຳ​ຟຸ​ມິງ​ ໃນຫຼາຍ​ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນຫຼາຍ​ໝາ​ກ​ຜົນ​ສຳ​ຄັນ​ໃຫ້​ແກ່​ໝາກ​ຜົນ​ລວມ​ຂອງ​ຂະ​ແໜງ. ກຸ່ມ​ບໍ​ລິ​ສັດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ເພື່ອ​ຈັດ​ຕັ້ງ​ການ​ຜະ​ລິດ​ດ້ວຍຍອດ​ປະ​ລິ​ມານ​ກຸ່ມ​ປຸງ​ແຕ່ງ​ສົ່ງ​ອອກ​ບັນ​ລຸ 55.000 ໂຕນ, ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ 580 ລ້ານ USD, ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ 5000 ຄົນ.

ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ

ຍ​ສ​ໝ - ໃນການພົບປະ,ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ ກໍ່​ຄື​ບັນ​ດາມາດຕະການຕ່າງໆເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.