ເພີ່ມທະວີການຮ່ວມມືດ້ານການຄ້າ, ການສົ່ງເສີມການລົງທືນ ແລະ ການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

20:14 | 04/01/2021

ຍສໝ - ໃນວັນທີ 31 ທັນວາ, ຢູ່ນະຄອນໂຮ່ຈີມິນ, ພິທີລົງນາມໃນສັນຍາຮ່ວມມືຍຸດທະສາດຮອບດ້ານ ເພື່ອແນໃສ່ “ປະສານສົມທົບການສົ່ງເສີມ, ດຶງດູດການຮ່ວມມືລົງທຶນ ແລະ ການຄ້າລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ”.

ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້
ຍີ່ປຸ່ນ - ຈີນ - ເກົາຫຼີໃຕ້ ມີແຜນຈະຈັດກອງປະຊຸມສຸດຍອດສາມຝ່າຍ

ຮອດປີ 2020, ພື້ນຖານເສດຖະກິດຫວຽດນາມ ແລະ ພື້ນຖານເສດຖະກິດໂລກພວມໄດ້ຮັບຜົນກະທົບຢ່າງໜັກ ຈາກການສົງຄາມການຄ້າລະຫວ່າງບັນດາປະເທດໃຫຍ່; ການປະຕິວັດອຸດສາຫະກຳ 4.0; ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ໄພແຫ້ງແລ້ງ ແລະ ໂດຍສະເພາະແມ່ນໂລກລະບາດ COVID-19…

ເພີ່ມທະວີການຮ່ວມມືດ້ານການຄ້າ, ການສົ່ງເສີມການລົງທືນ ແລະ ການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ
ພິທີລົງນາມໃນສັນຍາຮ່ວມມືຍຸດທະສາດຮອບດ້ານ ເພື່ອແນໃສ່ “ປະສານສົມທົບການສົ່ງເສີມ, ດຶງດູດການຮ່ວມມືລົງທຶນ ແລະ ການຄ້າລະຫວ່າງຫວຽດນາມແລະ ສ.ເກົາຫຼີ”. (ພາບ: thoidai.com.vn)

ເພື່ອເຮັດໃຫ້ສາຍພົວພັນທີ່ມີຄວາມໝາຍລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃຫ້ເຂົ້າສູ່ລວງເລິກ, ມຸ່ງໄປເຖິງການຮ່ວມມືທີ່ມີປະສິດທິຜົນທີ່ສຸດໃນການຮ່ວມມືສົ່ງເສີມການຄ້າ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ສ.ເກົາຫຼີ, ສະມາຄົມນັກທຸລະກິດ ແລະ ການລົງທືນຫວຽດນາມ - ສ.ເກົາຫຼີ (VKBIA), ສະມາຄົມແລກປ່ຽນເຕັກໂນໂລຢີສາກົນ ສ.ເກົາຫຼີ (KAITE), ສູນສົ່ງເສີມການຄ້າ ແລະ ການລົງທືນໃນພາກພື້ນພາກໃຕ້, ບໍລິສັດຫຸ້ນສ່ວນ VKBIA Group & C&N Vina (ວິສາຫະກິດ FDI ຂອງ ສ.ເກົາຫຼີ) ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືຮອບດ້ານລະຫວ່າງບັນດາຝ່າຍກ່ຽວກັບ “ການຮ່ວມມືໃນການຊຸກຍູ້, ດຶງດູດການລົງທຶນ ແລະ ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ດ້ວຍຫຼາຍເນື້ອໃນຮ່ວມມືສະເພາະ.

ທ່ານຫງວຽນເຕີນຈີງ - ປະທານ VKBIA ປະຈຳພາກກາງຫວຽດນາມ ແລະ ທ່ານ Lee Chung Keun (ຜູ້ອຳນວຍການໃຫຍ່ C&N Vina) ໄດ້ຢືນຢັນວ່າ: ຢູ່ຫວຽດນາມມີຄວາມໝາຍສຳຄັນຫຼາຍ, ການປະສານສົມທົບນີ້ຈະຊຸກຍູ້ການຄ້າ, ນຳພາບັນດານັກລົງທຶນ, ວິສາຫະກິດ ແລະ ນັກທຸລະກິດ ສ.ເກົາຫຼີ ມາຫວຽດນາມຫຼາຍກ່ວາອີກໃນໄລຍະຈະມາເຖິງ, ພິເສດແມ່ນໃນປີ 2021 ທີ່ຈະມາເຖິງ."

ທ່ານຟ້າມຫາຍດີງ - ຮອງປະທານສະມາຄົມຜູ້ຊ່ຽວຊານດ້ານພູມປັນຍາເກົາຫຼີ - ຫວຽດນາມ (VKEIA) ໃຫ້ຮູ້ວ່າ: ດ້ວຍການຮ່ວມມືດັ່ງກ່າວນີ້, ສະມາຄົມ VKBIA ຈະປະກອບສ່ວນນຳມາກຳລັງແຮງກວ່າອີກສຳລັບການເຊື່ອມຕໍ່ ແລະ ສົມທົບກັນດ້ວຍການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະມາຄົມ ແລະ ວິສາຫະກິດຂອງສອງປະເທດ, ພວກເຮົາຈະພະຍາຍາມນຳເອົາໂຄງການຝຶກອົບຮົມຕາມມາດຕະຖານຂອງ ສ.ເກົາຫຼີ ໃນການຝຶກອົບຮົມພະນັກງານທີ່ມີສີມື, ແລະ ສະໜັບສະໜູນການສະໜອງຊັບພະຍາກອນມະນຸດມີຄຸນນະພາບສູງ, ມີຄວາມສາມາດຮັບເອົາ ແລະ ພັດທະນາເຕັກໂນໂລຢີສູງຂອງສ.ເກົາຫຼີ ແລະ ທົ່ວໂລກ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ການຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕ​ີ​ລາ​ຄາ​ສູງ​​ຕໍ່​ເລື່ອງທ່ານ ຮອງ​ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ພ້ອມ​ທັງ​ຮ່ວມ​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສວິ​ສາ​ຫິ​ກິດ ແມ່​ນ້ຳ​ຂອງ - ສ.ເກົາຫຼີ​ ຄັ້ງ​ທີ 8 ແລະ ຈັດ​ຕັ້ງ​ການ​ເຈ​ລະ​ຈ​າ​ລະ​ຫວ່າງ​ບັ​ນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ ສ.ເກົາຫຼີ.

ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຍ​ສ​ໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ສາ​ທາ​ລະ​ນະ​ລັດ​ເກົາຫຼີທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ໃນ​ບັນ​ດາຂົງ​ເຂດທັງ​ໝົດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ຄວາມ​ໝັ້ນ​ຄົງ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ.

ອ​າ​ຊຽນ 2020: ຫວຽດ​ນາມຫັນ​ວິ​ກິດການ​ກາຍ​ເປັນ​ກາ​ລະ​ໂອ​ກາດຢ່າງ​ສຳ​ເລັດ​ຜົນ

ຍ​ສ​ໝ - ທ່ານ Lim Sungnam ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໄດ້ “ປະ​ຕິບ​ັດ​ວຽກ​ງານ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີທີ່​ສຸດ” ແລະ ປະ​ຕິ​ບັດບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ໃນ​ອາ​ທິດແລ້ວນີ້ ປະ​ສົບ​ຜົນສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ທັງ 3 ຂົງ​ເຂ​ດ. ກ່ອນ​ອື່ນ​ໝົດ, ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ແລະ ປະ​ຊາ​ຄົມ​ໃນ​ພາກ​ພື້ນ ສາ​ມາດ​ຢັ້ງ​ຢືນ​ໄດ້ ຄຳ​ໝັ້ນ​ສັນ​ຍາ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ​້ານ ໂລກ​ລະ​ບາດ ໂຄວິດ - 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.