ຍີ່ປຸ່ນ - ຈີນ - ເກົາຫຼີໃຕ້ ມີແຜນຈະຈັດກອງປະຊຸມສຸດຍອດສາມຝ່າຍ

16:10 | 05/08/2019

ຍສໝ - ລັດຖະມົນຕີຕ່າງປະເທດຂອງສາມປະເທດ ອາດຈະພົບປະກັນ ຢູ່ຊານເມືອງປັກກິ່ງ (ສປ ຈີນ) ໃນວັນທີ 21 ສິງຫາ ເພື່ອປຶກສາຫາລືຮ່າງແຜນ ກ່ຽວກັບຕາຕະລາງຂັ້ນຕອນ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມສຸດຍອດຄັ້ງນີ້.

ຍີ່ປຸ່ນ - ຈີນ - ເກົາຫຼີໃຕ້ ມີແຜນຈະຈັດກອງປະຊຸມສຸດຍອດສາມຝ່າຍ

ຍີ່ປຸ່ນ, ຈີນ ແລະ ເກົາຫຼີໃຕ້ ມີແຜນຈະຈັດກອງປະຊຸມສຸດຍອດໃນທ້າຍປີນີ້. (ພາບ: Nikkei).

ຕາມສຳນັກຂ່າວຫວຽດນາມ ປະຈຳ ຍີ່ປຸ່ນ, ສຳນັກຂ່າວສານ Kyodo ໄດ້ຄັດສະເໜີ ແຫຼ່ງຂ່າວການທູດວ່າ: ຈີນ, ປະເທດທີ່ດຳລົງຕຳແໜ່ງ ເປັນປະທານ ໝູນວຽນຂອງ ກອງປະຊຸມສຸດຍອດສາມຝ່າຍ ຍີ່ປຸ່ນ - ຈີນ - ສ.ເກົາຫຼີ ໃນປີ 2019, ໄດ້ສະເໜີຈັດກອງປະຊຸມນີ້ພາຍຫຼັງປະຊຸມສຸດຍອດຂອງກຸ່ມເສດຖະກິດກຳລັງພັດທະນາ ແລະ ພົ້ນເດັ່ນ (G20) ຢູ່ Osaka ໃນທ້າຍເດືອນມິຖຸນາ ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ຝ່າຍຍີ່ປຸ່ນ ໄດ້ປະກາດແຜນການຂອງ ນາຍົກລັດຖະມົນຕີ Shinzo Abe ທີ່ແໜ້ນ ຍ້ອນມີເຫດການດ້ານການເມືອງອື່ນ, ລວມທັງກອງປະຊຸມສຸດຍອດຂອງກຸ່ມເສດຖະກິດທີ່ພັດທະນາ ຊັ້ນນຳຂອງໂລກ (G7) ຢູ່ປະເທດຝຣັ່ງໃນທ້າຍເດືອນສິງຫານີ້.

ສະນັ້ນ, ຈີນ ສະເໜີໃຫ້ຈັດກອງປະຊຸມຄັ້ງນີ້ໃນເດືອນທັນວາ ແລະ ຝ່າຍ ສ.ເກົາຫຼີ ຕົກລົງເຫັນດີປັບຕາຕະລາງເວລາຂອງປະທານາທິບໍດີ Moon Jae-in ເພື່ອໃຫ້ທ່ານເຂົ້າຮ່ວມໃນເຫດການດັ່ງກ່າວ.

ບັນດາລັດຖະມົນຕີຕ່າງປະເທດຂອງສາມປະເທດ ອາດຈະມີການພົບປະກັນ ຢູ່ ຊານເມືອງປັກກິ່ງ (ຈີນ) ໃນວັນທີ 21 ສິງຫາເພື່ອປຶກສາຫາລື ກ່ຽວກັບແຜນຕາຕະລາງ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມສຸດຍອດຄັ້ງນີ້. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນເປັນທີ່ແນ່ນອນວ່າ ກອງປະຊຸມ ຈະສາມາດ ດຳເນີນໄປຕາມແຜນການທີ່ວາງໄວ້ບໍ່, ໃນສະພາບການພົວພັນຂອງຍີ່ປຸ່ນ ແລະ ສ.ເກົາຫຼີ ພວມເຄັ່ງຕຶງຍ້ອນບັນຫາປະຫວັດສາດ ແລະ ການຄ້າ. ຖ້າເຫດການນີ້ເກີດຂຶ້ນ, ນາຍົກລັດຖະມົນຕີປະເທດຈີນ ທ່ານ ຫຼີ່ ເຄີ້ ສຽງ ຈະເປັນເຈົ້າພາບກອງປະຊຸມ.

ຕາມທ່ານ Kyodo, ສຳລັບນາຍົກລັດຖະມົນຕີ Shinzo Abe, ການພົບປະສຸດຍອດຄັ້ງນີ້ແມ່ນໂອກາດເພື່ອໃຫ້ທ່ານສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຢ້ຽມຢາມຂັ້ນລັດຖະກິດຂອງປະທານປະເທດຈີນ ສີ ຈິນ ຜິງໃນຕົ້ນປີ 2020. ເຖິງຢ່າງໃດກໍ່ຕາມ, ເຖິງວ່າ ກອງປະຊຸມສຸດຍອດຄັ້ງນີ້ ຈະດຳເນີນໄປຕາມແຜນການ, ແຕ່ຍັງບໍ່ທັນຮູ້ແຈ້ງວ່າ ນາຍົກລັດຖະມົນຕີ Shinzo Abe ຈະມີການພົບປະສອງຝ່າຍກັບປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in

ກອງປະຊຸມສຸດຍອດສາມຝ່າຍຄັ້ງໃໝ່ຫຼ້າສຸດໄດ້ຈັດຂຶ້ນ ຢູ່ ໂຕກຽວ ໃນເດືອນພຶດສະພາ 2018.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.