ບໍລິສັດ Intel ໄດ້ປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ

16:31 | 27/08/2020

ຍສໝ - ຫລັງຈາກມີການລົງທືນ 1 ພັນລ້ານໂດລາ ໃນໂຮງງານແຫ່ງໜຶ່ງໃນປະເທດຫວຽດນາມ, ບໍລິສັດ Intel ກຳລັງວາງແຜນທີ່ຈະລົງທືນຫລາຍຂື້ນເຂົ້າໃນປະເທດວຽດນາມໃນຊຸມປີຕໍ່ໜ້າ.

ບ ລ ສ ດ intel ໄດ ປາດຖະໜາຢາກເປ ດກວ າງການລ ງທ ນຢ ຫວຽດນາມ ບໍລິສັດ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄະນະສະເພາະກິດ ອັດຕະປື
ບ ລ ສ ດ intel ໄດ ປາດຖະໜາຢາກເປ ດກວ າງການລ ງທ ນຢ ຫວຽດນາມ ບໍລິສັດ MMG ຕົກລົງຂາຍຮຸ້ນໃນ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ໃຫ້ແກ່ ບໍລິສັດ ຊືເຟິງ

ໃນກອງປະຊຸມຖ່າຍທອດສົດນະຄອນໂຮ່ຈີມິນ - ອາເມລິກາ, ເນື່ອງໃນໂອກາດວັນຄົບຮອບ 25 ປີການສ້າງຕັ້ງສາຍພົວພັນທາງການທູດສອງປະເທດ ຢູ່ນະຄອນໂຮ່ຈີມິນ ທ່ານ Kim Huat Ooi - ຮອງປະທານ, ຜູ້ອຳນວຍການໃຫຍ່ບໍລິສັດ Intel Products ຫວຽດນາມຈຳກັດ ໃຫ້ຮູ້ວ່າ: "ພວກເຮົາຢູ່ໃນຖານະທີ່ຈະກະກຽມການລົງທືນທີ່ໃຫຍ່ກວ່າເກົ່າ ໃນຊຸມປີຕໍ່ໜ້າ. ມູນຄ່າການສົ່ງອອກຂອງໂຮງງານ Intel ຫວຽດນາມ ແມ່ນ 3,6 ຕື້ໂດລາ. ດ້ວຍການກຽມລົງທືນໃໝ່ເຂົ້າສູ່ນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ, ຈຳນວນມູນຄ່າການສົ່ງອອກນີ້ ຈະເພີ່ມຂຶ້ນຕື່ມອີກ. ບໍລິສັດ Intel ຍັງຈະສຸມໃສ່ພັດທະນາໃນລະດັບກາງ ແລະ ລະດັບສູງ”.

ບ ລ ສ ດ intel ໄດ ປາດຖະໜາຢາກເປ ດກວ າງການລ ງທ ນຢ ຫວຽດນາມ
ໂຮງງານ Intel ໃນນະຄອນໂຮ່ຈີມິນ. (ພາບ: baodautu.vn)

ທ່ານ Ooi ກໍ່ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ. “ບໍລິສັດ Intel ແມ່ນບໍລິສັດເຕັກໂນໂລຢີຊັ້ນສູງທຳອິດ ທີ່ມີການລົງທືນຫຼາຍກວ່າ 1 ຕື້ໂດລາໃນນະຄອນໂຮ່ຈີມິນ” - ທ່ານ Ooi ເນັ້ນໜັກ.

ທ່ານ Ooi ກໍ່ໄດ້ໃຫ້ຮູ້ວ່າ: ເຫດຜົນທີ່ Intel ເລືອກເອົານະຄອນໂຮ່ຈີມິນ ແລະ ຫວຽດນາມ ເປັນສະຖານທີ່ເພື່ອເຂົ້າມາລົງທືນແມ່ນຍ້ອນປະສິດທິຜົນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19 ຂອງຫວຽດນາມ. ລັດຖະບານຫວຽດນາມໄດ້ປະຕິບັດບັນດາເຄື່ອນໄຫວ ແລະ ບັນດານະໂຍບາຍຢ່າງວ່ອງໄວ. ກໍ່ຄືໃນການລະບາດພະຍາດຄັ້ງທີສອງ, ລັດຖະບານຍັງມີຄວາມຮີບດ່ວນ ແລະ ເຂັ້ມແຂງໃນການຄວບຄຸມການລະບາດ.

“ການດຳເນີນງານຂອງບໍລິສັດໃນ 6 ເດືອນຕົ້ນປີ 2020 ຍັງໄດ້ບັນລຸຄວາມໝັ້ນຄົງ, ປະລິມານການຜະລິດເພີ່ມຂຶ້ນ 30%, ປະກອບສ່ວນເຂົ້າໃນ 75% ຂອງປະລິມານການຜະລິດທັງໝົດຂອງບໍລິສັດ Intel. ນີ້ແມ່ນຕົວເລກທີ່ໄດ້ບັນລຸໂດຍການສະໜັບສະໜູນຈາກຫວຽດນາມ.” - ທ່ານ Ooi ເນັ້ນໜັກ.

ບ ລ ສ ດ intel ໄດ ປາດຖະໜາຢາກເປ ດກວ າງການລ ງທ ນຢ ຫວຽດນາມ ບັນດາວິສາຫະກິດອາເມລິກາ ມີຄວາມສົນໃຈຫຼາຍໃນການລົງທຶນເຂົ້າ ຫວຽດນາມ

ຍສໝ - ບັນດາວິສາຫະກິດອາເມລິກາກໍ່ສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສ, ແລະມີບັນດານະໂຍບາຍ ໜູນຊ່ວຍທຸລະກິດສະເພາະ...

ບ ລ ສ ດ intel ໄດ ປາດຖະໜາຢາກເປ ດກວ າງການລ ງທ ນຢ ຫວຽດນາມ ຫວຽດນາມ ແມ່ນປະເທດທີ່ມີສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໄພ

ຍສໝ - ດ້ວຍແງ່ຫວັງເສດຖະກິດຫວຽດນາມ ມີສັນຍານຟື້ນຟູ, ພ້ອມກັບສັນຍາ EVFTA ເລີ່ມມີຜົນສັກສິດ, ໄລຍະແຕ່ 6 ເຖິງ 12 ເດືອນຕໍ່ໄປຈະມີການຫັນປ່ຽນເປັນໜ້າຕິດຕາມຫຼາຍຢ່າງພາຍຫຼັງທີ່ບັນດາວິສາຫະກິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ບ ລ ສ ດ intel ໄດ ປາດຖະໜາຢາກເປ ດກວ າງການລ ງທ ນຢ ຫວຽດນາມ ຫວຽດນາມ ຈະມີໂອກາດດຶງດູດ FDI ພາຍຫຼັງໄລຍະ Covid-19

ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ກຳລັງປະເຊີນກັບໂອກາດໃໝ່ສຳລັບການພັດທະນາທີ່ເຂັ້ມແຂງ, ໂດຍສະເພາະແມ່ນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.